Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງປ້ອງກັນປະເທດປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

Posted on 21/02/202121/02/2021 By News No Comments on ກະຊວງປ້ອງກັນປະເທດປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

ກຳລັງປະກອບ ອ າ ວຸ ດ ກະຊວງປ້ອງກັນປະເທດ ດຳເນີນການປ່ອນລັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃນວັນທີ 13 ກຸມພາ ຜ່ານມາຢູ່ກະຊວງດັ່ງກ່າວ, ເຊິ່ງນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາຄະ ນະນໍາກະຊວງ, ຄະນະນໍາຫ້ອງວ່າການກະຊວງ, ກົມ, ຫ້ອງການ ແລະ ບັນດາຜູ້ມີສິດເລືອກຕັ້ງທົ່ວກຳລັງປະກອບອາວຸດ ເຂົ້າຮ່ວມທ່ານ ພັນເອກ ສິງທອງ ມິດສຸພົນ ຫົວໜ້າຫ້ອງການ ບໍລິຫານຫ້ອງການກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ໜ່ວຍປ່ອນບັດເລືອກຕັ້ງຂອງພວກເຮົາ ໄດ້ດໍາເນີນພິທີປ່ອນບັດເລືອກຕັ້ງຂຶ້ນຢ່າງເປັນທາງການ ເພື່ອເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນບັນດາເຜົ່າ ໃຫ້ສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງຜູ້ມີສິດເລືອກຕັ້ງ.

May be an image of one or more people, people standing and military uniform

ການເລືອກຕັ້ງຄັ້ງນີ້, ເປັນສິດ ແລະ ໜ້າທີ່ຂອງທຸກຄົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນແຫ່ງ ສປປ ລາວ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ, ເຊິ່ງກໍານົດວ່າ ພົນ ລະ ເມືອງລາວຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ, ສະນັ້ນສະເໜີໃຫ້ທຸກຄົນໄດ້ນໍາໃຊ້ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີສ່ວນຮ່ວມເຂົ້າໃນການຄຸ້ມຄອງບໍລິຫານລັດ ເພື່ອເຮັດໃຫ້ ສປປ ລາວ ເປັນລັດປະຊາທິປະໄຕປະຊາຊົນ, ປະຊາ ຊົນເປັນຜູ້ສ້າງຕັ້ງອົງການແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ເອີ້ນວ່າ: ສະພາແຫ່ງຊາດ ກໍຄື ສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງ.

May be an image of standing and indoor

ໂອກາດນີ້, ທ່ານ ພັນເອກ ສິງທອງ ມິດສຸພົນ ຍັງໄດ້ຮຽກຮ້ອງມາຍັງກຳລັງປະກອບອາວຸດທຸກຄົນ ກໍຄື ຜູ້ມີສິດເລືອກຕັ້ງ ທີ່ມີລາຍຊື່ຢູ່ໃນບັນຊີໜ່ວຍປ່ອນບັດເລືອກຕັ້ງຂອງພວກເຮົາ ໄດ້ໃຊ້ສິດເລືອກຕັ້ງຂອງຕົນຢ່າງພ້ອມພຽງຮຽງໜ້າ, ລົງຄະແນນສຽງຖືກຕ້ອງຮ້ອຍສ່ວນຮ້ອຍ, ຮັບປະກັນຮ້ອຍສ່ວນຮອ້ຍ, ຄັດເລືອກເອົາ ສະມາ ຊິກສະພາແຫ່ງຊາດ ແລະ ສະມາຊິກສະ ພາປະຊາຊົນນະຄອນຫລວງ ໃຫ້ໄດ້ຜູ້ມີມາດຖານ, ເງື່ອນໄຂຄົບຖ້ວນແນໃສ່ຍົກສູງປະສິດທິພາບ ຂອງການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະ ຊາຊົນລາວບັນດາເຜົ່າ ໃຫ້ນັບມື້ສູງຂຶ້ນ.

ຂ່າວ: ມະນີທອນ

ພາບ: ຂັນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານ ພັນຄຳ ວິພາວັນຮອງປະທານປະເທດ ລົງປ່ອນບັດເລືອກຕັ້ງ ສສຊ-ສສຂ ຢູ່ບ້ານສາຍນ້ຳເງິນ
Next Post: ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສຸນກາງພັກ ສະໄຫມທີ XI ພ້ອມດ້ວຍພັນລະຍາ

Related Posts

ເກີດເຫດມື້ຄືນນີ້! ໄຟໄໝ້ລົດທີ່ທາງດ່ວນວັງວຽງ-ຂາອອກ ເຂດຫຼັກ 52 (ມີຄຣິບ) ຂ່າວສານບ້ານເມືອງ
ວາງແຜນ ຄ າ ດ ຕ ະ ກໍ າ ແມ່ຍ່າ ກ່ອນຖືກເຈົ້າໜ້າທີ່ນຳຕົວມາ ທົ ດ ສ ະ ກໍ າ ຄືນເຫດການ ຂ່າວສານບ້ານເມືອງ
5 ປີ ຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ 13.735 ເລື່ອງ, ຈັບຜູ້ຖືກຫາໄດ້ 20.221 ຄົນ ຢຶດຢາເສບຕິດປະເພດຕ່າງໆໄດ້ຫຼາຍໂຕນ ຂ່າວສານບ້ານເມືອງ
ເມືອງວິລະບູລີ ໄດ້ຮັບຜົນກະທົບຈາກພາຍຸເຮັດໃຫ້ມີຝົນຕົກໜັກໃນໄລຍະ1-2ວັນທີ່ຜ່ານມາ ຂ່າວສານບ້ານເມືອງ
ຈຸດສ່ຽງ ພົບຜູ້ຕິດ ໂ ຄ ວິ ດ ທີ່ ນະຄອນ ໄກສອນພົມວິຫານ ຂ່າວສານບ້ານເມືອງ
ສົດໆ! 10ລໍ້ຢຽບລົດຈັກ ທີ່ໄຟແດງຄິວລົດສາຍເໜືອ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme