Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກຽມພ້ອມຮອງຮັບແຮງງານລາວທີ່ເດີ່ນທາງກັບຄືນປະເທດ

Posted on 11/02/202111/02/2021 By News No Comments on ກຽມພ້ອມຮອງຮັບແຮງງານລາວທີ່ເດີ່ນທາງກັບຄືນປະເທດ

ເພື່ອກະກຽມຄວາມພ້ອມ ດ້ານຕ່າງໆຮັບມືກັບແຮງງານ ລາວທີ່ເດີນທາງກັບຄືນປະເທດ ຊຶ່ງສ່ວນໃຫຍ່ແມ່ນມາຈາກປະ ເທດທີ່ມີການແຜ່ລະບາດຂອງ ພະຍາດໂຄວິດ (ປະເທດ ໄທ) ສະນັ້ນ, ໃນວັນທີ 5 ກຸມພາ 2021 ຜ່ານມານີ້, ທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງສະ ຫວັນນະເຂດພ້ອມດ້ວຍຄະນະ ນຳກອງບັນຊາການ ປກຊ-ປກສ ແຂວງ, ຮອງເຈົ້ານະ ຄອນໄກສອນ ພົມວິຫານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ລົງຊີ້ນຳ ແລະຕິດຕາມເບິ່ງ ການກະກຽມຄວາມພ້ອມ ດ້ານຕ່າງໆຢູ່ທີ່ສູນກັກກັນໂຕ ແຮງງານລາວທີ່ກັບມາຈາກ ປະເທດເພື່ອນບ້ານທີ່ສະໜາມ ກິລາຫຼັກ 4 ນະຄອນໄກສອນ ພົມວິຫານ.

ໂອກາດນີ້, ທ່ານເຈົ້າແຂວງ ສະຫວັນນະເຂດ ກໍ່ໄດ້ລົງສຳ ຫຼວດເບິ່ງຕົວຈິງພາຍໃນສູນ ສະໜາມກິລາຫຼັກ 4 ເພື່ອກວດ ກາເບິ່ງຄວາມພ້ອມໃນດ້ານ ຕ່າງໆໂດຍສະເພາະສະຖານ ທີ່ພັກເຊົາຮອງຮັບແຮງງານ ທີ່ຈະເຂົ້າມາກັກບໍລິເວນທີ່ສູນ ແຫ່ງດັ່ງກ່າວ ຕະຫຼອດເຖິງສິ່ງ ອຳນວຍຄວາມສະດວກ ຕ່າງໆ. ເຊິ່ງຕາມການ ລາຍງານຂອງ ຄະນະຮັບຜິດຊອບສູນໄດ້ໃຫ້ ຮູ້ວ່າ: ໃນວັນທີ 5/2/2021 ມີຈຳນວນຜູ້ທີ່ເຂົ້າມາກັກບໍລິ ເວນໃໝ່ພາຍໃນສູນ 54ຄົນ, ຍິງ 25 ຄົນ ໃນນີ້ຜ່ານຈາກ ຂົວມິດຕະພາບ II ມີ 22 ຄົນ, ທ່າວຽງສະຫວັນ 24 ຄົນ, ບ້ານດອນເຊັງ 1 ຄົນ, ບ້ານຈອມແກ້ວ4 ຄົນ ເຮັດໃຫ້ ມີຜູ້ຄ້າງສູນມາຮອດປະ ຈຸບັນມີຈຳນວນທັງໝົດ 485 ຄົນ, ຍິງ 229 ຄົນເນື່ອງ ຈາກວ່າມີແຮງງານລາວເຂົ້າ ມາກັກບໍລິເວນພາຍໃນສູນ ແຫ່ງນີ້ຢ່າງຕໍ່ເນື່ອງເຮັດໃຫ້ ພາຍໃນສູນແມ່ນແອອັດພໍສົມ ຄວນ, ໄຟຟ້າ, ນ້ຳປະປາກໍ່ຍັງ ບໍ່ພຽງພໍ ແລະເປ້ເພໃນຫຼາຍຈຸດ ແລະຕ້ອງໄດ້ມີການສ້ອມແປງ ຄືນໃໝ່ ຕໍ່ກັບບັນຫາດັ່ງກ່າວ, ທ່ານເຈົ້າແຂວງກໍ່ໄດ້ໃຫ້້ທິດ ຊີ້ນຳ ໂດຍໃຫ້ພາກສ່ວນທີ່ກ່ຽວ ຂ້ອງຂອງແຂວງ, ນະຄອນ ນຳເອົາເຕັນມາກາງຕື່ມອີກ ເພື່ອຮອງຮັບເປັນສະຖານທີ່ພັກ ເຊົາຂອງຜູ້ທີ່ເຂົ້າມາກັກໂຕໃໝ່ ລວມເຖິງເປັນບ່ອນພັກເຊົາ ຂອງເຈົ້າໜ້າທີ່-ແພດໝໍ

May be an image of 1 person and standing

ພ້ອມນີ້ ກໍ່ໃຫ້ເພີ່ມກຳລັງເຈົ້າໜ້າທີ່-ແພດໝໍ ແລະທຸກພາກສ່ວນທີ່ ກ່ຽວຂ້ອງປະຈຳພາຍໃນສູນ, ເອົາໃຈໃສ່ເຮັດວຽກງານໂຄສະ ນາສຸຂະສຶກສາໃນແຕ່ລະວັນ ເພື່ອໃຫ້ຜູ້ທີ່ຢູ່ພາຍໃນສູນມີ ຄວາມຕື່ນຕົວປະຕິບັດຫຼັກການ ອະນາໄມສາມສະອາດ ແລະ ມາດຕະການໃນການປ້ອງ ກັນ ແລະຄວບຄຸມການແຜ່ລະ ບາດຂອງພະຍາດໂຄວິດ ໂດຍຕ້ອງໄດ້ມີການກຽມ ຄວາມພ້ອມຕະຫຼອດເວລາ ຫາກພົບກໍລະນີເປັນພະຍາດ ດັ່ງກ່າວຄຽງຄູ່ກັນນີ້, ທາງ ດ້ານເຈົ້າໜ້າທີ່ ປກຊ-ປກສ ສົມທົບກັບອຳນາດການປົກ ຄອງທ້ອງຖິ່ນ ກໍ່ຕ້ອງໄດ້ເພີ່ມຄວາມເຂັ້ມງວດໃນການກວດ ກາລາດຕະເວນ ເພື່ອສະກັດ ກັ້ນຄົນທີ່ລັກລອບເຂົ້າມາແບບ ຜິດລະບຽບຕາມລຳແມ່ນ້ຳ ຂອງກໍ່ຄືຕາມດ່ານທ້ອງຖິ່ນ ຕ່າງໆຖ້າພົບເຫັນຕ້ອງໄດ້ນຳ ໂຕເຂົ້າມາກັກບໍລິເວນທີ່ສູນ ສະໜາມກິລາຫຼັກ 4 ເພື່ອ ກວດຫາເຊື້ອພະຍາດ ແລະຕິດ ຕາມອາການຈົນຄົບກຳນົດ14 ວັນ ທັງໝົດນີ້ກໍ່ເພື່ອແນ ໃສ່ ບໍ່ໃຫ້ເກີດມີການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ ເກີດຂຶ້ນພາຍໃນແຂວງຂອງ ພວກເຮົາ.

ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ພ້ອມຄະນະກໍ່ໄດ້ລົງ ຕິດຕາມ ແລະຊີ້ນຳຕາມທ່າເຮືອ ນ້ອຍຕ່າງໆຂອງນະຄອນໄກ ສອນ ພົມວິຫານ ທີ່ຕັ້ງຢູ່ລຽບຕາມລຳແມ່ນ້ຳຂອງເປັນຕົ້ນ: ທ່າຈອມແກ້ວ, ທ່າດອນເຊັງ ແລະທ່າວຽງສະຫວັນ ທີ່ຍັງມີ ປະກົດການລັກລອບນຳເຂົ້າ ສິນຄ້າຜິດກົດໝາຍລວມເຖິງ ການລັກລອບເຂົ້າເມືອງແບບ ຜິດກົດໝາຍຂອງແຮງງານ ລາວ.

ຂ່າວສານບ້ານເມືອງ

Post navigation

Previous Post: ພະຈົນໄພ ດອນພູວຽງ ຫາດຊາຍຂາວ ຢູ່ໃຈກາງອ່າງນ້ຳງື່ມ
Next Post: ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ຢຶດບັ້ງກະໂພກ ແລະ ດອກໄມ້ໄຟ ເຕັມລົດຕູ້ຮຸນໄດ

Related Posts

ຫ້າວຫັນ ແລະ ດຸໝັ່ນຂະຫຍັນພຽນໃນການປະຕິບັດຂໍ້ກໍານົດກົດລະບຽບ ຂ່າວສານບ້ານເມືອງ
ເກີດເຫດ! ກຸດຕິວັດໄຟໄໝ້ ຢູ່ບ້ານສົມຫວັງເໜືອ ຫລັກ8 ຂ່າວສານບ້ານເມືອງ
ເມືອງວັງວຽງຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວຕິດເຊື້ອ ໂ ຄ ວິ ດ ເພີ່ມ 2 ກໍລະນີ ຂ່າວສານບ້ານເມືອງ
ກະຊວງການເງິນຊີ້ແຈງຫຼາຍບັນຫາ ຕໍ່ ສສຊ ຂ່າວສານບ້ານເມືອງ
ຮ່ວມກັບໝູ່ 2 ຄົນ ຍັກຍອກລົດໃຫຍ່ 40 ຄັນ ບໍ່ລອດຖືກຈັບດຳເນີນຄະດີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme