ວັນທີ 4-5 ກຸມພານີ້, ທີມງານ ທລຍ 4 ແຂວງພາກເໜືອເຊັ່ນແຂວງຫົວພັນ, ຜົ້ງສາລີ, ຊຽງຂວາງ ແລະ ແຂວງອຸດົມໄຊ ໄດ້ທັດສະນະສຶກສາ ແລະ ຖອດຖອນບົດຮຽນໂຄງການຊຸມຊົນຈັດຕັ້ງປະຕິບັດເອງຢູ່ເມືອງຕະໂອ້ຍ, ສະໝ້ວຍ ແລະ ເມືອງຕຸ້ມລານແຂວງສາລະວັນ.

ທີມງານ ທລຍ 4 ແຂວງດັ່ງກ່າວ ໄດ້ຮັບຮູ້ ແລະ ເຂົ້າໃຈວິທີການ ແລະ ຂັ້ນຕອນການຈັດຕັ້ງປະ ຕິບັດບັນດາໂຄງການທີ່ຊຸມຊົນຈັດຕັ້ງປະຕິ ບັດເອງພ້ອມນຳເອົາບົດຮຽນໄປຈັດຕັ້ງປະຕິບັດຢູ່ແຂວງຂອງຕົນໃນເດືອນເມສາ-ພຶດສະພາປີ 2021 ເປັນຕົ້ນການຈັດຊື້ຈັດຈ້າງ, ການບໍລິຫານການເງິນ,ການກໍ່ສ້າງ ແລະ ອື່ນໆຈາກໂຄງການສ້ອມແປງໂຮງຮຽນປະຖົມບ້ານປລ່ອຍເມືອງຕະໂອ້ຍ, ໂຄງການສ້ອມແປງນ້ຳລິນບ້ານອາຕຸກເມືອງສະໝ້ວຍ, ໂຄງການກໍ່ສ້າງນ້ຳປະປາຊຸມຊົນບ້ານນາຮ່ອງໃຫຍ່ ແລະໂຄງການບູລະນະຮັກສາເສັ້ນທາງບ້ານຕຸ້ມລານເມືອງຕຸ້ມລານ.

.

ພາບ-ຂ່າວ: ສິດຕາ ເພັດວົງສາ