Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສສຊ ແລະ ສສຂ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ລົງເຄື່ອນໄຫວໂຄສະນາຫາສຽງ

Posted on 10/02/202110/02/2021 By News No Comments on ສສຊ ແລະ ສສຂ ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ລົງເຄື່ອນໄຫວໂຄສະນາຫາສຽງ

ຂະບວນການ ໂຄສະນາຫາສຽງຂອງຜູ້ລົງສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ IX ( ສສຊ ) ແລະ ສະມາຊິກສະພາແຂວງຊຸດທີ II ( ສສຂ ) ໄດ້ລົງເຄື່ອນໄຫວ ໃນວັນທິ 9 ກຸມພາ 2021 ເຊິ່ງເລີ່ມຕົ້ນຢູ່ສະໂມສອນບ້ານຫ້ວຍໂລ ເມືອງປາກອູ ແຂວງຫຼວງພະບາງ ໂດຍການນໍາພາຂອງທ່ານ ຄໍາຫຼ້າ ລຽນປະດິດ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດ ແຂວງຫຼວງພະບາງ ທັງເປັນຄະນະກໍາມະການເລືອກຕັ້ງສະພາຂັ້ນແຂວງ,ມີຄະນະຮັບຜິດຊອບລົງໂຄສະນາ ແລະ ຄະນະການປ່ອນບັດຂັ້້ນແຂວງ-ເມືອງ ແລະ ມີຄະນະຮັບຜິດຊອບການເລືອກຕັ້ງສະມາຊິກສະພາຂັ້ນເມືອງ ພ້ອມດ້ວຍພະນັກງານ,ເລຂາພັກບ້ານນາຍບ້ານຫ້ວຍໂລ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນບ້ານໄດ້ໃຫ້ການຕ້ອນຮັບຢ່າງເປັນຂະບວນການຟົດຟື້ນ.

May be an image of 8 people and people standing

ທ່ານ ເພັດສາຄອນ ຄຸນບຸນເຮືອງ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ທັງເປັນຫົວໜ້າໜ່ວຍປ່ອນບັດເລືອກຕັ້ງຈຸດກຸ່ມບ້ານຫ້ວຍໂລ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານ ສະພາບຂອງບ້ານຫ້ວຍໂລ ໃຫ້ຜູ້ລົງສະໝັກສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ທີ່ລົງໂຄສະນາຫາສຽງຄັ້ງນີ້ ຊາບວ່າ: ກຸ່ມບ້ານ ຫ້ວຍໂລ ມີພົນລະເມືອງຜູ້ມີສິດເລືອກຕັ້ງທີ່ມີໜ້າຕົວຈິງ 632 ຄົນ,ຍິງ 311 ຄົນ.ປັດຈຸບັນກຸ່ມບ້ານຫ້ວຍໂລແມ່ນມີຄວາມພ້ອມ 100% ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ຈະໄດ້ມີການປ່ອນບັດໃນຄັ້ງວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້.

May be an image of 5 people, people standing and outdoors

ຈາກນັ້ນບັນດາ ສສຊ ແລະ ສສຂ ກໍ່ໄດ້ພັດປ່ຽນກັນ ນໍາສະເໜີປະຫວັດຂອງຕົນໃນການເຄື່ອນໄຫວຂອງຕົນ.ຕາມເລກລຳດັບທີ່ລົງສະໜັກເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6 ຈໍານວນ 13 ທ່ານ,ຕາມເນື້ອໃນຈິດໃຈ ມະຕິ 118/ກມສພ ວ່າດ້ວຍການເພີ່ມທະວີ,ການຊີ້ນໍາໆພາຂອງຄະນະພັກຕໍ່ບັ້ນເລືອກຕັ້ງ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ປະກອບມີ 3 ທັດສະນະໃຫຍ່ຄື: ການເລືອກຕັ້ງຊຸດນີ້ ເປັນການສືບຕໍ່ປັບປຸງ,ບູລະນະລະບອບປະຊາທິປະໄຕປະຊາຊົນ,ຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນໂຫຍດຂອງປະຊາຊົນ,ການເລືອກຕັ້ງ ເປັນພາກສ່ວນໜື່ງໃນການປັບປຸງບູລະນະການຈັດຕັ້ງ ແລະ ບຸກຄະລາກອນຂອງລະບົບການເມືອງຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນ ເປັນການເລືອກເຟັ້ນ ແລະ ສັບຊ້ອນພະນັກງານຮັບຜິດຊອບໃນວຽກງານຕ່າງໆ ແລະ ການເລືອກຕັ້ງຊຸດນີ້ ເປັນຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ ແລະ ຂອງທົ່ວປວງຊົນ. ທັງເລືອກໄດ້ຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ທັງສູນກາງ, ທ້ອງຖິ່ນ, ເພດ,ເຜົ່າ, ຜູ້ເກົ່າ ແລະ ຜູ້ໃໝ່.

May be an image of 4 people, people standing, flower and outdoors

ສໍາລັບເມືອງປາກອູ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 17.478 ຄົນ,ຍິງ 8.715 ຄົນ,ປະກອບມີ 8 ກຸ່ມບ້ານ.ໄລຍະຜ່ານມາ ອົງການປົກຄອງເມືອງ ກໍ່ໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ, ແຕ່ງຕັ້ງພະນັກງານຮັບຜິດຊອບ ໝ່ວຍປ່ອນບັດແມ່ນສຳເລັັດພ້ອມນີ້ຍັງໄດ້ຈັດຝຶກອົບຮົມ ແລະແນະນຳວີທີການຕ່າງໆກ່ຽວກັບການປ່ອຍບັດໃຫ້ຮັບຜິດຊອບຫີບບັດ,ນອກນີ້ຍັງໄດ້ໂຄສະນາໃຫ້ປະຊາຊົນຜູ້ມີສິດປ່ອນບັດໃຫ້ເຂົາເຈົ້າໄດ້ມີຄວາມເຂົ້າໃຈຕໍ່ກັບຄວາມສຳຄັນຂອງການປ່ອຍບັດ ແລະນຳໃຊ້ສິດຂອງຕົນໃຫ້ໄດ້ 300ຮ້ອຍສ່ວນຮ້ອຍ.

May be an image of 5 people, people standing and outdoors

ຂະບວນລົງໂຄສະນາຫາສຽງຂອງສສຊ-ສສຂ ດັ່ງກ່າວນີ້ ຍັງຈະໄດ້ສືບຕໍ່ລົງໂຄສະນາຫາສຽງ ຢູ່ບັນດາເມືອງເຫນືອ ຂອງແຂວງ ໃນນັ້ນມີເມືອງປາກອູ,ນໍ້າບາກ,ເມືອງງອຍ,ໂພນທອງ ແລະ ເມືອງວຽງຄໍາຕຶ່ມອີກ.ນອກນີ້ຍັງມີຂະບວນລົງໂຄສະນາຫາສຽງ ທີ່ເຄືອນໄຫວລົງໂຄສະນາຫາສຽງຢູ່ບັນດາເມືອງທາງໃຕ້ຂອງແຂວງ ມີເມືອງຈອມເພັດ, ຊຽງເງິນ, ເມືອງນານ, ພູຄູນ, ປາກແຊງ, ເມືອງໂພນໄຊ ແລະ ນະຄອນ-ຫລວງພະບາງ.ເຊິ່ງທົ່ວແຂວງມີທັງໝົດ 24 ຈຸດ ເມືອງລະ 2 ຈຸດ ໃນ 11 ເມືອງ ແລະ 1 ນະຄອນ.

May be an image of 5 people, people standing and outdoors

.

May be an image of 10 people, people standing and people sitting

.

May be an image of 3 people, people sitting and people standing

.

May be an image of 1 person and standing

ຂ່າວ ເພັດສາຄອນ ສິມມະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ຊ່ວຍຮັກສາ ພຣະທາຕຸ ດອນຮີໃຫຍ່ ເປັນທາຕຸເກົ່າແກ່ ທີມີປະຫວັດສາດທີ່ມາອັນຍາວນານ
Next Post: ທລຍ ເມືອງໃໝ່ ແຂວງຜົ້ງສາລີ ສໍາເລັດການຝຶກອົບຮົມ ຄວາມຮູ້ພື້ນຖານດ້ານໂພຊະນາການ

Related Posts

ຄຳມ່ວນ ມອບຊາກເສືອໂຄ່ງ 3 ໂຕ ໃຫ້ແກ່ ມຊ ເພື່ອການຄົ້ນຄວ້າ ຂ່າວສານບ້ານເມືອງ
ທົ່ວປະເທດມີຜູ້ອອກແຮງງານທີ່ຖືກເລີກຈ້າງ ແລະ ໂຈະການເຮັດວຽກກວ່າ 400.000 ຄົນ ຂ່າວສານບ້ານເມືອງ
ເຮັດໄປໄດ້ ໂ ຈ ນ ໃຈກ້າເຂົ້າ ລັ ກ ສາຍໄຟຟ້າແຮງສູງ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາຄານໍ້າມັນປັບຂຶ້ນອີກແລ້ວ ເລີ່ມ 5 ສິງຫາ 2020 ຂ່າວສານບ້ານເມືອງ
ເຈົ້າເມືອງວິລະບູລີພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງລົງຊຸກຍູ້ຊີ້ນຳໆພາການສ້ອມແປງເສັ້ນເລກທີ10 ຂ່າວສານບ້ານເມືອງ
ປິດປາກ ເ ດັ ກ ຢ້ານບອກພໍ່ແມ່ ຍ້ອນລັກເຂົ້າເຮືອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme