ໃນວັນທີ 19 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ ຖະແຫລງໃຫ້ຮູ້ວ່າ: ໃນວັນທີ 18 ກຸມພາ 2021 ນີ້, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.003 ຄົນ. ໃນນັ້ນຜ່ານດ່ານ ລາວ-ໄທ ມີ 1.815 ຄົນ, ດ່ານ ລາວ-ຈີນ 24 ຄົນ ແລະ ດ່ານ ລາວ-ຫວຽດນາມ 164 ຄົນ. ທັງໝົດໄດ້ແທກອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງມາກວດກ່ອນນຳສົ່ງໄປສະ ຖານທີ່ຈຳກັດບໍລິເວນ ຈົນຄົບກຳນົດ 14 ວັນ. ປັດຈຸບັນ, ມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.853 ຄົນຢູ່ໃນ 35 ສູນທົ່ວປະເທດ.

ໄດ້ເກັບຕົວຢ່າງຈໍານວນ 314 ຄົນ ມາກວດວິເຄາະແຕ່ບໍ່ພົບຜູ້ຕິດເຊື້ອ ໂຄວິດ ເພີ່ມ, ໝາຍຄວາມວ່າ ວັນທີ 18 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່ ແລະ ນັບແຕ່ເດືອນມັງກອນ 2020 ມາຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດ ທັງໝົດ 110.103 ຕົວຢ່າງ ແລະ ກວດພົບເຊື້ອສະສົມ 45 ຄົນ, ປິ່ນປົວດີ 41 ຄົນ ແລະ ຍັງອີກ 4 ຄົນ ສືບຕໍ່ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນ, ທົ່ວໂລກມີລາຍງານການລະບາດຂອງພະຍາດ ໂຄວິດ ທັງໝົດ 219 ປະເທດ ແລະ ເຂດ, ມີຜູ້ຕິດເຊື້ອສະສົມຫລາຍກວ່າ 110,7 ລ້ານຄົນ, ເສຍຊິວິດສະສົມຫລາຍກວ່າ 2,4 ລ້ານຄົນ ແລະ ປີ່ນປົວຫາຍດີ ຫລາຍກວ່າ 85,7 ລ້ານຄົນ.

ເຖິງຢ່າງໃດກໍຕາມ, ພະຍາດ ໂຄວິດ ໃນທົ່ວໂລກ ຍັງສືບຕໍ່ລະບາດ, ຫລາຍປະເທດຍັງບໍ່ທັນສາມາດຕັດວົງຈອນການລະບາດ ຂອງພະຍາດໄດ້ເທື່ອ. ດັ່ງນັ້ນ, ຂໍໃຫ້ທຸກພາກສ່ວນໃນສັງຄົມເອົາໃຈໃສ່ປ້ອງກັນຕົນເອງ, ດ້ວຍການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ: ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ, ຮັກສາມາລະຍາດໃນການໄອ-ຈາມ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ, ບໍ່ໃຊ້ສິ່ງຂອງຮ່ວມກັນ, ຫລີກລ້ຽງການເດີນທາງໄປສະຖານທີ່ແອອັດ ຫລື ບ່ອນທີ່ມີຄວາມສ່ຽງ.