ການພະຈົນໄພທີ່ທ້າທາຍ ມື້ນີ້ແອັດຈະພາມາຕິດເກາະ 2ມື້1ຄືນ ສະຖານທີ່ແມ່ນ ດອນພູວຽງ ຫາດຊາຍຂາວ ຢູ່ໃຈກາງອ່າງນ້ຳງື່ມ ເປັນເກາະໜື່ງທີ່ໃຫຍ່ພໍສົມຄວນ

ກາງເດີນທາງ ແມ່ນຂື້ນເຮືອຢູ່ທ່າເຮືອບ້ານ ນາເຜີຍ ລາຄາປະມານ 600,000 ກີບ ເຮືອສາມາຂີ່ໄດ້ປະມານ 10 ປາຍຄົນ. ເຮືອຈະໄປສົ່ງແລະໄປຮັບເທົ່ານັ້ນ ບໍ່ໄດ້ນອນນຳ.

ເສື້ອຊູຊີບແມ່ນຕ້ອງໄດ້ເຊົ່າເອົາ ຢູ່ຮ້ານອາຫານ ບ່ອນຂື້ນເຮືອ ລາຄາ 15000-20000 ກີບ/ໂຕ (ແນະນຳຕ້ອງໃສ່ທຸກຄັ້ງທີ່ເດີນທາງດ້ວຍເຮືອ)

ອາຫານການກີນ ທຸກຢ່າງຕ້ອງກຽມໄປເອງໝົດ ຢູ່ເກາະບໍ່ມີຮ້ານຂາຍເຄື່ອງ ບໍ່ມີຫ້ອງນ້ຳ ແຕ່ມີສັນຢານມືຖື ອ່ອນໆ.

ຢ່າລືມຮັກສາຄວາມສະອາດຊ່ວຍກັນແນ່ເດີ
Location ດອນ : maps.app.goo.gl/uZkHXLLFtSt2Rd9a7
Location ຈຸດຂື້ນເຮືອ : maps.app.goo.gl/pgGGEUkxbSLeBBPJ8
ສົມຮູບພາບຕໍ່

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.


.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

ຂໍ້ມູນແລະຮູບພາບຈາກ: TOUN’s Journey