Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຕີນຜີແຕ່ນ້ອຍ! ເດັກຊາຍ ອາຍຸ 9 ປີ ພ້ອມໝູ່ ອາຍຸ 12 ປີ ພາກັນລັກລົດໃຫ່ຍ ຖືກເຈົ້າໜ້າທີ່ຈັບມາສືກສາອົບຮົມ

Posted on 23/02/202123/02/2021 By News No Comments on ຕີນຜີແຕ່ນ້ອຍ! ເດັກຊາຍ ອາຍຸ 9 ປີ ພ້ອມໝູ່ ອາຍຸ 12 ປີ ພາກັນລັກລົດໃຫ່ຍ ຖືກເຈົ້າໜ້າທີ່ຈັບມາສືກສາອົບຮົມ

ເຈົ້າໜ້າທີ່ ປກສ ກຸ່ມ 3 ຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ລາຍງານໃຫ້ຮູ້ວ່າ: ເວລາປະມານ 19 ໂມງ ຂອງວັນທີ 16 ກຸມພາ 2021, ໄດ້ຮັບແຈ້ງເສຍຫາຍຈາກເຈົ້າຂອງລົດ ວ່າມີຄົນຮ້າຍມາລັກລົດໃຫ່ຍ ຊຸບເປີວັນ, ສີຂາວ ໝາຍເລກທະບຽນ ກລ 9694 ກໍາແພງນະຄອນ ເຊີ່ງເປັນລົດຂອງທ້າວ ບົວຫຶລີ ອາຍຸ 45 ປີ, ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທີ່ຈອດຢູ່ເຮືອນ, ໄດ້ຖືກຄົນຮ້າຍລັກຂັບອອກໄປ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ຈື່ງໄດ້ກວດກາສະຖານທີ່ເກີດເຫດ ແລະ ໄປຊອກຫາແລ້ວພົບເຫັນລົດຄັນດັ່ງກ່າວຈອດໄວ້ຢູ່ກາງທາງ ລະຫວ່າງບ້ານຜາເມືອງ ຫາ ບ້ານດົງ ຫ່າງຈາກຈຸດລົດເສຍປະມານ 2 ກິໂລແມັດ.

ຕໍ່ມາເຈົ້າໜ້າທີ່ ປກສ ກຸ່ມ 3 ຜາເມືອງ ຈື່ງໄດ້ລົງເກັບກໍາຂໍ້ມູນຈາກຜູ້ເຫັນເຫດການ ວ່າມີເດັກນ້ອຍ ຈໍານວນ 02 ຄົນ ໄດ້ຂັບລົດມາແລ້ວຈອດໄວ້ ຈາກນັ້ນພວກກ່ຽວກໍ່ໄດ້ພາກັນຢ່າງເຂົ້າໄປໃນບ້ານຜາເມືອງ, ເຈົ້າໜ້າທີ່ຈື່ງໄດ້ໄປຊອກຫາ ແລະ ພົບເຫັນເດັກນ້ອຍເປົ້່າໝາຍ 02 ຄົນ, ພ້ອມທັງເຂົ້າສອບຖາມ ພວກກ່ຽວທັງ 02 ໄດ້ຮັບສາລະພາບວ່າ: ໄດ້ລັກຂັບລົດໃຫ່ຍຄັນດັ່ງກ່າວ ຢູ່ເຮືອນຂອງຜູ້ຖືກເສຍຫາຍແທ້ ຍ້ອນຄວາມຮູ້ເທົ່າບໍ່ເຖິງການ, ເມື່ອພວກກ່ຽວເຫັນລົດຈອດສຸບກະແຈຄາຢູ່ລົດ ຈື່ງເກີດມີແນວຄິດຢາກລອງຂັບເບີ່ງ, ພໍສະຕາດລົດໄດ້ ພວກກ່ຽວທັງສອງກໍ່ພາກັນຂັບຂີ່ອອກໄປສູ່ເສັ້ນທາງໃຫ່ຍ ມີຈຸດປະສົງຈະພາກັນຂັບຂີ່ໄປຫຼີ້ນເມືອງໝອກ ແຂວງຊຽງຂວາງ ພໍຂັບມາໄດ້ໄລຍະໜື່ງຈັກລົດດັບ ພວກກ່ຽວຈຶ່ງລົງຈາກລົດ ແລະ ກັບເມືອບ້ານຂອງຕົນ.

ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ເດັກນ້ອຍທັງ 02 ຄົນ ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເດັກນ້ອຍຄົນທີ່ລັກຂັບລົດ ມີອາຍຸ 9 ປີ ແລະ ເດັກນ້ອຍໝູ່ທີ່ໄປນໍາ ອາຍຸ 12 ປີ, ປັດຈຸບັນລົດຄັນດັ່ງກ່າວ ເຈົ້າໜ້າທີ່ ປກສ ກຸ່ມ 3 ຜາເມືອງ ໄດ້ເຮັດບົດບັນທືກສົ່ງຄືນເຈົ້າຂອງເດີມ ມອບໂດຍ ພັນໂທ ສັງທອງ ຈິນດາວົງ ຫົວໜ້າຫ້ອງການ ປກສ ກຸ່ມ 3 ຜາເມືອງ ແລະ ຮັບໂດຍ ທ້າວ ບົວຫືລີ ເຈົ້າຂອງລົດຄັນດັ່ງກ່າວ ໂດຍມີເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເປັນສັກຂີພະຍານ. ສ່ວນເດັກນ້ອຍທັງ 2 ຄົນ ທາງເຈົ້າຂອງລົດແມ່ນບໍ່ເອົາເລື່ອງ, ສະນັ້ນ, ເຈົ້າໜ້າທີ່ຈື່ງແຈ້ງເຊີນຜູ້ປົກຄອງເດັກນ້ອຍທັງ 2 ມາເຮັດບົດບັນທືກສືກສາອົບຮົມ ພ້ອມທັງແນະນໍາໃຫ້ຜູ້ປົກຄອງເອົາໃຈໃສ່ຕິດຕາມພືດຕິກໍາຂອງລູກ ແລະ ອົບຮົມສັ່ງສອນລູກໃຫ້ເປັນຄົນດີຂອງສັງຄົມ.

ປກສ ບໍລິຄຳໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ຜົນສຳເລັດ ການເລືອກຕັ້ງເຂດ 15 ແຂວງຈໍາປາສັກ, ເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ)
Next Post: ເຈົ້າໜ້າທີ່ຄາດວ່າມີຜູ້ຮ່ວມຂະບວນການ 3 ຄົນໃນການປຸ້ນເອົາຄໍາສອງຜົວເມຍຢູ່ ເມືອງທ່າແຂກ

Related Posts

ຊົມເຊີຍນໍ້າໃຈງາມພົບສາຍຄໍຄໍາສອງບາດສົ່ງຄືນເຈົ້າຂອງ ຂ່າວສານບ້ານເມືອງ
ແຕ່ງຕັ້ງ ດຣ. ສະໜອງ ທອງສະນະ ເປັນຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຂ່າວສານບ້ານເມືອງ
ບໍລິສັດເຊື້ອໄຟເປໂຕລີແມັກລາວ ຈຳກັດ ຮ່ວມກັບເຈົ້າຂອງປໍ້ານໍ້າມັນຫຼັກ 10 ມອບເຄື່ອງຊ່ວຍເຫຼືອໃຫ້ກອງບັນຊາການທະຫານແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ອາກາດຮ້ອນ ໄດ້ເພີ່ມກໍາລັງແຮງຂຶ້ນ ປົກຄຸມເຂດພາກເໜືອຂອງປະເທດລາວ ຂ່າວສານບ້ານເມືອງ
ກໍ່ເຫດ! ປຸ້ ນ ຊັ ບ ຄົນຮັກແພງ ຖືກຄອບຄົວຜູ້ເສຍຫາຍຊ່ວຍກັນຈັບຕົວ ຂ່າວສານບ້ານເມືອງ
ອຸຕຸເຕືອນໃຫ້ເຝົ້າລະວັງ!​ ພາຍຸສິເຂົ້າຈະມີຝົນຕົກ ແລະ ລົມພັດແຮງ​ 5ຫາ9 ພຶດສະພານີ້​ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme