ໃນຕອນເຊົ້າຂອງວັນທີ 21 ກຸມພາ2021 ທີບ້ານສາຍນ້ຳເງິນ ນະຄອນຫລວງວຽງຈັນ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໄດ້ລົງ ປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຫລື ສສຊ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ນະຄອນ ຫລວງວຽງຈັນ ຫລືສສຂ ຊຸດທີ II ຢູ່ຫນ່ວຍເລືອກຕັ້ງ ທີ 16 ບ້ານສາຍນ້ຳເງິນ, ເມືອງໄຊທານີ, ນະຄອນ ຫລວງວຽງຈັນ.
.

ບ້ານສາຍນ້ຳເງິນ ມີ 3 ຫນ່ວຍເລືອກຕັ້ງ ຄື: ຫນ່ວຍທີ16, ຫນ່ວຍທີ 17 ແລະ 18; ມີພົນລະເມືອງທັງຫມົດ 2.404 ຄົນ, ຍິງ 1.383 ຄົນ; ຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ ມີ 1.852 ຄົນ, ຍິງ 1.165 ຄົນ.

.
