Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຕ່ງຕັ້ງ ພັນໂທ ທິບພະຈັນ ໂພໄຊ ຂຶ້ນເປັນຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ

Posted on 10/02/202110/02/2021 By News No Comments on ແຕ່ງຕັ້ງ ພັນໂທ ທິບພະຈັນ ໂພໄຊ ຂຶ້ນເປັນຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ

ແຂວງຄຳມ່ວນໄດ້ຈັດພິທີ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງ ໃນວັນທີ 9 ກຸມພາ 2021 ໂດຍມີ ພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີຄະນະພັກ, ຄະນະກອງບັນຊາການ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະແນກການທີ່ກ່ຽວ ຂ້ອງອ້ອມຂ້າງແຂວງ, ກອງບັນຊາການ ປກສ ເມືອງ 10 ຕົວເມືອງ ເຂົ້າຮ່ວມ.

ໃນພິທີ ພັນເອກ ຄອນສະຫວັນ ສົມພາໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 220/ປກສ ວ່າດ້ວຍການໂຍກຍ້າຍນາຍຕໍາຫລວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄໍາມ່ວນ ໃນນີ້ ໄດ້ຍົກຍ້າຍ ສະຫາຍ ພັນເອກ ຄໍາພອນ ສີກຸມພົນ ຈາກກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການປົກຄອງແຂວງຄໍາມ່ວນ.


ຈາກນັ້ນ ກໍໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 221/ປກສ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫລວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄໍາມ່ວນ ໃນນີ້ ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ທິບພະຈັນ ໂພໄຊ ເປັນຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ, ສ່ວນວ່າຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ໂອກາດນີ້, ພົນໂທ ວິໄລ ຫລ້າຄໍາຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະກອງບັນຊາການ ພ້ອມດ້ວຍນາຍຕໍາຫລວດທີ່ຢູ່ພາຍໃນກຳລັງ ປກສ ແຂວງຄໍາມ່ວນ ທີ່ສາມາດເຮັດສຳເລັດໜ້າທີ່ວຽກງານໃນໄລຍະຜ່ານມາ; ພ້ອມທັງໄດ້ເນັ້ນໃຫ້ຄະນະພັກ, ຄະນະກອງບັນຊາການ ໂດຍສະເພາະ ແມ່ນສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີກັນພາຍໃນໝູ່ຄະນະໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ພ້ອມທັງເປັນແບບຢ່າງນຳໜ້າໃຫ້ແກ່ພະນັກງານ-ນັກຮົບພາຍໃນກຳລັງ ແລະ ສືບຕໍ່ຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ພະນັກງານ-ນັກຮົບ ຢ່າງເນື່ອງນິດລຽນຕິດເພື່ອຮັບປະກັນໃຫ້ແກ່ນາຍຕໍາຫລວດ, ມີຄວາມຊໍານິຊໍານານຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ສາມາດຕອບສະໜອງໄດ້ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ໃນສະເພາະໜ້າ ແລະ ຍາວນານ, ຕ້ອງສ້າງຄວາມເຂັ້ມແຂງ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະໃນກຳລັງ ປກສ ແຂວງຄໍາມ່ວນ ໃຫ້ເປັນກຳລັງປອດໃສ ເຂັ້ມແຂງໜັກແໜ້ນ ແລະ ທັນສະໄໝເທື່ອລະກ້າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ແສງອັດສະດົງສວຍງາມ ສ່ອງໃສ່ພຣະທາດຫຼວງວຽງຈັນ
Next Post: ພະຈົນໄພ ດອນພູວຽງ ຫາດຊາຍຂາວ ຢູ່ໃຈກາງອ່າງນ້ຳງື່ມ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 651ຄົນ ຂ່າວສານບ້ານເມືອງ
1 ໃນຜູ່ບາດເຈັບ ເຫດອາລະວາດຕີກັນທີ່ ຕາດວັງນໍ້າເຜິ້ງ ເຈັບໜັກຕາແຕກ ກະໂຫຼກຫົວແຕກ ຂ່າວສານບ້ານເມືອງ
ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ແຂວງສະຫວັນນະເຂດລົງເຄື່ອນໄຫວ ວຽກງານສະເພາະກິດຢູ່ເມືອງໄຊບູລີ ຂ່າວສານບ້ານເມືອງ
ດ່ວນໆ ມີປໍ້າໃສ່ຢູ່ຫວາ ປັບຂຶ້ນລາຄານໍ້າທົ່ວປະເທດເລີຍເດີ້ ເລີ່ມມື້ອື່ນ ຂ່າວສານບ້ານເມືອງ
ຢ່າວາແຕ່ຄົນຢ້ານຂະໜາດສັດກະຍັງຕ້ອງໃສ່ໜ້າກາກ ຂ່າວສານບ້ານເມືອງ
ທິມງານ ສ້າງພາບ-ຊ່ວຍກັນ ເຂົ້າຊ່ວຍເຫຼືອນັກສຶກສາທີ່ຕົກຄ້າງຢູ່ໃນຫໍພັກຢູ່ທີ່ ວິທະຍາໄລ ກະເສດປາກເຊືອງ ແຂວງຫຼວງພະບາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme