Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພົນທະຫານຮາບທີ 4 ເປີດຊຸດອົບຮົມ – ຫັດແອບ ປະຈຳປີ 2021

Posted on 11/02/202111/02/2021 By News No Comments on ກອງພົນທະຫານຮາບທີ 4 ເປີດຊຸດອົບຮົມ – ຫັດແອບ ປະຈຳປີ 2021

ພິທີເປີດຊຸດອົບຮົມ – ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ – ເຕັກນິກ ປະຈຳປີ 2021 ຂອງກອງພົນທີ 4 ໄດ້ຈັດຂື້ນໃນ ວັນທີ 9 ກຸມພາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າການທະຫານກອງພົນທີ 4, ມີ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4, ມີຄະນະພັກ – ຄະນະບັນຊາກອງພົນ, ອົງການ 5 ຫ້ອງ, ພະແນກການ, ກອງພັນໃຫຍ່ 401, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ພ້ອມດ້ວຍພະນັກງານ – ນັກຮົບ ທົ່ວກອງພົນທີ 4 ເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 2 people and people standing

.

May be an image of 3 people, people standing and military uniform

ສະຫາຍ ພັນໂທ ສົມສະໄໝ ສີດາວັນ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການກອງພົນທີ 4 ໄດ້ຂຶ້ນຜ່ານແຜນການອົບຮົມການທະຫານ – ຫັດແອບ ການເມືອງ ແລະ ພາລາທິການ – ເຕັກນິກ ປະຈຳປີ 2021 ໂດຍປະຕິບັດຕາມຄໍາສັ່ງອົບຮົມ – ຫັດແອບ ຂອງກົມໃຫຍ່ເສນາທິການ ເລກທີ 2462/ກສນ ລົງວັນທີ 11 ທັນວາ 2020 ແລະ ແຜນການອົບຮົມຫັດແອບ ປັບປຸງລະບຽບແບບແຜນ, ຝຶກຝົນກຳລັງແຮງກາຍ ປະຈຳປີ 2021 ຂອງກອງພົນທະຫານຮາບທີ 4 ສະບັບເລກທີ 114/ກສນ ລົງວັນທີ 12 ມັງກອນ 2021 ວ່າດ້ວຍເນື້ອໃນກໍານົດເວລາ ແລະ ວິທີ ຈັດຕັ້ງປະຕິບັດ, ສິລະປະຢຸດ – ຢຸດທະວິທີ ມີລະບຽບວິໃນເຂັ້ມງວດ, ໃນນີ້ພາກການເມືອງ 10 ວັນ, ການທະຫານ 140 ວັນ, ພະລາທິການ – ເຕັກນິກ 10 ວັນ, ອົບຮົມວິຊາສະເພາະເຫຼົ່າຮົບຕ່າງໆ 100 ວັນ, ໃນການອົບຮົມ – ຫັດແອບຈະໄດ້ດຳເນີນໄປເປັນເວລາ 160 ວັນ ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ I ເລີ່ມແຕ່ຕົ້ນເດືອນ ກຸມພາ ຫາ ເດືອນພຶດສະພາ ປີ 2021, ໄລຍະທີ II ເລີ່ມແຕ່ເດືອນ ກໍລະກົດ ຫາເດືອນ ພະຈິກ ປີ 2021 ການອົບຮົມເພື່ອເຮັດໃຫ້ນາຍ ແລະ ພົນທະຫານກຳໄດ້ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ເຮັດໃຫ້ພະນັກງານ – ນັກຮົບ ມີຄວາມເຂັ້ມແຂງ ສຳນິສຳນານໃນການກຽມພ້ອມສູ້ຮົບ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ.

May be an image of one or more people, people standing, military uniform and outdoors

ໂອກາດນີ້ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າການທະຫານກອງພົນທີ 4 ໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດແຜນການອົບຮົມ – ຫັດແອບ ປະຈຳປີ 2020 ຜ່ານມາ, ພ້ອມເນັ້ນໜັກໃຫ້ຄະນະພັກ – ຄະນະບັນຊາ ແຕ່ລະຂັ້ນ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ກຳແໜ້ນທິດສະດີຫຼັກການໃຫ້ເລິກເຊິ່ງເຖີງຖອງ, ເອົາຄຸນນະພາບເປັນກົກ ປະລິມານເປັນສຳຄັນ, ເພື່ອສູ້ຊົນເຮັດໃຫ້ການອົບຮົມການເມືອງ – ຫັດແອບການທະຫານ ແລະ ພາລາທິການ – ເຕັກນິກ ປະຈຳປີ 2021 ໃຫ້ບັນລຸໝາກຜົນສູງ, ຕາມແຜນການທີ່ກົມໃຫຍ່ເສນາທິການກອງທັບວາງອອກ ສາມາດຮັບປະກັນຄວາມປອດໄຟ 100 %.

May be an image of outdoors

ຕອນທ້າຍພິທີ ຍັງຮັບຊົມການສວນສະໜາມ, ການສະແດງຂອງກອງພັນ 426, ກອງພັນໃຫຍ່ 401, ກອງພັນ 9, ສູນຝຶກທະຫານຮາບທີ 4, ກອງຮ້ອຍ 305 ຢ່າງເປັນຂະບວນການຟົດຟື້ນມ່ວນຊື່ນ ຂອງນາຍ ແລະ ພົນທະຫານ ທົ່ວກອງພົນທະຫານຮາບທີ 4.

May be an image of outdoors

ຂ່າວ – ພາບໂດຍ. ອານຸສັກ ຈູມມະນີວົງ, ບົວຄຳ ທອງລັດສະໝີ ນັກຂ່າວກອງພົນທີ 4

ຂ່າວສານບ້ານເມືອງ

Post navigation

Previous Post: ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ຢຶດບັ້ງກະໂພກ ແລະ ດອກໄມ້ໄຟ ເຕັມລົດຕູ້ຮຸນໄດ
Next Post: ລົງທະບຽນອອກເລກປະຈຳຕົວຜູ່ເສຍອາກອນ ແຈ້ງການເຖິງບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີລາຍໄດ້ຢູ່ ສປປ ລາວ

Related Posts

ອອກມາຢ່າງເປັນທາງການແລ້ວ ນະໂຍບາຍຄ່າໄຟຟ້າ ແກ່ຜູ້ໃຊ້ໄຟຟ້າ 151-461 Kwh ຂ່າວສານບ້ານເມືອງ
14ຄົນ ລັ ກ ລ ອ ບ ເຂົ້າເມືອງແບບ ຜິ ດ ກົດໝາຍເຂດທ່າບ້ານດອນມະໄຫຼ ຂ່າວສານບ້ານເມືອງ
ແຂວງໄຊສົມບູນ ທໍ າ ລ າ ຍ ສ ວ ນ ຝິ່ ນ ຫຼາຍກວ່າ 2 ເຮັກຕາ ຂ່າວສານບ້ານເມືອງ
ກະຊວງສຶກສາຈະເປີດທົດລອງເຂົ້າຮຽນ ໃນເຂດທີ່ມີການລະບາດຂອງພະຍາດໂຄວິດ ຂ່າວສານບ້ານເມືອງ
ຊົມເຊີຍ! ແຂວງຜົ້ງສາລີ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ ທັງໝົດ 4 ກໍລະນີ ຂ່າວສານບ້ານເມືອງ
ຫ້ອງເສນາທິການ ທະຫານແຂວງຫຼວງພະບາງ ເລື່ອນສະມາຊິກພັກສໍາຮອງຂື້ນສົມບູນ ແລະ ມອບບັດສະມາຊິກພັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme