Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງພູວົງ ຈູດທຳລາຍສິນຄ້ານອກລະບົບ ສິນຄ້າເຊື່ອມຄຸນນະພາບ ແລະ ໝົດອາຍຸ

Posted on 16/02/202116/02/2021 By News No Comments on ເມືອງພູວົງ ຈູດທຳລາຍສິນຄ້ານອກລະບົບ ສິນຄ້າເຊື່ອມຄຸນນະພາບ ແລະ ໝົດອາຍຸ

ເມືອພູວົງ ແຂວງອັດຕະປື ໄດ້ຈູດທຳລາຍສິນຄ້ານອກລະບົບ, ສິນຄ້າເຊື່ອມ ຄຸນນະພາບ ແລະ ສິນຄ້າໝົດອາຍຸ ຫຼາຍລາຍການ,ລວມມູນຄ່າ 39 ລ້ານກວ່າກີບ,ເຊິ່ງພິທີຈູດທໍາລາຍໄດ້ຈັດຂື້ນເມື່ອບໍ່ດົນຜ່ານມານີ້ທີ່ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ,ໂດຍການເຂົ້າຮ່ວມທ່ານ ທິດສະຫັວນ ໄຊຍະແສງ ຮອງເຈົ້າເມືອງພູວົງ, ມີທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງອັດຕະປື, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of one or more people, people standing, outdoors and tree

ໃນພິທີທ່ານ ວິໄລວັນ ໄຊຍະບຸນຮາຍ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າ ເມືອພູວົງ ໄດ້ກ່າວວ່າ: ສິນຄ້າທີ່ນຳມາທຳລາຍຄັ້ງນີ້ ເປັນສິນຄ້າທີ່ທາງເຈົ້າໜ້າທີ່ກວດກາການຄ້າ ເມືອງພູວົງ ໄດ້ລົງກວດກາຢູ່ບັນດາຫົວໜ່ວຍທຸລະກິດ ຫ້າງຮ້ານ ຂາຍຍົກ-ຂາຍ່ອຍ ຕາມຕະຫຼາດ ໃນຂອບເຂດທົ່ວເມືອງ ເຊິ່ງໄດ້ເຄື່ອນໄຫວ ມີ 45 ຄັ້ງ,ມີ 270 ເທື່ອຄົນ,ໄດ້ສ້າງບົດບັນທຶກຕັກເຕືອນຫົວໜ່ວຍທຸລະກິດ ມີ 12 ຄັ້ງ, ມີ 55 ສະບັບ,ໄດ້ຢືດສິນຄ້າ ມີ 22 ລາຍການ,ລວມມູນຄ່າ 44 ລ້ານກ່ວາກີບ. ໃນນີ້ ສິນຄ້າໝົດອາຍຸການນ້ຳໃຊ້ໝວດສະບຽງອາຫານ ມີ 10 ລາຍການ, ລວມມູນຄ່າ 22 ລ້ານກ່ວາກີບ, ໝວດເຄື່ອງໃຊ້ ມີ 6 ລາຍການ,ລວມມູນຄ່າ 8 ລ້ານກ່ວາກີບ,ສິນຄ້ານອກລະບົບ, ເກືອດຫ້າມນຳເຂົ້າ ແລະ ຫ້າມນຳເຂົ້າ ມີ 6 ລາຍການ,ລວມມູນຄ່າ 13 ລ້ານກ່ວາກີບ, ສ່ວນປະເພດໄມ້ແມ່ນບໍ່ໄດ້ທຳລາຍ.

May be an image of 1 person, standing, outdoors and tree

.

May be an image of outdoors and tree

ຂ່າວ: ສຸດໃຈ

ຂ່າວສານບ້ານເມືອງ

Post navigation

Previous Post: ທຳມະຊາດທີ່ອຸດົມສົມບູນ ຖືກອ້ອມຮອບໄປດ້ວຍພູຜາ ແລະ ຕົ້ນໄມ້ຂຽວ ເມືອງອານຸວົງ ເເຂວງໄຊສົມບູນ
Next Post: ທະຫານແຂວງຫຼວງນ້ຳທາ ກັກຕົວ ຜູ້ຄ້າຂາຍພ້ອມຂອງກາງ

Related Posts

ໄຟໄໝ້ເຮືອນປະຊາຊົນທີ່ເມືອງແກ່ນທ້າວ (ມີຄລິບ) ຂ່າວສານບ້ານເມືອງ
ກອງປະຊຸມໃຫຍ່ຄັ້ງທີ VIII ອົງການພຸດທະສາສະໜາສໍາພັນລາວແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ກໍາລັງ ປກສ ແລະ ທະຫານເມືອງສີສັດຕະນາກ ລົງກວດກາສະພາບຊາຍແດນແມ່ນໍ້າຂອງ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1471ຄົນ ຂ່າວສານບ້ານເມືອງ
ພິທີມອບ-ຮັບ ໜ້າທີ່ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຂ່າວສານບ້ານເມືອງ
ສັງຄົມຍ້ອງຍໍຊົມເຊີຍ ເດັກຊາຍອາຍຸ 14 ປີຈາກໂຮງຮຽນເດັກກໍາພ້າ ເຮັດວຽກເພີ່ມງານດອງເກັບໄດ້ສາຍແຂນຄໍາແລ້ວສົ່ງຄືນເຈົ້າຂອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme