Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວສຳເລັດແລ້ວ 50%

Posted on 19/02/202119/02/2021 By News No Comments on ຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວສຳເລັດແລ້ວ 50%

ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ເປັນໂຄງການທີ່ນອນຢູ່ໃນເສັ້ນທາງຫຼວງຂອງແຂວງບໍ່ແກ້ວ ໝາຍເລກ 2243 ສ້າງຂຶ້ນ ເພື່ອເຊື່ອມຈອດລະຫວ່າງບ້ານກ້ອນຕື່ນ – ຫ້ວຍແອ່ນ ແລະ ເຊື່ອມຈອດຕິດຊາຍແດນເມືອງຄອບ ແຂວງໄຊຍະບູລີ ເຊິ່ງເປັນເສັ້ນທາງທີ່ມີໄລຍະສັ້ນທີ່ສຸດຈາກແຂວງບໍ່ແກ້ວໄປສູ່ນະຄອນຫຼວງວຽງຈັນ ໂດຍຜ່ານແຂວງໄຊຍະບູລີ ທ່ານ ສຸຂັງ ບຸນນາວົງ ຮອງຜູ້ອຳນວຍການລັດວິສາຫະກິດກໍ່ສ້າງຄົມມະນາຄົມ ຜູ້ຈັດການພາກສະໜາມການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວ ໄດ້ກ່າວວ່າ: ໂຄງການດັ່ງກ່າວແມ່ນໄດ້ເລີມຕົ້ນປະຕິບັດມາ 3 ປີຄືນຫຼັງ.

May be an image of 5 people and people standing

ມາຮອດປັບຈຸບັນ ແມ່ນໄດ້ສຳເລັດພຽງແຕ່ 50 ກວ່າເປີເຊັນ, ເຊິ່ງມີຄວາມຍາວຂອງຂົວທັງໝົດ 503 ແມັດ, ຄວາມກ້ວາງທາງລົດແລ່ນປະມານ 8 ແມັດ, ທາງຄົນຍ່າງກວ້າງເບື້ອງລະ 1,8 ແມັດ, ພາກສ່ວນເທິງເປັນໂຄງສ້າງນ່າງເຫຼັກລວມມີ 7 ຊ່ວງ, ຊ່ວງໜຶ່ງມີຄວາມຍາວ 65 ແມັດ, ສ່ວນຊ່ວງກາງນໍ້າມີຄວາມຍາວ 110 ແມັດ, ມີໂຄງສ້າງເຊິ່ງອອກແບບເປັນຂົວປະສົມພາກສ່ວນລຸ່ມເປັນເບຕົງເສີມເຫຼັກ, ມີ 8 ເສົາ. ໃນນີ້ ເສົາກາງນໍ້າມີ 6 ເສົາ ແລະ ຂົວປູດ້ວຍເບຕົງເສີມເຫຼັກ ແລະປູທັບດ້ວຍຢາງຂົວອັດສະຟານໜາ 5 ຊັງຕີແມັດ, ຜ່ານການປະຕິບັດການກໍ່ສ້າງມາຮອດປັດຈຸບັນແມ່ນພວມກໍ່ສ້າງພາກສ່ວນລຸ່ມໄດ້ສຳເລັດແລ້ວເສົາ p1, p2, p3, p6 ແລະ ສ່ວນເສົາ p4, p5 ແມ່ນກຳລັງກໍ່ສ້າງ, ຄາດວາຈະໃຫ້ສຳເລັດພາກສ່ວນລຸ່ມໃນທ້າຍປີນີ້ຈະໃຫ້ໄດ້ປະກອບຄານຂົວຢູ່ພາກສ່ວນເທິງ.

May be an image of outdoors

ທ່ານໃຫ້ຮູ້ຕື່ມວ່າ: ການກໍ່ສ້າງແມ່ນບໍ່ໄດ້ບັນລຸຕາມແຜນທີ່ໄດ້ກຳນົດໄວ້ ສາເຫດຫຼັກກໍ່ຍ້ອນໂຄງ ການຕັ້ງຢູ່ຫ່າງໄກຊອກຫຼີກ, ການຂົນສົ່ງວັດສະດຸກໍ່ສ້າງກໍ່ຫຍຸ້ງຫຍາກ, ລະດັບແມ່ນນ້ຳຂອງບໍ່ປົກກະຕິ ແລະ ດ້ານງົບປະ ມານການກໍ່ສ້າງ ຍັງບໍ່ທັນຕອບສະໜອງໄດ້ດີເທົ່າທີຄວນ, ສຳລັບມູນຄ່າການກໍ່ສ້າງຂົວທັງໝົດ 180 ກວ່າຕື້ກີບ ໂດຍແມ່ນການລົງທຶນຂອງລັດ ຖະບານ ແລະ ຮັບເໝົາກໍ່ສ້າງ ໂດຍລັດວິສາຫະກິດກໍ່ສ້າງຄົມມະນາຄົມ.

May be an image of road, mountain and sky

.

May be an image of 9 people, people standing and sky

ພາບ-ຂ່າວ ພອນສະຫວັນ ມະນີສີ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂໍລາຍງານ! ລາວເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດເພີ່ມ ສ່ວນຜູ້ຕິດເຊື້ອເກົ່າທັງ 4ກໍລະນີ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ
Next Post: ຊົມເຊີຍ ປະຊາຊົນບ້ານຜັກຂະຍ່າ ຮ່ວມໃຈສາມັກຄີປູທາງເບຕົງຜ່ານບ້ານ ດ້ວຍເງິນລວມຂອງບ້ານ

Related Posts

ດ່ວນທ່ານນາຍົກເຫັນດີເອົາວັນທີ 1 ມັງກອນ 2022 ເປັນມື້ເປີດຮັບນັກທ່ອງທ່ຽວພື້ນທີ່ສີຂຽວປອດໂຄວິດ ຂ່າວສານບ້ານເມືອງ
ຖ້າພົບເຫັນຂໍໃຫ້ແຈ້ງ! ທ້າວ ເຕ້ ປະຊາຊົນ ເມືອງ ສັງທອງ ລັກລອບເຂົ້າປະເທດແບບຜິດກົດໝາຍ ຍັງເອົາຕົວຫຼົບຫນີ ຂ່າວສານບ້ານເມືອງ
ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ສືບຕໍ່ປະຕິບັດມາດຕະການເພືີ່ອປ້ອງກັນການລະບາດຂອງພະຍາດ COViD-19 ຢູ່ໃນໂຮງຮຽນ. ຂ່າວສານບ້ານເມືອງ
ງຽບສະຫງົບ! ບໍ່ແກ້ວຈາກສະພາບການເຜ່ລະບາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຂ່າວດີ ສະຫະປາຊາຊາດຮັບຮອງ ສປປ ລາວ ອອກຈາກລາຍຊື່ປະເທດດ້ອຍພັດທະນາແລ້ວ ຂ່າວສານບ້ານເມືອງ
ວອນຜູ່ໃຈບຸນ ຊ່ວຍຄ່າປິ່ນປົວ ນາງ ພອນເພັດແດ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme