ວັນທີ 16 ກຸມພາ 2021 ທີ່ໂຮງແຮມຄຣາວພາຊາ, ໄດ້ຈັດກອງປະຊຸມປະກາດ ແລະ ເຜີຍແຜ່ຜົນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III, ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທັງເປັນຫົວໜ້າຄະນະຊີ້ນຳລະດັບຊາດການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III; ມີທ່ານ ວິໄລສຸກ ສີສຸລາດ ຮອງຫົວໜ້າກົມສະຖິຕິສັງຄົມ, ຮອງຫົວໜ້າຫ້ອງການສຳຫຼວດເສດຖະກິດ ຄັ້ງທີ III, ຫົວໜ້າຫ້ອງການສູນສະຖິຕິແຫ່ງຊາດ, ຫົວໜ້າສູນສະຖິຕິແຫ່ງຊາດ, ບັນດາພາກສ່ວນເຂົ້າຮ່ວມ.
ອີງຕາມການຖະແຫຼງຜົນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ຂອງທ່ານ ສົມດີ ດວງດີ ໃຫ້ຮູ້ວ່າ:ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານ, ລັດຖະບານແຫ່ງສປປ ລາວ ໄດ້ໃຫ້ຄວາມສຳຄັນໃນການຜະລິດຂໍ້ມູນຂ່າວສານທີ່ຈຳເປັນສຳລັບສ້າງແຜນນະໂຍບາຍ, ການຕິດຕາມການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະກໍຄືເປົ້າໝາຍການພັດທະນາແບບຍືນຍົງ (SDG) ເຊິ່ງຜົນໄດ້ຮັບຈາກການສຳຫຼວດຄັ້ງນີ້ຈະໄດ້ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການຕິດຕາມ ແລະ ປະເມີນຂາດຕົວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII, ການວາງແຜນການ 5 ປີ ຄັ້ງທີ IX ແລະ ເປົ້າໝາຍການພັດທະນາແບບຍືນຍົງ 2030, ເວົ້າລວມ, ເວົ້າສະເພາະແມ່ນສະພາບການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກ ແລະ ການຄາດຄະເນລະດັບການເຕີບໂຕທາງດ້ານເສດຖະກິດແຫ່ງຊາດ, ການພັດທະນາຂະແໜງອຸດສາຫະກຳ ແລະ ບໍລິການ ຕາມທິດຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.
ສຳລັບຜົນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ຈຳນວນຫົວໜ່ວຍພື້ນຖານເສດຖະກິດ (ຫົວ ໜ່ວຍວິສາຫະກິດ ແລະ ຫ້າງຮ້ານ) ການສຳຫຼວດເສດຖະກິດທົ່ວປະເທດໄດ້ຈັດຕັ້ງປະຕິບັດໃນທຸກ 5 ປີ, ເຊິ່ງເລີ່ມແຕ່ປີ 2006 ເປັນຕົ້ນມາ, ຄັ້ງທີ 2 ໄດ້ປະຕິບັດປີ 2013 ແລະ ຄັ້ງທີ 3 ໄດ້ຈັດຕັ້ງປະຕິບັດປີ 2019-2020 ເຊິ່ງການອອກແບບ ແລະ ການກໍານົດເປົ້າໝາຍສໍາລັບການສໍາຫຼວດໃນຄັ້ງນີ້ອີງໃສ່ຜົນການຂຶ້ນບັນຊີຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານໃນຂອບເຂດທົ່ວປະເທດ ປະຈຳປີ 2019 ເຊິ່ງມີທັງໝົດປະມານ 134 ພັນຫົວໜ່ວຍ (133.997 ຫົວໜ່ວຍ), ກວມເອົາທຸກຂະແໜງການເສດຖະກິດ, ທຸກຮູບແບບ ແລະ ທຸກລະດັບຂັ້ນຄຸ້ມຄອງແຕ່ບໍ່ກວມລວມເອົາສະຖາບັນທີ່ບໍ່ຫວັງຜົນກຳໄລ.
ໃນນັ້ນ, ການຂະຫຍາຍຕົວທາງດ້ານຈຳນວນຫົວໜ່ວຍພື້ນຖານເສດຖະກິດ (ຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ) ຈາກການປະຕິບັດຈົດນັບຕົວຈິງ, ຫົວໜ່ວຍໃນປີ 2019 ເມື່ອທຽບໃສ່ການສໍາຫຼວດຄັ້ງຜ່ານມາໃນປີ 2013 ເພີ່ມຂຶ້ນ 9.124 ຫົວໜ່ວຍ (ໃນປີ 2013 ມີ ປະມານ 125 ພັນຫົວໜ່ວຍ (124.873 ຫົວໜ່ວຍ) ຫົວໜ່ວຍພື້ນຖານເສດຖະກິດສ່ວນໃຫຍ່ (74,7 ສ່ວນຮ້ອຍ) ເລີ່ມດໍາເນີນກິດຈະການຊ່ວງໄລຍະແຕ່ປີ 2010-2019 ແລະ 20,1 ສ່ວນຮ້ອຍແມ່ນເລີ່ມກິດຈະການແຕ່ປີ 2000-2009. ນອກນັ້ນ, ເລີ່ມກິດຈະການແຕ່ປີ 1970-1999 ມີປະມານ 5,2 ສ່ວນຮ້ອຍ. ສ່ວນທີ່ຕັ້ງຂອງບັນດາຫົວໜ່ວຍວິສາຫະກິດ ແລະ ຫ້າງຮ້ານ, ຫົວໜ່ວຍຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນກວມເອົາ 22,3 ສ່ວນຮ້ອຍ (ມີ 28.643 ຫົວໜ່ວຍ), ຮອງລົງມາແມ່ນແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດກວມເອົາ 11,8 ແລະ 11,4 ສ່ວນຮ້ອຍຕາມລໍາດັບ. ແຂວງທີ່ມີຫົວໜ່ວຍພື້ນຖານເສດຖະກິດໜ້ອຍກວ່າໝູ່ແຂວງໄຊສົມບູນມີພຽງ 1.020 ຫົວໜ່ວຍ, ຖັດຈາກແຂວງເຊກອງ 1.683 ແລະ ແຂວງຜົ້ງສາລີ 1.699 ຫົວໜ່ວຍ
ທ່ານ ສົມດີ ດວງດີ ໃຫ້ຮູ້ຕື່ມອີກວ່າ: ຂະໜາດ ແລະ ຂົງເຂດຂະແໜງການຜະລິດ ຫຼື ການເຄື່ອນໄຫວຂອງບັນດາຫົວໜ່ວຍພື້ນຖານເສດຖະກິດໃນທົ່ວປະເທດສ່ວນໃຫຍ່ແມ່ນຈຸນລະວິສະຫະກິດກວມ 94,2 ສ່ວນຮ້ອຍ (ມີຈໍານວນ 126.168 ຫົວໜ່ວຍ), ຮອງລົງມາແມ່ນວິສະຫະກິດຂະໜາດນ້ອຍມີ 6.600 ຫົວໜ່ວຍ, ສ່ວນວິສະຫະກິດຂະໜາດກາງ ແລະ ຂະໜາດໃຫຍ່ມີພຽງ 954 ແລະ 276 ຫົວໜ່ວຍເທົ່ານັ້ນ. ວິສະຫະກິດທີ່ຫຼາຍກວ່າໝູ່ແມ່ນເຄື່ອນໄຫວໃນຂະແໜງການຄ້າກວມເອົາ 63,8 ສ່ວນຮ້ອຍ, ຮອງລົງມາແມ່ນການບໍລິການ 20,4 ສ່ວນຮ້ອຍ, ສ່ວນຂະແໜງການຜະລິດມີພຽງ 15,9 ສ່ວນຮ້ອຍ.
ພາບ/ຂ່າວ:(ຈັນທະລາ)