Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທລຍ ເມືອງໃໝ່ ແຂວງຜົ້ງສາລີ ສໍາເລັດການຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການ

Posted on 10/02/202110/02/2021 By News No Comments on ທລຍ ເມືອງໃໝ່ ແຂວງຜົ້ງສາລີ ສໍາເລັດການຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການ

ໃນວັນທີ 1 ກຸມພາ 2021 ຜ່ານມາ, ຫ້ອງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄລຍະເພີ່ມທຶນ ທລຍ 03 ເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການສໍາລັບ ແມ່ ແລະ ເດັກຢູ່ທີ່ບ້ານໆ ອົມພຸຣ ພາຍໃຕ້ຂອບນະໂຍບາຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ປ່າໄມ້.

May be an image of 10 people, people standing and people sitting

ເພື່ອຍົກລະດັບຊີວິດການເປັນຢູ່ເຊື່ອມສານກັບໂພຊະນາການ ໂດຍສະໜັບສະໜູນໃຫ້ປະຊາຊົນທີ່ທຸກຍາກ ເຂດຫາງໄກສອກຫຼີກໄດ້ເຂົ້າເຖິງການບໍລິການດ້ານການປູກ-ການລ້ຽງ ກໍຄືກິດຈະກໍາທີ່ສາມາດສ້າງລາຍຮັບດ້ານຕ່າງໆ ຂອງຄອບຄົວໄປພ້ອມກັນກັບການສົ່ງເສີມການເຂົ້າເຖິງການບໍລິການດ້ານໂພຊະນາການທີ່ຖືກຕ້ອງຕາມຫຼັກສຸຂະພາບອະນາໄມ ເຮັດໃຫ້ເດັກນ້ອຍໃນເກນອາຍຸ ແຕ່ 0-24 ເດືອນ, ແມ່ມານ, ແມ່ລູກອ່ອນໄດ້ຮັບສານອາຫານທີ່ພຽງພໍ ຕິດພັນກັບການປູກ-ການລ້ຽງເພື່ອບໍລິໂພກພາຍໃນຄອບຄົວ ແລະ ເພື່ອຂາຍເປັນສິນຄ້າ ຍົກລະດັບການສ້າງເສດຖະກິດຄອບຄົວໃຫ້ນັບມື້ນັບເຕີບໂຕ ລວມທັງປະຕິບັດໄດ້ນະໂຍບາຍ ຍຸດທະສາດແຫ່ງຊາດ ສໍາລັບແມ່ ແລະ ເດັກ ກໍຄືຕົວຊີ້ວັດພົ້ນທຸກຂອງລັດຖະບານວາງອອກ ເຮັດໃຊ້ຊຸມຊົນມີໂພຊະນາການທີ່ດີ, ເຮັດໃຫ້ສຸຂະພາບແມ່ຍິງໃນໄວຈະເລີນພັນບັນລຸຄາດໝາຍ, ເດັກນ້ອຍມີການຈະເລີນເຕິບໂຕໄດ້ຕາມມາດຖານຂອງກະຊວງກະຊວງສາທາວາງອອກ. ພາຍຫຼັງທີ່ໂຄງການໄດ້ສໍາເລັດການເກັບກໍາຂໍ້ມູນລະອຽດໃນແຕ່ລະບ້ານແລ້ວ ທລຍ ເມືອງໃໝ່ ຈຶ່ງໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍໄດ້ຈັດຊຸດອົບຮົມຄວາມຮູ້ພື້ນຖານດ້ານໂພຊະນາການໃຫ້ກັບແມ່ ແລະ ເດັກຢູ່ຂັ້ນບ້ານ ພ້ອມທັງ ຕິດຕາມການຝຶກອົບຮົມ ການປ້ອງກັນພະຍາດໂຄວິດ-19ໃຫ້ກັບຊຸມຊົນ ໄປພ້ອມໆກັນ. ຊຶ່ງຊຸດອົບຮົມດັ່ງກ່າມ ແມ່ນມີຜູ້ເຂົ້າຮ່ວມທັງໝົດ 119 ຄົນ, ຍິງ 77 ຄົນ. ໃນນັ້ນມີຜູ້ເຂົ້າຮວ່ມຈາກ ທລຍ ສູນກາງ 1 ທານ, ກະຊວງສາທາລະນະສຸກ 1 ທ່ານ, ສູນກາງສະຫະພັນແມ່ຍິງ 1 ທ່ານ ແລະ ທລຍ ແຂວງ 1 ທ່ານ, ເມືອງ 1 ທ່ານ ແລະ ທລຍ ບ້ານເຂົ້າຮ່ວມ.

May be an image of child, standing and indoor

ການລົງຝຶກອົບຮົມກ່ຽວກັບຄວາມຮູ້ພື້ນຖານດ້ານໂພຊະນາການຂອງແມ່ ແລະ ເດັກຢູ່ຂັ້ນບ້ານໆອົມພຸຣ, ເມືອງໃໝ່ ແຂວງຜົ້ງສາລີ ມີແມ່ລູກອ່ອນ, ແມ່ຖືພາ, ແມ່ຂອງເດັກອາຍຸ 6-23 ເດືອນ ເຂົ້າຮ່ວມ ທັງໝົດມີດັ່ງນີ້ແມ່ຍິງຖືພາ 7 ຄົນ, ແມ່ລູກອ່ອນ 6 ຄົນ, ເດັກອາຍຸ 0-5 ເດືອນ 6 ຄົນ, ແມ່ຂອງເດັກອາຍຸ 6-23 ເດືອນ 32 ຄົນ. ໄປຄ່ຽງຄູ່ກັນນີ້ ກໍຝຶກອົບຮົມວຽກງານປ້ອງກັນພະຍາດໂຄວິດ-19 ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC).

May be an image of 2 people, people standing, people sitting and indoor

ສ່ວນຫົວຂໍ້ໃນການຝຶກອົບຮົມຄັ້ງນີ້ ນອກຈາກຈະຝືກອົບຮົມ ກ່ຽວກັບໂພຊະນາການແລ້ວ ພວກເຮົາຍັງໄດ້ປະສົມປະສານ ເອົາຂໍ້ມູນ-ຂ່າວສານ ແລະ ຄວາມຮູ້ ກ່ຽວກັບການປ້ອງກັນພະຍາດໂຄວິດ-19 ໄປນໍາສະເໜີໃຫ້ ກັບພໍ່ແມ່ປະຊາຊົນບ້ານອົມພລຸ ເພື່ອໃຫ້ເຂົາເຈົ້າຮຽນຮູ້ຄວາມອັນຕະລາຍຂອງການລະບາດພະຍາດໂຄວິດ-19 ໃນປະຈຸບັນ ພອ້ມທັງແນະນໍາວິທີປ້ອງກັນໄວຣັດດັ່ງກ່າວ. ນອກນັ້ນ ຍັງຮຽນຮູ້ວິທີຫຍິບຜ້າອັດປາກ-ອັດດັງໃຫ້ພໍ່ແມ່ປະຊາຊົນ ແລະ ອົງການປົກຄອງບ້ານ ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງເປັນປົກກະຕິອີກດ້ວຍ.

May be an image of 2 people, people standing and indoor

ຜ່ານການຝຶກອົບຮົມ ເຫັນວ່າປະຊາຊົນສ່ວນໃຫຍ່ໃຫ້ຄວາມຮ່ວມມື ແລະ ເຂົ້າຮ່ວມເປັນຂະບວນຟົດຟື້ນທັງຍິງ ແລະ ຊາຍ ລວມທັງຜູ້ທຸກຍາກ ດ້ອຍໂອກາດ ແລະ ຊົນເຜົ່າ ຊຶ່ງສາມາດຕີລາຄາໄດ້ວ່າ ທຸກຄົນແມ່ນຕັ້ງໃຈຟັງ ທັງມີຄວາມສາມາດຫຍິບຜ້າອັກປາກ-ອັດດັງໄດ້ດ້ວຍຕົນເອງ, ທຸກຄົນໄດ້ນໍາໃຊ້ ແລະ ຮູ້ຈັກວິທີປ້ອງກັນຕົນເອງ ເຮັດໃຫ້ ຊຸດອົບຮົມສໍາເລັດດ້ວຍໝາກຜົນທີ່ໜ້າເພິ່ງພໍໃຈ.

May be an image of one or more people and people standing

.

May be an image of 2 people and people standing
ຂ່າວສານບ້ານເມືອງ

Post navigation

Previous Post: ສສຊ ແລະ ສສຂ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ລົງເຄື່ອນໄຫວໂຄສະນາຫາສຽງ
Next Post: ສະຫາຍ ທອງລຸນ ສີສຸລິດ ສົ່ງສານສະແດງຄວາມຂອບໃຈເຖິງສະຫາຍ ສີ ຈິ້ນຜິງ ແລະ ສະຫາຍ ຫລີ ເຄີ້ສຽງ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 75 ຄົນ ຂ່າວສານບ້ານເມືອງ
ລາມໄປ 73 ປະເທດແລ້ວ! ຍອດຜູ່ເສຍຊີວິດ 3118 ຄົນ! ຕິດເຊື້ອ 90980 ຄົນ – Covid-19 ວັນທີ 3 ມີນາ 2020 ຂ່າວສານບ້ານເມືອງ
ປັບໃໝບໍລິສັດຊີໂດໄຮໂດ ກໍ່ສ້າງລົດໄຟ 70 ລ້ານກີບ ແລະ ຕ້ອງແກ້ໄຂດ່ວນ ການປ່ອຍນໍ້າເປື້ອນລົງສູ່ແມ່ນໍ້າ ຂ່າວສານບ້ານເມືອງ
ຊາວໄທ 7 ຄົນ ເກັບເຫັດຂ້າມຊາຍແດນປະເທດ ຖືກກັກຕົວ ຂ່າວສານບ້ານເມືອງ
ສະຫວັນເຂດ ຍົກລະດັບ ອອກຄໍາສັ່ງເພີ່ມ, ຕ້ອງອ່ານ! ໃນນີ້ ຫ້າມຂາຍເຫຼົ້າເບຍ ພົບເຫັນປັບໃໝໜັກ ຂ່າວສານບ້ານເມືອງ
ສະຖິຕິໃໝ່ມື້ນີ້ 12ຄົນ ຕິດເຊື້ອເພີ່ມ 1007ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme