Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບປື້ມ “ເມື່ອທ່ານເປັນນາຍົກ” ແກ່ທ່ານນາຍົກ

Posted on 18/02/202118/02/2021 By All in LAOS No Comments on ມອບປື້ມ “ເມື່ອທ່ານເປັນນາຍົກ” ແກ່ທ່ານນາຍົກ

ຂໍ້ຄວາມຈາກ ຜູ້ຂຽນປື້ມ “ເມື່ອທ່ານເປັນນາຍົກ” ຂຽນຂຶ້ນໂດຍ ເອກອັກຄະລັດຖະທູດ ສຸທຳ ສາກົນນິຍົມ ແລະ ເອກອັກຄະລັດຖະທູດ ມະໄລວຽງ ສາກົນນິຍົມ

“ວັນພຸດ ທີ 17/2/21 ພວກເຮົາທັງສອງ ໄດ້ຮັບກຽດສູງສຸດ ໃນຊີວິດ ທີ່ໄດ້ມີໂອກາດເຂົ້າຢ້ຽມຢາມ ທ່ານນາຍົກລັດຖະມົນຕີ ຂວັນໃຈປະຊາຊົນ ທ່ານ ປອ. ທອງລຸນ ສີສຸລິດ ທີ່ສໍານັກງານນາຍົກລັດຖະມົນຕີ ເພື່ອມອບປື້ມ ຊື່ວ່າ “ ເມື່ອທ່ານເປັນນາຍົກ “ ໃຫ້ທ່ານ ຜູ້ເປັນບຸກຄົນໃຈກາງຂອງປື້ມຫົວນີ້ !

ພວກເຮົາທັງສອງຖືວ່າເປັນບຸນບາລະມີສູງສົ່ງຂອງຕົນເອັງ ທີ່ສາມາດສໍາເລັດການຂຽນປື້ມເຫລັ້ມນີ້ ໂດຍໄດ້ຮັບການສະຫນັບສະຫນູນ ທັງດ້ານກໍາລັງໃຈ ທັງດ້ານເນື້ອໃນ ເພື່ອຂຽນ , ແລະທັງດ້ານປັດໃຈ ເພື່ອການພິມອອກມາສູ່ສາຍຕາ ມວນຊົນ ໃນປະຈຸບັນນີ້ !

ພວກເຮົາຂໍສະແດງ ຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ຢ່າງສູງ ມາຍັງທຸກໆທ່ານ !

ປຶ້ມ “ເມື່ອທ່ານເປັນນາຍົກ” ມີເນື້ອຫາ ສາລະ ແລະ ໃຫ້ຄວາມຮູ້ ແກ່ສັງຄົມ

ປື້ມທີ່ມີຊື່ວ່າ “ເມື່ອທ່ານເປັນນາຍົກ” ເປັນປຶ້ມທີ່ມີເນື້ອຫາສາລະ, ໃຫ້ຄວາມຮູ້ຫລາຍດ້ານແກ່ຜູ້ອ່ານ ເຊິ່ງຜູ້ຂຽນ ໄດ້ຍົກໃຫ້ເຫັນການເຄື່ອນໄຫວ, ແບບແຜນວິທີການເຮັດວຽກ, ແບບແຜນການບໍລິ ຫານລັດ, ບໍລິຫານປະເທດ ຂອງບັນດາການນຳຂັ້ນສູງ ຂອງສປປ ລາວ ເປັນຕົ້ນ ການຍຶດໝັ້ນແນວຄິດ ແລະ ຄຳສັ່ງສອນຂອງປະທານ ໄກສອນ ພົມວິຫານ ວິລະບູລຸດແຫ່ງຊາດລາວ ຜູ້ນຳທີ່ແສນເຄົາ ລົບຮັກຂອງປວງຊົນລາວທັງຊາດ, ລວມທັງການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ແລະ ແບບແຜນ, ແນວຄວາມຄິດ, ວິທີການເຮັດວຽກຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຄົນປັດຈຸບັນ.

ທ່ານນາງ ມະໄລວຽງ ສາກົນນິຍົມ ເອກອັກຄະລັດຖະທູດ, ຜູ້ຕາງໜ້າ ສປປ ລາວ ປະຈຳກຳມາທິການ ລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວ ສານປະເທດລາວ ໃນວັນທີ 15 ກຸມພາ 2021 ນີ້ວ່າ: ປຶ້ມ “ເມື່ອທ່ານເປັນນາຍົກ” ຂຽນຂຶ້ນໂດຍ ເອກອັກຄະລັດຖະທູດ ສຸທຳ ສາກົນນິຍົມ ແລະ ເອກອັກຄະລັດຖະທູດ ມະໄລວຽງ ສາກົນນິຍົມ ເຊິ່ງເນື້ອໃນຫລັກ ແລະ ຈຸດປະສົງ ຂອງການຂຽນປຶ້ມຫົວນີ້ຂຶ້ນມາ, ຜູ້ຂຽນແມ່ນມີຄວາມປະທັບໃຈ ທີ່ໄດ້ເຫັນ ຜົນງານການບໍລິຫານຊີ້ນຳ-ນຳພາລັດຖະບານ ຂອງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດເປັນຕົ້ນ ແມ່ນ ການອອກຄຳສັ່ງປິດປ່າສະຫງວນ ແລະ ປ້ອງກັນປ່າດົງດິບ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ການກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ຄຳສັ່ງວ່າດ້ວຍເລື່ອງການປະຢັດມັດທະຍັດ ເຊິ່ງການນຳສູງສຸດໄດ້ສະແດງຄວາມເປັນແບບຢ່າງນຳໜ້າດ້ວຍການຕັດສິນໃຈຫັນປ່ຽນລົດປະຈຳຕຳແໜ່ງ ຈາກການນຳໃຊ້ພາຫະນະລາຄາແພງ (ລົດເບັນ) ມາເປັນລົດໂຕໂຍຕາ ຊຶ່ງຈຸດນີ້ໄດ້ເຮັດໃຫ້ທ່ານທອງລຸນ ສີສຸລິດ ໄດ້ກາຍເປັນນາຍົກຂວັນໃຈປະຊາຊົນ.

ພ້ອມນັ້ນ, ຍັງໄດ້ປະຕິບັດສະຫວັດດີການ-ສັງຄົມ ຕໍ່ພະນັກງານ-ລັດຖະກອນ ເຊັ່ນ: ເງິນ ເດືອນຂອງພະນັກງານ ໂດຍສະເພາະ ແມ່ນ ຄູ-ອາຈານແມ່ນໃຫ້ອອກທັນເວລາ ແລະ ໄດ້ຮັບໃນແຕ່ລະເດືອນ, ການຈັດວາງພະນັກງານໜຸ່ມນ້ອຍ ທີ່ມີຄຸນສົມບັດການນຳພາ ແລະ ຄວາມສາມາດສູງເຂົ້າໃສ່ຕຳແໜ່ງສືບທອດຕ່າງໆຢ່າງເໝາະສົມ, ການປາບປາມການຄ້າຢາເສບຕິດ, ການຫັນການຄຸ້ມຄອງບໍລິຫານຂອງລັດຖະບານຜ່ານລະບົບເອເລັກໂຕຣນິກ ກໍຄືການຫັນການຄຸ້ມຄອງບໍລິຫານທະນາຄານ ຜ່ານລະບົບເອເລັກໂຕຣນິກ (E-Banking) ທີ່ສາມາດກວດສອບໄດ້ ແລະ ອື່ນໆ.

ທ່ານໃດ ຫາກມີຄວາມສົນໃຈ ຢາກອ່ານ, ຢາກສຶກສາ ເນື້ອໃນຕ່າງໆທີ່ຢູ່ໃນປຶ້ມຫົວນີ້ ແມ່ນສາມາດເຂົ້າໄປຊອກຊື້-ຊອກອ່ານ ໄດ້ຕາມຮ້ານຂາຍປື້ມທົ່ວໄປ ຫລື ສາມາຕິດຕໍ່ພົວພັນ ຢູ່ສະຖາບັນການຕ່າງປະເທດ.

ເລື່ອງເດັ່ນ

Post navigation

Previous Post: ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 1 ສຳເລັດການຫັດແອບເຄື່ອນທັບ ຂອງນັກຮຽນບຳລຸງ ຊຸດທີ VII
Next Post: ຕົ້ນປີ 2021 ມີຄົນລັກລອບເຂົ້າແຂວງໄຊຍະບູລີ 245 ຄົນ

Related Posts

ຍິ້ມເປີ່ນເວີນຢູ່..! ກັກໂຕຊາວຕ່າງຊາດ ພ້ອມ ຢ າ ເ ສ ບ ຕິ ດ ຍັດໄວ້ໜາກກ້ວຍງ້າວ ເລື່ອງເດັ່ນ
ປະຫວັດບໍ່ທໍາມະດາກໍ່ເຫດປຸ້ນເອົາຄໍາຫຼາຍຄັ້ງ ຂ່າວສານບ້ານເມືອງ
ຊ້າງສາມໂຕຕົກໜອງເລິກທີ່ບ້ານວັງເງືອກໄດ້ຮັບການຊ່ວຍເຫຼືອຢ່າງປອດໄພ (ມີຄລິບ) ຂ່າວສານບ້ານເມືອງ
ຂ່າວດ່ວນ ຂົວຫ້ວຍໝາກແງວ ເມືອງບາຈຽງຜ່ານບໍ່ໄດ້ແລ້ວ ຂ່າວສານບ້ານເມືອງ
ລອດວຸດວິດ ລົດເມເບກແຕກ ຕໍາທ້າຍລົດພ່ວງ ທີ່ເມືອງຄໍາເກີດ ຂ່າວສານບ້ານເມືອງ
ຕິດເຊື້ອເພີ່ມ 336 ຄົນ (ຊຸມຊົນ 147)! ຂໍໃຫ້ມີສະຕິລະວັງຕົວທຸກຄົນເດີ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme