Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງທຶນຫຼຸດຜ່ອນຄວາມທຸກຍາກ ຕິດຕາມກວດກາຄວາມຄືບໜ້າໃນການຈັດຕັ້ງໂຄງການທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ

Posted on 16/02/202116/02/2021 By News No Comments on ກອງທຶນຫຼຸດຜ່ອນຄວາມທຸກຍາກ ຕິດຕາມກວດກາຄວາມຄືບໜ້າໃນການຈັດຕັ້ງໂຄງການທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ

ສໍາລັບປີ 2020 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດຕັ້ງປະຕິບັດໂຄງການຍ່ອຍ ທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ (Community Force Account ‘ CFA ”) ທັງໝົດ 178 ໂຄງການ ຢູ່ 23 ເມືອງຂອງ 6 ແຂວງ (ຫຼວງນໍ້າທາ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື)ນ, ໃນນັ້ນ ສໍາເລັດ 100% ແມ່ນ 79 ໂຄງການ, ສໍາເລັດຫຼາຍກວ່າ50% ກວມເອົາ 57% ແລະ ມີຄວາມສໍາເລັດໜ້ອຍກວ່າ 50% ແມ່ນ 42 ໂຄງການ.

May be an image of one or more people, people standing and road

.

May be an image of 3 people, people standing, motorcycle and outdoors

.

May be an image of one or more people, people standing and outdoors

ໃນລະຫວ່າງວັນທີ 6-17 ກຸມພາ 2021, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ຫົງເງີນ ສະເດັດຕັນ, ຫົວໜ້າຂະແໜງວິສະວະກຳຊຸມຊົນ ພ້ອມດ້ວຍຄະນະ ແລະ ຫ້ອງການພາກລັດທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ລົງໄປກວດກາຄຸນນະພາບການກໍ່ສ້າງໂຄງການຍ່ອຍ ທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ‘ CFA ” ແລະ ຕິດຕາມການເຮັດວຽກຂອງທີມງານບ້ານ, ທິມງານບ້ານດັ່ງກ່າວ ປະກອບດ້ວຍ: ທີມງານກໍ່ສ້າງໂຄງການຍ່ອຍ, ທີມງານຈັດຊື້-ຈັດຈ້າງ ວັດສະດຸອຸປະກອນການກໍ່ສ້າງໂຄງການຍ່ອຍ ແລະ ທີມງານຄຸ້ມຄອງບໍລິຫານການເງິນ ໂດຍສະໜັບສະໜູນຫຼັກການ ຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ຂອງ ທລຍ ທີ່ແຂວງສະຫວັນນະເຂດ, ເຊກອງ, ອັດຕະປື. ຄາດວ່າວຽກງານດັ່ງກ່າວນີ້ ຈະສໍາເລັດລົງໃນວັນທີ່ 17 ກຸມພາ 2021 ທີ່ຈະມາເຖິງນີ້.

May be an image of standing, tree and road

.

May be an image of one or more people, people standing, tree and road

.

May be an image of tree and outdoors

.

May be an image of outdoors

.

May be an image of outdoors
ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງອຸດົມໄຊ ທຳລາຍສວນ ຝິ່ ນ 31 ກວ່າເຮັກຕາ
Next Post: ສາວລາວພາລູກຫຼົບຫຼີກການກວດກາ ຂ້າມມາແຕ່ປະເທດໄທແບບ ຜິ ດ ກົ ດ ໝາຍ

Related Posts

ສານອວຍພອນປີໃໝ່ລາວ ຈາກປະທານປະເທດ ຂ່າວສານບ້ານເມືອງ
ໂຮງໝໍມະໂຫສົດຫຼັງໃໝ່ສຳເລັດແລ້ວ 80% ກຽມຮັບໃຊ້ປະຊາຊົນລາວ ຂ່າວສານບ້ານເມືອງ
ເຈົ້າໜ້າທີພາດເສຍຈັງວະຖືກຟັ ນໄດ້ຍີບ 10ກວ່າເຂັມ ຂ່າວສານບ້ານເມືອງ
ປະທານສະພາແຫ່ງຊາດ ລົງປ່ອນບັດເລືອກຕັ້ງ ສສຊ- ສສ/ນວ ຢູ່ໜ່ວຍເລືອກຕັ້ງ ທີ 9 ບ້ານໜອງບົວທອງເໜືອ ຂ່າວສານບ້ານເມືອງ
ຕັດສິນປະຫານຊີວິດທ້າວເດດອັກສອນຄະດີຢາເສບຕິດ ຂ່າວສານບ້ານເມືອງ
ປກສ ແຂວງບໍ່ແກ້ວ ປະກາດຫາເຈົ້າຂອງລົດ ກໍາແພງນະຄອນ ກຄ 6014 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme