Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສໍ້ ໂ ກ ງ ເງິນເກືອບ 300 ລ້ານ ດ້ວຍຮູບການຕົວະແລ່ນເຂົ້າເປັນລັດຖະກອນ ແລະ ຮັບເງິນບຳນານ

Posted on 09/02/202109/02/2021 By News No Comments on ສໍ້ ໂ ກ ງ ເງິນເກືອບ 300 ລ້ານ ດ້ວຍຮູບການຕົວະແລ່ນເຂົ້າເປັນລັດຖະກອນ ແລະ ຮັບເງິນບຳນານ

ນາງ ຄໍາຈອນ ອາຍຸ 38 ປີ ອະດີດພະນັກງານທີ່ພົບບັນຫາທາງດ້ານການເງິນ ໃຊ້ໜີ້ຄ່າງວດລົດ ແລະ ໃຊ້ຈ່າຍພາຍໃນຄອບຄົວ ຈຶ່ງໃຊ້ເລ່ລ່ຽມເພື່ອຕົວະຍົວະ ເຮັດໃຫ້ຄົນອື່ນເຊື່ອໃຈ ໂດຍອ້າງວ່າສາມາດແລ່ນເຂົ້າເປັນທະຫານໄດ້ ແລະ ກິນເງິນບໍານານ, ນັບແຕ່ປີ 2012-2020 ມີຜູ້ເສຍຫາຍຕົກເປັນເຫຍື່ອ ຫຼາຍກວ່າ 20 ຄົນ ລວມມູນຄ່າເສຍ ຫາຍເກືອບ 300 ລ້ານກີບ.

ເຈົ້າໜ້າທີ່ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ມີປະຊາຊົນ ເຂົ້າມາແຈ້ງຄວາມວ່າ ນາງ ຄໍາຈອນ ຢູ່ບ້ານໂພນສະອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຕົວະເອົາເງິນໂດຍອ້າງວ່າ ສາມາດ ແລ່ນເຂົ້າເປັນທະຫານ ແລະ ກິນເງິນບໍານານ ໄດ້ສູນເສຍເງິນຄ່າຈ້າງເປັນຈໍານວນຫຼວງຫຼາຍ,ແຕ່ບໍ່ສາມາດເອົາເຂົ້າທະຫານ ແລະ ກິນເງິນບໍານານໄດ້; ດັ່ງນັ້ນ,ຈຶ່ງແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງກັກ ຕົວຜູ້ກ່ຽວມາສອບສວນ ໃນວັນທີ28 ທັນວາທີ່ຜ່ານມາ.

ນາງ ຄໍາຈອນ ສາລະພາບວ່າ: ໃນປີ 1997, ໄດ້ເຂົ້າສັງກັດເປັນພະນັກງານລັດ. ຕໍ່ມາໃນລະຫວ່າງປີ 2005-2009, ສາມາດແລ່ນເອົາຄົນເຂົ້າທະຫານ ໄດ້ ໂດຍຮ່ວມກັບປ້າຂອງຕົນເອງ ຈໍານວນ 7-8 ຄົນ; ຕໍ່ມາໃນຊ່ວງປີ 2012, ໄດ້ມີບັນຫາທາງດ້ານການເງິນໃນການໃຊ້ຈ່າຍສ່ວນຕົວ ແລະ ເງິນຈ່າຍຄ່າງວດລົດບໍ່ພຽງພໍ ແລະ ເກີດມີໜີ້ສິນຕາມມາ ຈຶ່ງຄິດຢາກໄດ້ເງິນ ໂດຍໃຊ້ເລ່ລ່ຽມເພື່ອຕົວະຍົວະເຮັດໃຫ້ຄົນອື່ນເຊື່ອໃຈວ່າ ມີໂກຕ້າເຂົ້າກໍາລັງທະຫານ ແລະ ສາມາດແລ່ນໃຫ້ພະນັກງານທະຫານເຂົ້າກິນເງິນບໍານານໄດ້.

May be an image of 1 person

ວິທີການຕົວະ ແມ່ນໄດ້ໄປຫາຄົນຮູ້ຈັກທີ່ຕ້ອງ ການໃຫ້ຍາດພີ່ນ້ອງ ເຂົ້າກໍາລັງທະຫານ ຫຼື ແລ່ນກິນເງິນບໍານານ ໃນເມື່ອມີຄົນຫຼົງເຊື່ອ ກໍໄດ້ເອົາຄ່າມັດຈໍາ 3.000.000 – 40.000.000 ກີບ ເພື່ອແລ່ນເອກະສານ ແຕ່ບໍ່ສາມາດແລ່ນເຂົ້າໄດ້ ຈຶ່ງນໍາເງິນທີ່ມັດຈໍາ ໄປໃຊ້ຈ່າຍສ່ວນຕົວ ແລະ ຄອບຄົວຈົນໝົດ.

ຜ່ານມາ, ໄດ້ຕົວະເອົາເງິນ ເພື່ອແລ່ນເຂົ້າກິນເງິນບໍານານຂອງກຳລັງທະຫານໄດ້ 3 ຄັ້ງ ຄື:ຄັ້ງ ທຳອິດ ໄດ້ເອົາເງິນນໍາ ທ້າວ ບຸນຈົ້ງ ຢູ່ບ້ານລາດຮ້ວງ ເມືອງແປກ ແຂວງຊຽງຂວາງ ຈໍານວນ 40.000.000 ກີບ ແຕ່ບໍ່ສາມາດແລ່ນບໍ່ໄດ້ ຈຶ່ງສົ່ງເງິນຄືນຈໍານວນ 5.200.000 ກີບ; ຄັ້ງຕໍ່ມາ, ຕົວະເອົາເງິນນໍານາງ ດອນຄໍາ ຢູ່ບ້ານໂນນສະຫວ່າງ ເມືອງສີໂຄດຕະ ບອງ ນວ ຈໍານວນ16.000.000 ກີບ ເປັນຄ່າແລ່ນ ເຂົ້າກິນບຳນານຂອງກໍາລັງທະຫານ; ຕໍ່ມາ, ໄດ້ເອົາເງິນນໍາ ນາງ ຄໍາເພົາ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ 3.000.000 ກີບ ກັບ 4.000 ບາດ ແລ່ນເຂົ້າກິນເງິນບໍານານຂອງກໍາລັງທະຫານ. ນອກນັ້ນ, ຕົວະເອົາເງິນນໍາ ນາງ ສາຍຄໍາ ບ້ານລາດຮ້ວງ ເມືອງແປກ ແຂວງຊຽງຂວາງ ເພື່ອແລ່ນເອົາລູກຊາຍໄປຮຽນຕໍ່, ແລ່ນເອົາຜົວເຂົ້າກິນເງິນບໍານານ ແລະ ເອົາລູກສາວເຂົ້າກໍາລັງທະຫານເປັນເງິນມັດຈໍາ 14.285.000 ກີບ.

ສ່ວນຕົວະເອົາເງິນແລ່ນເຂົ້າສັງກັດເປັນກຳລັງທະຫານແມ່ນ ຈໍານວນ 20 ກວ່າຄັ້ງ ຄື: ໄດ້ຕົວະເອົາເງິນນໍາ ນາງ ດອນ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈໍານວນ 19.000.000 ກີບ ແລ່ນບໍ່ໄດ້ສົ່ງເງິນຄືນ ຈໍານວນ 9.000.000 ກີບ; ທ້າວ ແພງນະພາ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈໍານວນ 34.000.000 ກີບ ສົ່ງເງິນຄືນ ຈໍານວນເງິນ 28.400.000 ກີບ;ຈາກນັ້ນ, ກໍໄດ້ໃຊ້ຮູບການເດີມ ເພື່ອຕົວະຍົວະຫຼອກລວງເອົາເງິນນຳປະຊາຊົນທີ່ຕ້ອງການເຂົ້າກຳລັງທະຫານ ໂດຍມີຜູ້ເສຍຫາຍຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາຕ່າງ ແຂວງອີກ ຈໍານວນ 20 ກວ່າຄົນ ລວມເປັນເງິນທັງປະມານ 294.685.000 ກີບ ກັບ 4000 ບາດ.

ໃນປັດຈຸບັນ, ມີຜູ້ທີ່ເຂົ້າມາແຈ້ງຄວາມກັບເຈົ້າ ໜ້າທີ່ແລ້ວ 20 ກວ່າຄົນ ແລະ ຄາດວ່າ ຍັງຈະມີປະຊາຊົນອີກຈໍານວນໜຶ່ງ ທີ່ຈະເຂົ້າມາແຈ້ງຄວາມໃນຮູບການດຽວກັນ. ຈາກການເກັບກໍາຂໍ້ມູນ, ນາງ ຄໍາຈອນ ແມ່ນມີເຈດຕະນາສວຍໂອກາດສໍ້ ໂ ກ ງເອົາຊັບສິນຂອງບຸກຄົນອື່ນແທ້; ເຊິ່ງການກະທໍາດັ່ງກ່າວ ເຮັດໃຫ້ຊັບສິນຂອງບຸກຄົນອື່ນໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ແລະ ເຮັດໃຫ້ສັງ ຄົມບໍ່ມີຄວາມສະຫງົບ. ສະນັ້ນ, ກໍຈະໄດ້ດຳເນີນຄ ະດີ ໄປຕາມຂັ້ນຕອນຂອງກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ຈັບລັອດໃຫຍ່ທີ່ບໍລິຄໍາໄຊ
Next Post: ເຊັນສັນຍາຮ່ວມທຸລະກິດ ເພີ່ມເຕີມ ການປ່ຽນແທນຜູ້ຖືຮຸ້ນໃນໂຄງການຊອກຄົ້ນ ສຳຫຼວດ ຂຸດຄົ້ນປຸງແຕ່ງ ແຮ່ຄຳ ແລະ ແຮ່ຕິດພັນ

Related Posts

ເປີດທາມລາຍ! ກໍລະນີ ທີ 24, 25 ແລະ 26 ຂອງເເຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ສະຫະລັດຢືນຢັນພົບແມວບ້ານ 2 ໂຕຕິດເຊື້ອໂຄວິດ ນັບເປັນສັດລ້ຽງສອງໂຕທໍາອິດໃນສະຫະລັດທີ່ພົບວ່າຕິດເຊື້ອໄວຣັສ ຫຼັງກ່ອນໜ້ານີ້ມີເສືອ ສິງໃຫຍ່ ທັງໝົດ13 ໂຕ ຢູ່ໃນສວນສັດບອງທີ່ຕິດເຊື້ອໂຄວິດ ຂ່າວສານບ້ານເມືອງ
ພົບກະເປົາເງິນ 20 ລ້ານ ທີ່ ປຕທ ປາກຊັນ ນໍາສົ່ງຄືນເຈົ້າຂອງແລ້ວ ຂ່າວສານບ້ານເມືອງ
ສະຫວັນໃຫ້ພອນ ຟ້າຮົ່ມບຸນ ສົ່ງ ຍາທ່ານມະຫາງອນ ດໍາຣົງບຸນ ສູ່ນິບພານ ຂ່າວສານບ້ານເມືອງ
ເກີດເຫດ! ຄົນອາລະວາດຕີກັນຫົວແຕກເຂດ ບ້ານສະພັງມຶກ ຂ່າວສານບ້ານເມືອງ
ບັນຍາກາດຄາລະວານ ທ່ຽວຊົມຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme