Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ຢຶດບັ້ງກະໂພກ ແລະ ດອກໄມ້ໄຟ ເຕັມລົດຕູ້ຮຸນໄດ

Posted on 11/02/202111/02/2021 By News No Comments on ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ຢຶດບັ້ງກະໂພກ ແລະ ດອກໄມ້ໄຟ ເຕັມລົດຕູ້ຮຸນໄດ

ໃນວັນທີ10 ກຸມພາ 2021ນີ້,ທີ່ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ແຂວງ ສ.ຂ, ໄດ້ນຳເອົາເຄື່ອງທີ່ຢືດໄວ້ທາດ ລ ະ ເ ບີ ດ ບັ້ງກະໂພກ ແລະດອກໄມ້ໄຟ ເຊີ່ງຕາມການລົງເຄື່ອນໄຫວປະຕິບັດໜ້າທີ່ຕົວຈິງໃນເວລາ15ໂມງຂອງວັນທີ9ກຸມພາ2021ນີ້ທາງຂອງເຈົ້າໜ້າທີ່ ປກສ ກຸ່ມ 05 ນະຄອນ ໄກສອນ ພົມວິຫານ ໄດ້ພົບເຫັນລົດທີ່ກຳລັງເຄື່ອນຍ້າຍສິນຄ້າ ຜິ ດ ກົດໜາຍຢູ່ຂອບເຂດບ້ານໂພນຊາຍ ນະຄອນ ໄກສອນ ພົມວິຫານເຊິ່ງເປັນຕູ້ຍີ່ຫໍ້ຮຸນໄດ,ລຸ້ນສະແລັກ ສີປອດເງິນ ປ້າຍທະບຽນ ກກ 5090 ສະຫັວນນະເຂດ ຈຶ່ງໄດ້ສະກັດກັ້ນແລະ ໄດ້ປະສານຫາເຈົ້າທີ່ວິຊາສະເພາະໜ່ວຍງານສອບສວນຄະດີອາຍາ ປກສ ນະຄອນໄກສອນພົມວິຫານ ໃນຂະນະທີ່ເຈົ້າໜ້າທີ່ກຳລັງຕິດຕາມເຂົ້າສະກັດກັ້ນນັ້ນ ໂຊເຟີ້ລົດຄັນດັ່ງກ່າວ ໄດ້ຈອດລົດແລ້ວເອົາຕົວລົບໜີ ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນລົດຄັນດັ່ງກ່າວ ຊຶ່ງຜ່ານການກວດກາ-ກວດຄົ້ນແມ່ນພົບເຫັນ ທ້າວ ບຸນຫຼາຍ ກຳມະກອນຮັບຈ້າງຂົນສົ່ງ ພ້ອມດ້ວຍ ສິນຄ້າທີ່ຜິດກົດໜາຍ ບັ້ງກະໂພກ ຍີ່ຫໍ້ ມິນິໄຮຄາສ ມີຈຳນວນ19ແກັດ ໃນນັ້ນ 1 ແກັດເທົ່າກັບ20ແພັກ,1ແພັກເທົ່າກັບ36ລູກ ຢູ່ໃນລົດ ຈຶ່ງໄດ້ນຳເອົາລົດຕູ້ຄັນດັ່ງກ່າວ ແລະ ເຄື່ອງຂອງກາງ ຈຶ່ງເຂົ້າມາຫ້ອງການ ປກສ ກຸ່ມ05ນະຄອນ ເພຶ່ອທຳການສຶບສວນ-ສອບສວນຂະຫຍາຍຜົນ ເຊິ່ງຜ່ານການສອບສວນທ້າວ ບຸນຫຼາຍ ອາຍຸ 26ປີ,ອາຊີບກຳມະກອນ ບ້ານສະໜາມໄຊ ນະຄອນ ໄກສອນ ພົມວິຫານ ຊຶ່ງຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ ໄດ້ຂົນສົ່ງເຄື່ອນຍ້າຍບັ້ງກະໂພກ ຈາກເຮືອນຂອງນາງ ນ້ອຍ ອາຍຸ 45 ປີ,ອາຊີບຄ້າຂາຍບ້ານໂພນຊາຍ ນະຄອນ ໄກສອນ ພົມວິຫານ ໄດ້ໜຶ່ງຖ້ຽວ ເຊິ່ງເຄື່ອນຍ້າຍຂົນສົ່ງໄປໄວ້ອີກສະຖານທີ່ເຮືອນອີກແຫ່ງໜື່ງ ຂື້ນກັບບ້ານນາເລົ່າ ນະຄອນ ໄກສອນ ພົມວິຫານ ແລະ ກຳລັງຂົນສົ່ງຖຽວທີ່ສອງ ຊຶ່ງແມ່ນຖືກເຈົ້າໜ້າທີ່ພົບເຫັນສະກັດກັ້ນໄວ້ກ່ອນ.

May be an image of 3 people

.

No photo description available.

ຈາກນັ້ນເຈົ້າໜ້າຈຶ່ງໄດ້ໄປກວດຄົ້ນເຄຫະສະຖານເຮືອນຂອງ ທ້າວ ລຳມອນ ອາຊິບພະນັກງານຕຳຫຼວດ ຊັ້ນຮັອ ສັງກັດຢູ່ຫ້ອງສັນຕິບານ ປກສ ແຂວງສະຫັວນນະເຂດ ເຊິ່ງຜ່ານການກວດຄົ້ນແມ່ນພົບເຫັນບັ້ງກະໂພກອີກ 12 ແກັດເທົ່າກັບ 240 ແພັກ ຊຶ່ງຢູ່ໃນຫ້ອງນອນຂອງ ນາງ ສອນ ອາຍຸ 29 ປີ ອາຊິບຄ້າຂາຍ ເຊິ່ງເປັນລູກສາວຂອງທ້າວ ລຳມອນ ຕໍ່ກັບບັ້ງກະໂພກຈຳນວນດັ່ງກ່າວແມ່ນຂອງນາງ ສອນ ຂອງຜູ້ກ່ຽວເອງ. ສະນັ້ນ,ເຈົ້າໜ້າຈຶ່ງໄດ້ນຳເອົາບັ້ງກະໂພກຈຳນວນດັ່ງເຂົ້າມາເກັບຮັກສາໄວ້ຢູ່ ກອງບັນຊາການ ປກສ ນະຄອນ.

May be an image of 5 people and people standing

.

No photo description available.

ເຊິ່ງເຄື່ອງຂອງກາງທີ່ກັກເຂົ້າມາໃນຄັ້ງນີ້ມີ: ລົດຕູ້ຍີ່ຫໍ້ ຮຸນໄດ ລຸ້ນສະຕາແລັກ ສີປອດເງິນ ປ້າຍທະບຽບ5090 ສະຫັວນນະເຂດ ຜ່ານການກວດກາ ລົດຄັນດັ່ງກ່າວແມ່ນອອກຊື່ ທ້າວ ມາລິພອນ ບ້ານດົງດຳດວນ ນະຄອນ ໄກສອນ ຜູ້ຂັບຂີ່ຕົວຈິງ ຊື່ທ້າວ ຕູ້ຍ ບ້ານສະພານເໜືອ ນະຄອນ ໄກສອນ ພົມວິຫານ ແລະບັ້ງກະໂພກຈຳນວນ31ແກັດເທົ່າກັບ 620 ແພັກເທົ່າກັບ23.004ລູກ ຊຶ່ງລວມມູນຄ່າທັງໜົດ 40ລ້ານກວ່າກີບ ແລະ ພາຫະນະ,ເຄື່ອງຂອງກາງດັ່ງກ່າວທາງເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ຈະໄດ້ມອບໃຫ້ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫັວນນະເຂດ ສຶບຕໍ່ດຳເນີນຄະດີຕາມລະບຽບກົດໜາຍ.

May be an image of 1 person and standing

.

May be an image of 1 person, standing and outdoors

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.

ຂ່າວສານບ້ານເມືອງ

Post navigation

Previous Post: ກຽມພ້ອມຮອງຮັບແຮງງານລາວທີ່ເດີ່ນທາງກັບຄືນປະເທດ
Next Post: ກອງພົນທະຫານຮາບທີ 4 ເປີດຊຸດອົບຮົມ – ຫັດແອບ ປະຈຳປີ 2021

Related Posts

ເກີດເຫດ ລົດໃຫຍ່ຟອດຕຳລົດເຄນ ເ ສ ຍ ຊີ ວິ ດ ຄ າ ທີ່ຕິດພາຍໃນລົດ ຂ່າວສານບ້ານເມືອງ
ໂຄງການທາງດ່ວນບໍ່ເຕັນ ຫາ ຫ້ວຍຊາຍ ເລີ່ມສຳຫຼວດອອກແບບກຽມກໍ່ສ້າງແລ້ວ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ກຽມຮັບມືເຝົ້າລະວັງຝົນສິຕົກໜັກໄລຍະວັນທີ 23-27 ມິຖຸນານີ້ ຂ່າວສານບ້ານເມືອງ
ເກີດເຫດ! ລົດຕຳກັນຢູ່ ມາລີ ເ ສ ຍ ຊີ ວິ ດ 40 ກວ່າຄົນ ຂ່າວສານບ້ານເມືອງ
ກະຊວງປ້ອງກັນປະເທດຣັດເຊຍ ປະດັບຫຼຽນກາມິດຕະພາບໃຫ້ການນຳ ແລະພະນັກງານ-ນັກ ຮົບ ກອງທັບປະຊາຊົນລາວ ຂ່າວສານບ້ານເມືອງ
ດ່ານພາສີສາກົນ ນໍ້າພາວ ບໍລິຄຳໄຊ ເກັບລາຍຮັບເຂົ້າງົບປະມານຫຼຸດແຜນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme