Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ເປີດສາກເຄື່ອນໄຫວພົບປະໂຄສະນາຫາສຽງກັບຜູ້ມີສິດເລືອກຕັ້ງ

Posted on 10/02/202110/02/2021 By News No Comments on ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ເປີດສາກເຄື່ອນໄຫວພົບປະໂຄສະນາຫາສຽງກັບຜູ້ມີສິດເລືອກຕັ້ງ

ໃນວັນທີ 9 ກຸມພາ 2021 ນີ້ ບັນດາທ່ານຜູ້ຮັບສະໝັກເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ເລີ່ມເປີດສາກລົງພົບປະໂຄສະນາຫາສຽງເປັນມື້ທຳອິດກັບຜູ້ມີສິດເລືອກຕັ້ງ ທີ່ເຂດເລືອກຕັ້ງທີ 2 ເມືອງອຸທຸມພອນຂອງ ເຊິ່ງນຳໂດຍ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ໝາຍເລກ 1,ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງສະຫວັນນະເຂດ ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ໝາຍເລກ 2 ແລະ ບັນດາທ່ານຜູ້ຮັບສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຈຳນວນທັງໝົດ 23 ທ່ານ ພ້ອມດ້ວຍຜູ້ຮັບສະໝັກເປັນສະມາຊິກສະພາປະຊາຊົນແຂວງຊຸດທີ II ປະຈຳເຂດເລືອກເມືອງອຸທຸມພອນຈຳນວນ 5 ທ່ານ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ປະສົງສິນ ຈະເລີນສຸກ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງອຸທຸມພອນ ແລະ ຜູ້ມີສິດເລືອກຕັ້ງພາຍໃນເມືອງໄດ້ໃຫ້ການຕ້ອນຮັບຢ່າງເປັນຂະບວນການຟົດຟື້ນ.

May be an image of 1 person, standing and indoor

ໂອກາດດັ່ງກ່າວ ທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ ກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ເຊິ່ງທົ່ວເມືອງອຸທຸມພອນ ມີໜ່ວຍປ່ອນບັດທັງໝົດ 88 ໜ່ວຍ,ພົນລະເມືອງຜູ້ມີສິດເລືອກຕັ້ງທີ່ມີໜ້າຕົວຈິງ 50.038 ຄົນ,ຍິງ 26.345 ຄົນ ມາຮອດປັດຈຸບັນທາງເມືອງອຸທຸມພອນແມ່ນມີຄວາມພ້ອມເກືອບ 100% ແລ້ວໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ຈະໄດ້ມີການປ່ອນບັດໃນຄັ້ງວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້

May be an image of 10 people and people standing

ຈາກນັ້ນທ່ານ ຈິນດາວັນ ບຸດລາສີ,ທ່ານ ສຸດໃຈ ໄຊຍະວົງ,ທ່ານ ພູຄຳ ອານົນທະວົງ ແລະ ທ່ານ ບົວລົມ ອິນທິທະວົງ ກໍ່ໄດ້ຜັດປ່ຽນກັນ ນຳສະເໜີລາຍຊື່ ແລະ ປະຫວັດການເຄື່ອນໄຫວຂອງຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ຈຳນວນ 25 ທ່ານ ແລະ ຜູ້ສະໝັກເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງອຸທຸມພອນຈຳນວນ 5 ທ່ານ ໃຫ້ກັບຜູ້ມີສິດເລືອກຕັ້ງໄດ້ຮັບຮູ້.ໂອກາດລົງພົບປະໂຄສະນາຫາສຽງກັບຜູ້ມີສິດເລືອກຕັ້ງຄັ້ງນີ້ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງສະຫວັນນະເຂດ ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ໝາຍເລກ 2 ກໍ່ໄດ້ກ່າວເຖີງທັດສະນະຊີ້ນຳຂອງກົມການເມືອງສູນກາງພັກ ໂດຍສະເພາະເນື້ອໃນຈິດໃຈ ມະຕິ 118/ກມສພ ວ່າດ້ວຍການເພີ່ມທະວີ, ການຊີ້ນໍາໆພາຂອງຄະນະພັກຕໍ່ບັ້ນເລືອກຕັ້ງ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ໃນ 3 ທັດສະນະໃຫຍ່:

May be an image of 3 people, people standing, people sitting and outdoors

1.ການເລືອກຕັ້ງຊຸດນີ້ ເປັນການສືບຕໍ່ປັບປຸງ, ບູລະນະລະບອບປະຊາທິປະໄຕ ປະຊາຊົນ, ຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນໂຫຍດຂອງປະຊາຊົນ,

2.ການເລືອກຕັ້ງ ເປັນພາກສ່ວນໜື່ງໃນການປັບປຸງບູລະນະການຈັດຕັ້ງ ແລະ ບຸກຄະລາກອນຂອງລະບົບການເມືອງຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນ ເປັນການເລືອກເຟັ້ນ ແລະ ສັບຊ້ອນພະນັກງານຮັບຜິດຊອບໃນວຽກງານຕ່າງໆ,

3. ການເລືອກຕັ້ງຊຸດນີ້ ເປັນຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນ ແລະ ຂອງທົ່ວປວງຊົນ.

ທັງເລືອກໄດ້ຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ທັງສູນກາງ, ທ້ອງຖິ່ນ, ເພດ,ເຜົ່າ, ຜູ້ເກົ່າ ແລະ ຜູ້ໃໝ່. ເພື່ອປະຕິບັດຕາມຄຳຂວັນຂອງກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ວາງອອກວ່າດ້ວຍການຍົກສູງຄວາມສາມາດນຳພາແລະຄວາມເປັນແບບຢ່າງນຳໜ້າຂອງຄະນະພັກທຸກຂັ້ນ ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລີກເຊີ່ງ ແລະ ຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ອອກແຮງຂຸດຄົ້ນທ່າແຮງບົ່ມຊ້ອນ ແລະ ຄວາມເປັນຈິງຂອງທ້ອງຖີ່ນ ໂດຍຖືເອົາການຜະລິດກະສິກຳ ຕິດພັນກັບອຸດສາຫະກຳ ແລະ ການບໍລິການ, ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມ ຄວາມສາມັກຄີປອງດອງບັນດາເຜົ່າ, ດຸໝັ່ນ, ອາດຫານ ແລະ ກ້າວຂຶ້ນ.

May be an image of 3 people, people standing and outdoors

ຈາກນັ້ນ, ທ່ານ ກົງແກ້ວ ມີວໍລະຈັກ ກໍ່ໄດ້ສະເໜີດ້ານປະຫວັດໂດຍຫຍໍ້ ກ່ຽວການເຄື່ອນໄຫວໃນແຕ່ລະໄລຍະ ແລະ ຄວາມມຸ້ງຫວັງ, ແນວຄວາມຄິດ ທີ່ຈະນຳພາສ້າງສາພັດທະນາແຂວງສະຫວັນນະເຂດ ໃຫ້ມີບາດກ້າວໃໝ່.

ຈາກນັ້ນໃນຕອນບ່າຍຂອງວັນດຽວກັນ ບັນດາທ່ານຜູ້ຮັບສະໝັກເປັນສະມາຊິກສະພາແຫ່ງຊາດ ແລະ ຜູ້ຮັບສະໝັກເປັນສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງອຸທຸມພອນ ກໍ່ໄດ້ສືບຕໍ່ລົງພົບປະໂຄສະນາຫາສຽງ ກັບຜູ້ມີສິດເລືອກຕັ້ງທີ່ກອງພົນທະຫານຮາບທີ 4 ຕື່ມອີກ.

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານ ຮຽກຮ້ອງໃຫ້ພໍ່-ແມ່ ປະຊາຊົນເປັນຫູເປັນຕາ ເຝົ້າລະວັງໃນການລັກລອບເຂົ້າປະເທດ
Next Post: ທລຍ 4 ແຂວງພາກເໜືອຖອດຖອນບົດຮຽນຢູ່ 3 ເມືອງແຂວງສາລະວັນ

Related Posts

ແຈ້ງການ! ຖອນໃບອະນຸຍາດການເຄື່ອນໄຫວວຽກງານສື່ມວນຊົນຂອງວາລະສານຈໍານວນ 36 ສະບັບ ຂ່າວສານບ້ານເມືອງ
ເລີ່ມແລ້ວ! ຟາຍເຊີ ແລະ ໂມເດີນາ ປັບຂຶ້ນລາຄາວັກຊີນປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ປະເທດລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມເປັນ 81 ວັນຕິດຕໍ່ກັນແລ້ວ ຂ່າວສານບ້ານເມືອງ
ເລືອກ ທ່ານ ທອງຕື ເກຍສະບົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກເມືອງ ເຈົ້າເມືອງໆສຳພັນຄົນໃໝ່ ຂ່າວສານບ້ານເມືອງ
ກອງພັນ 634 ຈັດຕັ້ງຮັບເອົາທະຫານອາຊີບຮຸ່ນໃໝ່ ຂ່າວສານບ້ານເມືອງ
ທ່ານ ພັນຄຳ ວິພາວັນຮອງປະທານປະເທດ ລົງປ່ອນບັດເລືອກຕັ້ງ ສສຊ-ສສຂ ຢູ່ບ້ານສາຍນ້ຳເງິນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme