ພຣະທາຕຸ ດອນຮີໃຫຍ່ ເປັນທາຕຸເກົ່າແກ່ ທີມີປະຫວັດສາດທີມາອັນຍາວນານ ເຊິ່ງນຳພາສ້າງໂດຍ ພຣະຣາຊະຄູຫລວງຍອດແກ້ວໂພນສະເມັກ (ຍາຄູຂີ້ຫອມ) ຕັ້ງຢູ່ບ້ານດອນຮີໃຫຍ່ ເມືອງໂຂງ ແຂວງຈຳປາສັກ ໃນປັດຈຸບັນນີ້ແມ່ນຕົກຢູ່ໃນສະພາບທີ ຫນ້າເປັນຫ່ວງສຸດ ເພາະທາຕຸອົງນີ້ ແມ່ນມີການໂນ້ມອຽງ ຈາກການກັດເຊາະຂອງນ້ຳ ຖ້າບໍ່ການບູຣະນະ ແລະປັບປຸງສະພາບແວດລ້ອມອ້ອມຂ້າງກັນເຈື່ອນ ອີກບໍ່ດົນຄົງຈະລົ້ມລົງສູ່ນ້ຳແນ່ນອນ ເຊິ່ງຖືວ່າເປັນບູຣານວັດຖຸ ທີມີສິລະປະ ວັດທະນະທັມ ຄວາມເກົ່າແກ່ ທີໄປ-ທີ່ມາດົນນານ ຄົງຈະຫນ້າເສຍດາຍທີສຸດ ແທ້ໆເດີ .

.

.

.

.
