Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານຕັ້ງເປົ້າສູ້ຊົນຫຼຸດຜ່ອນຄວາມທຸກຍາກໃຫ້ຍັງເຫຼືອ 13,9% ຂອງປະຊາກອນທັງໝົດ ໃນປີ 2025

Posted on 17/02/202117/02/2021 By News No Comments on ລັດຖະບານຕັ້ງເປົ້າສູ້ຊົນຫຼຸດຜ່ອນຄວາມທຸກຍາກໃຫ້ຍັງເຫຼືອ 13,9% ຂອງປະຊາກອນທັງໝົດ ໃນປີ 2025

ອີງຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ປີ 2021 – 2025 ທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ: ເປົ້າໝາຍທີ 3 ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ໃນນີ້, ແຜນວຽກຈຸດສຸມທີ 1 ແມ່ນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກທີ່ຍັງທຸກຍາກໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และแหล่งน้ำ

ຄາດໝາຍສຳຄັນແມ່ນອັດຕາຄວາມທຸກຍາກໃຫ້ຫຼຸດລົງ ຍັງເຫຼືອ 13,9% ຂອງປະຊາກອນທັງໝົດ, ອັດຕາຄົວເຮືອນທຸກຍາກໃຫ້ຫຼຸດລົງຍັງເຫຼືອ 9,5% ຂອງຄົວເຮືອນທັງໝົດ ( ຄາດຄະເນ ).

ສູ້ຊົນເຮັດໃຫ້ຄອບຄົວພົ້ນທຸກເພີ່ມຂຶ້ນ ຈາກ 971.900 ຄອບຄົວ ມາເປັນ 1.176.260 ຄອບຄົວ ( ເພີ່ມຂຶ້ນ 204.360 ຄອບຄົວ ).

ສູ້ຊົນເຮັດໃຫ້ບ້ານພົ້ນທຸກເພີ່ມຂຶ້ນ ຈາກ 4.899 ບ້ານ ມາເປັນ 8.003 ບ້ານ ( ເພີ່ມຂຶ້ນ 3.104 ບ້ານ ).

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ວຽກຈຸດສຸມແມ່ນສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເຂົ້າສູ່ລວງເລິກ ແລະ ທົ່ວເຖິງ ຕາມທິດສາມສ້າງ ແລະ ສ້າງຊົນນະບົດໃໝ່ໃຫ້ມີການພັດທະນາໃກ້ຄຽງ ຫຼື ເທົ່າທຽມກັບຕົວເມືອງ ໂດຍສຸມໃສ່ການສົ່ງເສີມການຜະລິດສິນຄ້າ, ການເຂົ້າເຖິງແຫຼ່ງທຶນ ແລະ ສົ່ງເສີມວິຊາຊີບ ແລະ ເຕັກນິກວິຊາການທີ່ກ້າວໜ້າ, ຄຽງຄູ່ກັບການຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນຢູ່ຈຸດສຸມຂອງລັດຖະບານ ແລະ ຈຸດສຸມຂອງທ້ອງຖິ່ນ, ປັບປຸງ ແລະ ສ້າງພື້ນຖານໂຄງລ່າງທີ່ຈໍາເປັນຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

อาจเป็นรูปภาพของ พื้นหญ้า

ສືບຕໍ່ຈັດຕັ້ງປະຕິບັດກອງທຶນຫຼຸດຜ່ອນຄວາມທຸກຍາກ, ທຶນພັດທະນາຊາຍແດນ ແລະ ກອງທຶນພັດທະນາບ້ານໃຫ້ມີປະສິດທິຜົນ, ສົ່ງເສີມ ແລະ ປຸກລະດົມການລົງທຶນຂອງພາກເອກະຊົນ ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຢ່າງເປັນເຈົ້າການ.

ຂໍ້ມູນ: ເສດຖະກິດ-ການຄ້າ

ຂ່າວສານບ້ານເມືອງ

Post navigation

Previous Post: ຖືກໂ ທ ດ 2 ປີ ຍ້ອນປິດບັງການກະທໍາ ຜິ ດ ລັກລອບຂົນສົ່ງ ແລະ ເຄື່ອນຍ້າຍສິນຄ້າທີ່ ຜິ ດ ກົດໝາຍ ຈາກປະເທດຫວຽດນາມ ເຂົ້າມາປະເທດລາວ
Next Post: ຊົມເຊີຍຕໍາຫລວດຈະລາຈອນ ທີ່ເຂັ້ມງວດກວດກາ ການສັນຈອນຢູ່ຖະໜົນ 450 ປີ

Related Posts

ແຈ້ງການກະຊວງ ຖວທ ສັ່ງກວດຄືນ ຍຶດເພງຂັບລຳທີ່ບໍ່ໄດ້ກວດຜ່ານ ແລະ ອະນຸຍາດ ຈາກຂະແໜງ ຖວທ ຂ່າວສານບ້ານເມືອງ
ຍີ່ປຸ່ນ ໃຫ້ເງິນຊ່ວຍເຫລືອລ້າ 18 ລ້ານໂດລາ ເພື່ອປັບປຸງວິທະຍາໄລສ້າງຄູ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 722ຄົນ ຂ່າວສານບ້ານເມືອງ
ຊາຍເສຍຊີວິດແຊ່ຢູ່ຮ່ອງໂດຍບໍ່ຮູ້ສາເຫດ ເຂດບ້ານໂນນຄ້ໍໃຕ້ ຂ່າວສານບ້ານເມືອງ
ແຈ້ງໂຈະການເກັບຄ່າຜ່ານທາງແບບໃໝ່ທີ່ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme