ວັນທີ 5 ກຸມພາ 2021 ທີ່ກົມ ເສດຖະກິດ ກະຊວງປ້ອງກັນປະ ເທດໄດ້ມີພິທີເຊັນສັນຍາຮ່ວມ ທຸລະກິດ ເພີ່ມເຕີມ ການປ່ຽນແທນ ຜູ້ຖືຮຸ້ນໃນໂຄງການຊອກຄົ້ນ ສໍາ ຫຼວດ ຂຸດຄົ້ນປຸງແຕ່ງ ແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດເມືອງທ່າໂທມ ແລະ ເມືອງອະນຸວົງ ແຂວງໄຊ ສົມບູນ ລະຫວ່າງກົມເສດຖະກິດ ກະຊວງປ້ອງກັນປະເທດ ແລະ ບໍລິສັດ ລາວກະລັງເດໂປ ຈໍາ ກັດ ໂດຍການລົງນາມຂອງທ່ານ ພົນຈັດຕະວາ ຄໍາມີ ຫຼ້າບຸນທັນ ຫົວໜ້າກົມເສດຖະກິດ ກະຊວງ ປ້ອງກັນປະເທດ ແລະ ທ່ານ ຊານ ວາ ຊາລາອູລີ ອໍານວຍການບໍລິສັດ ລາວກະ ລັງເດໂປ ຈໍາກັດ, ມີ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດຜູ້ຊີ້ນໍາຂົງເຂດເສດ ຖະກິດກອງທັບພ້ອມດ້ວຍພາກ ສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນສັນຍາຮ່ວມທຸລະ ກິດຄັ້ງນີ້ແມ່ນອີງຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າ ດ້ວຍການອະນຸມັດໃຫ້ກົມເສດຖະກິດປ່ຽນແທນກຸ່ມບໍລິສັດລັດພັດທະນາຊົນນະບົດໃໝ່ ໃນ ການເຈລະຈາ ແລະ ເຊັນສັນຍາ ກັບລັດຖະບານແຫ່ງ ສປປ ລາວ ໃນໂຄງການຊອກຂຸດຄົ້ນສໍາຫຼວດປຸງແຕ່ງແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດບ້ານເມືອງອ້ອມເມືອງອະນຸວົງແຂວງໄຊສົມບູນ ສະບັບເລກທີ 3266/ກປທ ລົງ ວັນທີ 3 ສິງຫາ2020 ປະຕິບັດ ຕາມຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດວ່າດ້ວຍການປັບ ປຸງກຸ່ມບໍລິສັດພັດທະນາຊົນນະ ບົດໃໝ່ ແລະ ລັດວິສາຫະກິດຂຸດ ຄົ້ນຜະລິດຫີນ ສະບັບເລກທີ 1257/ກປທ ລົງວັນທີ 26 ກຸມ ພາ 2020 ອີງຕາມສັນຍາຮ່ວມ ທຸລະກິດໃນໂຄງການຊອກຂຸດ ຄົ້ນສໍາຫຼວດ ແລະ ປຸງແຕ່ງ ແຮ່ຄໍາ ລະແຮ່ຕິດພັນຕ່າງໆ ຢູ່ ຂອບເຂດບ້ານອ້ອມ ເມືອງອະນຸວົງ ແຂວງໄຊສົມບູນ ລະຫວ່າງກຸ່ມບໍລິສັດລັດພັດທະນາຊົນນະບົດໃໝ່ ແລະ ບໍລິສັດກະລັງເດໂປ ຈໍາກັດ ສະບັບເລກທີ 00644 ລົງວັນທີ 9 ເມສາ 2015 ເຊິ່ງ ການຮ່ວມມືຂອງສອງຝ່າຍໃນ ໂຄງການນີ້ເບື້ອງຕົ້ນເປັນການ ຮ່ວມທຶນລະຫວ່າງກຸ່ມບໍລິສັດ ພັດທະນາຊົນນະບົດໃໝ່ ແລະ ບໍລິສັດ ລາວກະລັງເດໂປ ຈໍາກັດ ມີພື້ນທີ່ນອນຢູ່ສອງເມືອງຄື: ເມືອງທ່າໂທມ ແລະ ເມືອງອະນຸ ວົງແຂວງໄຊສົມບູນ ໃນເນື້ອທີ່ ເບື້ອງຕົ້ນທັງໝົດ 299,88 ກິ ໂລຕາແມັດ ພາຍຫຼັງທີ່ໄດ້ມີການ ລົງກວດກາພື້ນທີ່ຫຼາຍຄັ້ງ ແລະ ຄັ້ງຫຼ້າສຸດໃນເດືອນພະຈິກ 2020 ໄດ້ມີການຕັດພື້ນທີ່ອ່າງໂຕ່ງ ຈໍາ ນວນ 2 ແຫ່ງອອກ ລວມທັງພື້ນ ທີ່ອື່ນໆທີ່ບໍ່ຈໍາເປັນ ແລະ ທັບຊ້ອນ ກັບພາກສ່ວນອື່ນ ປັດຈຸບັນພື້ນທີ່ ຕົວຈິງມີຢູ່ 177,68 ກິໂລຕາ ແມັດ ມີອາຍຸການສໍາປະທານ 20 ປີ ແລະ ສາມາດຕໍ່ໄດ້ຄັ້ງລະ 10 ປີ
ໂດຍ: ບຸນຊ້ອຍ