Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງອຸດົມໄຊ ທຳລາຍສວນ ຝິ່ ນ 31 ກວ່າເຮັກຕາ

Posted on 16/02/202116/02/2021 By News No Comments on ແຂວງອຸດົມໄຊ ທຳລາຍສວນ ຝິ່ ນ 31 ກວ່າເຮັກຕາ

ໃນຕົ້ນເດືອນກຸມພາ ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ແຂວງອຸດົມໄຊ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໄດ້ລົງສຳຫຼວດພື້ນທີ່ລັກລອບປູກ ຝິ່ ນ ທີ່ເມືອງໄຊ ແຂວງອຸດົມໄຊ ພົບເນື້ອທີ່ລວມ 31 ກວ່າເຮັກຕາ ແລະ ໄດ້ທໍາລາຍຖິ້ມເປັນທີ່ຮຽບຮ້ອຍ.

May be an image of flower and nature

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ໃນການສະກັດກັ້ນການລັກລອບປູກ ຝິ່ ນ, ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງໄດ້ສຸມໃສ່ໂຄສະນາໃຫ້ພໍ່-ແມ່ປະຊາຊົນເຂົ້າໃຈກ່ຽວກັນການລັກລອບປູກ ຝິ່ ນ ເນື່ອງຈາກວ່າເປັນການກະທຳຜິດຕໍ່ລະບຽບກົດໝາຍ. ພ້ອມທັງສຸມໃສ່ກວດກາພື້ນທີ່ຕ່າງໆ. ໃນນີ້, ຢູ່ເຂດເມືອງໄຊ ແຂວງອຸດົມໄຊ ພົບເຫັນການລັກລອບປູກ ຝິ່ ນຂອງພໍ່-ແມ່ປະຊາຊົນຢູ່ 4 ເຂດ ຄື: ເຂດຫົວນໍ້າບາກ ມີບ້ານແສນສຸວັນ, ບ້ານຫົວນໍ້າບາກ ແລະ ບ້ານແສນລາດ ມີ 9 ຄອບຄົວ, ເຂດຫົວນໍ້າງາ ມີບ້ານຢ້າວໃຫຍ່ ແລະ ບ້ານລາວວ້າ ມີ 27 ຄອບຄົວ; ເຂດນາຮ້ວງມີບ້ານຫ້ວຍໝອກ ແລະ ບ້ານວັງຍານ ມີ 4 ຄອບຄົວ ແລະ ເຂດບ້ານນາງາມ ມີ 2 ຄອບຄົວ ລວມເນື້ອທີ່ລັກລອບປູ ກ ຝິ່ ນ ທັງໝົດ 43 ຕອນ ຈໍານວນ 31,68 ເຮັກຕາ.

May be an image of one or more people, people standing, tree and outdoors

ນອກນັ້ນ, ໃນລະຫວ່າງວັນທີ 20-26 ມັງກອນ 2021, ປກສ ເມືອງນາແລ ແຂວງຫຼວງນ້ຳທາ ລົງທໍາລາຍສວນ ຝິ່ ນ ທີ່ປະຊາຊົນລັກລອບປູກຢູ່ເຂດບ້ານຕະກຸ, ບ້ານຕະລຸຍ ຈໍານວນ 12,7 ເຮັກ ຕາ. ໂດຍການນໍາພາຂອງ ພັທ ສີເພັດເດີວັນອອມ ຮອງຫົວໜ້າກອງບັນຊາ ການ ປກສ ເມືອງ, ມີກອງບັນຊາການທະຫານເມືອງ, ປກສ ກຸ່ມບ້ານຕະເຄີງ, ຫ້ອງການຊາວໜຸ່ມ, ແນວລາວສ້າງຊາດ, ຖະແຫຼງຂ່າວ ແລະ ວັດທະນາທໍາເມືອງ ພ້ອມດ້ວຍການປົກຄອງບ້ານທັງ 2 ບ້ານທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of one or more people, people standing and outdoors

ການລົງທໍາລາຍເນື້ອທີ່ສວນຝິ່ນຢູ່ 2 ແຂວງ ຄັ້ງນີ້ດ້ວຍການຖາງ, ຫຼົກຕົ້ນອ່ອນຖິ້ມ, ໃຊ້ໄມ້ຟາດຕົ້ນຝິ່ນທີ່ພວມອອກດອກ ແລະ ເປັນໝາກ ບໍ່ໃຫ້ເຈົ້າຂອງສວນສາມາດເກັບກູ້ນໍ້າຢາງ ຝິ່ ນ ແລະ ນໍາເອົາແນວພັນຝິ່ນໄປປູກໄດ້. ພ້ອມທັງສ້າງບົດບັນທຶກກັບອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນທີ່ມີການລັກລອບປູກຝິ່ນຢູ່ໃນຈຳນວນບ້ານດັ່ງກ່າວເພື່ອບໍ່ໃຫ້ມີການເຄື່ອນໄຫວລັກລອບປູກ ຝິ່ ນຄືນໃໝ່.

May be an image of standing, tree and outdoors

ຈຸດປະສົງເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພໂດຍພື້ນຖານ, ໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ຢຸດຕິການປູກ ຝິ່ ນ ຫັນມາປູກຝັງລ້ຽງສັດໃຫ້ກາຍເປັນສິນຄ້າ, ຮັບປະກັນໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ
Next Post: ກອງທຶນຫຼຸດຜ່ອນຄວາມທຸກຍາກ ຕິດຕາມກວດກາຄວາມຄືບໜ້າໃນການຈັດຕັ້ງໂຄງການທີ່ຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ

Related Posts

ເຈົ້າເມືອງວິລະບູລີນຳພາອົງການຈັດຕັ້ງມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນຳ້ຖ້ວມ ຂ່າວສານບ້ານເມືອງ
ເສຍຫາຍ 2 ຄັນ ໄຟໄໝ້ລົດຂົນເບຍ ຂ່າວສານບ້ານເມືອງ
ສານຂອງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາ 2020 ຂ່າວສານບ້ານເມືອງ
ເລີ່ມມື້ອື່ນວັນທີ19 ພະຈິກຈະມີການປັບຂຶ້ນລາຄານໍ້າມັນ ຂ່າວສານບ້ານເມືອງ
ຫ້າມຈັດງານ-ປິດຮ້ານຄາຣະໂອເກະແລະສະຖານບັນເທີງ 5-30/4/2022 ຂ່າວສານບ້ານເມືອງ
ກອງທັບປະຊາຊົນລາວສົ່ງກໍາລັງໃຈ ແລະ ເຄື່ອງຊ່ວຍເຫລືອໃຫ້ພີ່ນ້ອງຊາວເມືອງອູ່ຮັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme