ຕາມການລາຍງານຂອງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງເງິນ ແຂວງໄຊຍະບູລີ ໃນຄັ້ງວັນທີ 19 ກຸມພາຜ່ານມານີ້ວ່າ: ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ຢູ່ທາງຮ່ອມເຂົ້າບ້ານບີໝີ ແຕ່ຮ່ອມ 1 ຫາຮ່ອມ 4 ມີຄວາມຍາວ 1.085 ແມັດ ແມ່ນຈະສຳເລັດກ່ອນແຜນການທີ່ວາງໄວ້.

ທ່ານ ເດດມຸງຄຸນ ດວງຫຼ້າ ວິຊາການພາກສະໜາມ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງເງິນ ໃຫ້ສຳພາດຕໍ່ນັກຂ່າວແຂວງວ່າ: ສະພາບການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນ ທາງຍົກລະດັບປູຢາງ 2 ຊັ້ນ ຢູ່ທາງຮ່ອມເຂົ້າບ້ານບີໝີ ແຕ່ຮ່ອມ 1 ຫາ ຮ່ອມ 4 ຄວາມຍາວທັງໝົດ 1.085 ແມັດ, ກວ້າງ 5 ແມັດ. ກຳນົດການຈັດຕັ້ງປະຕິບັດແມ່ນ ວັນທີ 28 ມັງກອນ ຫາ ວັນທີ 28 ກໍລະກົດ 2021 (ໃຊ້ເວລາ 7 ເດືອນ).

ແຕ່ເລີ່ມຈັດຕັ້ງປະຕິບັດຕົວຈິງ ແມ່ນ ວັນທີ 3 ມັງກອນ 2021 ມາຮອດປັດຈຸບັນ ແມ່ນສຳເລັດ 90%, ຄາດວ່າຈະໃຫ້ສຳເລັດ ໃນທ້າຍເດືອນມີນານີ້ ໂດຍແມ່ນ ບໍລິສັດ ຊະນະໄຊ ກໍ່ສ້າງຂົວ-ທາງ ເປັນຜູ້ຈັດຕັ້ງປະຕິບັດ ໂດຍໄດ້ຮັບທຶນຈາກກອງເລຂາຄະນະກຳ ມະການຄຸ້ມຄອງ ແລະ ນຳໃຊ້ທຶນພັດທະນາຊຸມຊົນຂັ້ນແຂວງ ໂຄງການໄຟຟ້າພະລັງງານຄວາມ ຮ້ອນຫົງສາ ມູນຄ່າ 996.854.320 ກີບ.

(ຂ່າວ-ພາບ: ອິນແປງ ແຫວນຄຳ)