Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ ປະຊາຊົນບ້ານຜັກຂະຍ່າ ຮ່ວມໃຈສາມັກຄີປູທາງເບຕົງຜ່ານບ້ານ ດ້ວຍເງິນລວມຂອງບ້ານ

Posted on 20/02/202120/02/2021 By News No Comments on ຊົມເຊີຍ ປະຊາຊົນບ້ານຜັກຂະຍ່າ ຮ່ວມໃຈສາມັກຄີປູທາງເບຕົງຜ່ານບ້ານ ດ້ວຍເງິນລວມຂອງບ້ານ

ຊົມເຊີຍປະຊາຊົນບ້ານຜັກຂະຍ່າ ຮ່ວມໃຈປູທາງເບຕົງຜ່ານບ້ານ ດ້ວຍເງິນລວມຂອງບ້ານ ແລະ ການປະກອບສ່ວນຈາກສັງຄົມ, ລູກຫຼານຊາວບ້ານທີ່ອາໄສຢູ່ທ້ອງຖິ່ນອື່ນປະກອບສ່ວນ ມູນຄ່າ 300 ກວ່າລ້ານກີບ

May be an image of 13 people, people standing and outdoors

.

May be an image of 2 people, people standing and outdoors

ການກໍ່ສ້າງເສັ້ນທາງເບຕົງເສີມເຫັຼກຜ່ານບ້ານຜັກຂະຍ່າ, ເມືອງອາດສະພອນ,​ ແຂວງສະຫວັນນະເຂດ ຈັດຂຶ້ນໃນວັນທີ 15 ກຸມພາ 2021ນີ້ຜ່ານມາ. ທ່ານ ທອງສະໝຸດ ລືນາມມະຈັກ ຫົວໝ້າບໍລິສັດທີ່ປຶກສາດ້ານພະລັງງານນໍ້ານະຄອນຫຼວງວຽງຈັນ ຈຳກັດ ທັງເປັນຜູ້ອອກແບບການກໍ່ສ້າງເສັ້ນທາງດັ່ງກ່າວ ໃຫ້ຮູ້ວ່າ: ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກໃນຄັ້ງນີ້ ແມ່ນໄດ້ກຳນົດເອົາຄວາມຍາວ 630 ແມັດ, ກ້ວາງ 5’ແມັດ, ໜາ 15 ຫາ 18 ຊັງຕີແມັດ, ສາມາດຮັບນໍ້າໜັກໄດ້ 12 ໂຕນ ໃຊ້ງົບປະມານກໍ່ສ້າງເບື້ອງຕົ້ນ 300 ກວ່າລ້ານກີບ ທີ່ໄດ້ຈາກເງິນລວມຂອງບ້ານ ແລະ ສ່ວນໜຶ່ງແມ່ນການປະກອບສ່ວນຈາກສັງຄົມ, ລູກຫຼານຊາວບ້ານຜັກຂະຍ່າທີ່ອາໄສຢູ່ທ້ອງຖິ່ນອື່ນມາປະກອບສ່ວນຊ່ວຍການພັດທະນາບ້ານເກີດເມືອງນອນຂອງຕົນ.​

May be an image of one or more people, people standing and outdoors

.

May be an image of one or more people, people standing and road

ສ່ວນແຮງງານໃນການກໍ່ສ້າງຄັ້ງນີ້ ແມ່ນນຳໃຊ້ແຮງງານຂອງປະຊາຊົນຊາວບ້ານສາມັກຄີກັນກໍ່ສ້າງ, ໂດຍຄິດໄລ່ຄ່າຕອບແທນແບບລາຍວັນ, ຄິດໄລ່ຕໍ່າສຸດ 50 ພັນກີບຕໍ່ມື້ ເພື່ອສົ່ງເສີມໃຫ້ຜູ້ວ່າງງານໃນບ້ານມີວຽກເຮັດງານທຳສ້າງລາຍຮັບແກ່ຄອບຄົວ.​

May be an image of one or more people, people standing, tree and road

.

May be an image of standing, outdoors and tree

.

May be an image of road and tree

.

May be an image of tree and road

ຂໍ້ມູນຂ່າວ: ຫ້ອງການ ຖວທ ເມືອງອາດສະພາບ

ຂ່າວສານບ້ານເມືອງ

Post navigation

Previous Post: ຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວສຳເລັດແລ້ວ 50%
Next Post: ຖື ກ ຕັ ດ ອິ ດ ສ ະ ພ າ ບ ໄ ລ ຍ ະ 3ປີ ແຕ່ບໍ່ເຄັດຫຼາບ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1003ຄົນ ຂ່າວສານບ້ານເມືອງ
ສະພາຮັບຮອງ ທ່ານ ສອນໄຊ ສີພັນດອນ ໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ຜູ້ໃໝ່ ຂ່າວສານບ້ານເມືອງ
ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1 ຂ່າວສານບ້ານເມືອງ
ເດັກຊາຍຈົມນໍ້າທີ່ບ້ານເວີນຄໍາ ພົບແລ້ວ ພາຍຫຼັງການຄົ້ນຫາ 2 ມື້ ໂດຍກູ້ໄພ 1624 ຂ່າວສານບ້ານເມືອງ
ສະພາບອາກາດປະຈໍາວັນທີ 02 ກໍລະກົດ 2021 ຂ່າວສານບ້ານເມືອງ
ີ3 ເດືອນຕົ້ນປີ 2022 ປກສ ເມືອງໂຂງສາມາດມ້າງຄະດີໄດ້ 20 ລາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme