Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົງທະບຽນອອກເລກປະຈຳຕົວຜູ່ເສຍອາກອນ ແຈ້ງການເຖິງບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ

Posted on 12/02/202112/02/2021 By News No Comments on ລົງທະບຽນອອກເລກປະຈຳຕົວຜູ່ເສຍອາກອນ ແຈ້ງການເຖິງບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ

ແຈ້ງການເຖິງບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ, ກ່ຽວກັບການລົງທະບຽນອອກເລກປະຈຳຕົວຜູ່ເສຍອາກອນ ສຳລັບບຸກຄົນ.

  • – ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
  • – ອີງຕາມ ກົດຫມາຍວ່າດ້ວຍ ອາກອນລາຍໄດ້ ເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2013;
  • – ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ເລກທີ144/ນຍ, ລົງວັນທີ 08 ພຶດສະພາ 2012 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງການເງິນ;
  • – ອີງຕາມ ໃບສະເຫນີຂອງກົມສ່ວຍສາອາກອນ ເລກທີ 0381/ກສອ, ລົງວັນທີ 09 ກຸມພາ 2021.

ເພື່ອໃຫ້ສາມາດ ຄຸ້ມຄອງ ແລະ ຕິດຕາມ ບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ເຊັ່ນ: ລັດຖະກອນ, ພະນັກງານທະຫານ, ຕຳຫລວດ, ນັກທຸລະກິດ, ແມ່ຄ້າທົ່ວໄປ ແລະ ຂາຍເຄື່ອງອອນລາຍ, ນັກກິລາ, ນັກສະແດງ, ນາຍຊ່າງ, ຊ່ຽວຊານ, ທີ່ປຶກສາ, ນາຍຈ້າງ, ລູກຈ້າງ ກຳມະກອນ, ຊາວຜູ້ອອກແຮງງານ ແລະອື່ນໆ ແລະທັງເປັນການຊຸກຍູ້ສົ່ງເສີມໃຫ້ຜູ້ມີລາຍໄດ້ ທີ່ໄດ້ປະຕິບັດພັນທະຂອງຕົນຕໍ່ລັດ ໄດ້ຮັບນະໂຍບາຍຕ່າງໆຕາມກົດຫມາຍກຳນົດ, ນອກຈາກນັ້ນຍັງເປັນການຄຸ້ມຄອງຖານຂໍ້ມູນຜູ້ມີລາຍໄດ້ ເຂົ້າໃນລະບົບທັງຫມົດ ແນໃສ່ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ຍຸຕິທຳ ແລະປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ, ໂດຍອີງຕາມມາດຕາ 6 ຂອງກົດຫມາຍວ່າດ້ວຍອາກອນລາຍ
ໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019, ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ທີ່ກ່າວມາຂ້າງເທິງນັ້ນ ເພື່ອໃຫ້ມາລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ຢູ່ຫ້ອງການສ່ວຍສາອາກອນທຸກຂັ້ນ,

ສ່ວນກຳນົດເວລາໃນການລົງທະບຽນເລກປະຈໍາຕົວຜູ້ເສຍອາກອນ ແມ່ນບໍ່ໃຫ້ກາຍວັນທີ 30 ມິຖຸນາ 2021.

ສໍາລັບເອກະສານປະກອບ ແລະຂໍ້ມູນທີ່ຈະຕ້ອງກະກຽມ ມີຄື:

  • ບັດປະຈຳຕົວ/ປື້ມຫນັງສືຜ່ານແດນ ທີ່ຍັງບໍ່ຫມົດອາຍຸນຳໃຊ້;
  • ປື້ມສໍາມະໂນຄົວ;
  • ເບີໂທລະສັບ ທີ່ໄດ້ລົງທະບຽນຢັ້ງຢືນຕົວຕົນແລ້ວ ທຸກເລກຫມາຍ;
  • ອາຊີບ (ໃຫ້ລະບຸສະຖານທີ່ເຮັດວຽກ, ຕໍາແຫນ່ງ ຢ່າງຈະແຈ້ງ);
  • ເລກບັນຊີທະນາຄານ ທຸກບັນຊີ ທີ່ມີ;
  • ເລກບັດປະກັນສັງຄົມ.

ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ, ນະຄອນຫລວງ, ສ່ວຍສາອາກອນປະຈຳເມືອງ, ນະຄອນ ກະກຽມ ພ້ອມທັງອໍານວຍຄວາມສະດວກໃຫ້ບຸກຄົນ ທັງພາຍໃນ ແລະຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ແລະປະຕິບັດຕໍ່ຜູ້ລະເມີດ ຕາມລະບຽບກົດຫມາຍຢ່າງເຄັ່ງຄັດ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ

ລັດຖະມົນຕີກະຊວງການເງິນ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພົນທະຫານຮາບທີ 4 ເປີດຊຸດອົບຮົມ – ຫັດແອບ ປະຈຳປີ 2021
Next Post: ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຈຳນວນຜູ້ສະໝັກ 25 ທ່ານ,​ ເລືອກເອົາ 20 ທ່ານ

Related Posts

ແຂວງຈໍາປາສັກຍັງສືບຕໍ່ສັກວັກຊິນ ຈອນສັນ ແອນ ຈອນສັນຕາມເປົ້າໝາຍຜູ້ອາຍຸສູງ 60 ປີ ຂຶ້ນໄປ ຂ່າວສານບ້ານເມືອງ
ອັດຕະປື ຍັງສຸມໃສ່ປະຕິບັດມາດຕະການປ້ອງກັນພະຍາດໄຂ້ຍຸງລາຍ ຂ່າວສານບ້ານເມືອງ
ປກສ ແຂວງບໍລິຄຳໄຊ ຍຶດກາເຟມ່ວນປະສົມສານເສບຕິດຈຳນວນຫຼາຍ ພ້ອມຈັບກຸມຜູ້ຖືກຫາ 2 ຄົນ ຂ່າວສານບ້ານເມືອງ
ນັກທຸລະກິດຊາວຫວຽດນາມ ໃນຈຳນວນ 17 ຄົນ ທີ່ຖືກກັກບໍລິເວນຄົບຈຳນວນ 14 ວັນ ຂ່າວສານບ້ານເມືອງ
ກະບະຂົນສົ່ງຕໍາກັນ ເຈັບ 4 ຄົນ ທີ່ທ່າແຂກ ຂ່າວສານບ້ານເມືອງ
ເຈົ້າເມືອງວິລະບູລີນຳພາອົງການຈັດຕັ້ງມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນຳ້ຖ້ວມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme