Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີມອບ-ຮັບ ເຮືອ ລະຫວ່າງກົມທະຫານຊາຍແດນ ກັບກອງບັນຊາການ ປກຊ-ປກສ ແຂວງບໍ່ແກ້ວ-ຫຼວງນ້ຳທາ

Posted on 08/02/202108/02/2021 By News No Comments on ພິທີມອບ-ຮັບ ເຮືອ ລະຫວ່າງກົມທະຫານຊາຍແດນ ກັບກອງບັນຊາການ ປກຊ-ປກສ ແຂວງບໍ່ແກ້ວ-ຫຼວງນ້ຳທາ

ພິທີມອບ-ຮັບ ເຮືອລະຫວ່າງກົມທະຫານຊາຍແດນ ກົມໃຫຍ່ເສນາ ທິການກອງທັບກັບກອງບັນຊາການ ປກຊ-ປກສ ແຂວງບໍ່ແກ້ວ-ຫຼວງນ້ຳທາຈັດຂຶ້ນໃນວັນທີ 6 ກຸມພາ 2021 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມກອງຮ້ອຍທະຫານຊາຍແດນ 121.

May be an image of 11 people, people standing and military uniform

.

May be an image of 10 people, people standing and military uniform

ມີ ສະຫາຍ ພັນເອກ ດວງ ມາລາ ຮອງຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ, ສະຫາຍພັນໂທ ທອງໄຂ ສີຍາລາດຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງບໍ່ແກ້ວ, ມີຜູ້ຕາງໜ້າກົມໃຫຍ່ເຕັກນິກກອງທັບ, ຜູ້ຕາງໜ້າໃຫ້ກອງບັນຊາການທະຫານແຂວງຫຼວງນ້ຳທາ, ຜູ້ຕາງໜ້າກອງບັນຊາການ ປກສ ແຂວງ,ມີກອງຮ້ອຍທະຫານຊາຍແດນ 122 ເຂົ້າຮ່ວມ.

May be an image of outdoors

.

May be an image of lake

ສະຫາຍ ພັນເອກ ດວງ ມາລາ ໄດ້ຕາງໜ້າໃຫ້ຄະນະກ່າວມອບເຮືອລາດຕະເວນ (985Y) ຈໍານວນ 6ລໍາ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ 04 ລໍາ, ໃຫ້ກອງບັນຊາການທະຫານຫຼວງນ້ຳທາ 02 ລໍາ ແລະ ເຮືອລາດຕະເວນ (TEL:0756-754888) ຈໍານວນ 6ລໍາ ໃຫ້ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ 02 ລໍາ, ໃຫ້ກອງບັນຊາການທະຫານແຂວງຫຼວງນ້ຳທາ 02 ລໍາ ແລະ ກອງບັນຊາການ ປກສ ແຂວງສອງແຂວງ 02ລຳ ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນການເຄື່ອນໄຫວລາດຕະເວນທາງນໍ້າ.

May be an image of body of water

.

May be an image of one or more people, people standing and outdoors

ຕາງໜ້າກ່າວ ຮັບໂດຍ ສະຫາຍ ພັນໂທ ທອງໄຂ ສີຍາລາດ ພ້ອມທັງໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ແລະ ຮູ້ສຶກພາກພູມໃຈທີ່ຍາມໃດຂັ້ນເທິງກໍໄດ້ມີຄວາມເປັນຫ່ວງເປັນໃຍໃນການປະຕິ ບັດໜ້າທີ່ປົກປ້ອງເຂດຊາຍແດນຂອງຊາດ ເວົ້າລວມ ເວົ້າສະເພາະ ກໍ່ຄືເຂດຊາຍແດນລຽບ ຕາມລຳແມ່ນ້ຳລ້ານຊ້າງແມ່ຂອງຕອນເໜືອຂອງລາວ ແລະ ເຮືອຈຳນວນ ດັ່ງກ່າວຈະໄດ້ມອບຕໍ່ໃຫ້ບັນດາກອງຮ້ອຍທະຫານຊາຍແດນເປັນຜູ້ປົກປັກຮັກ ສານຳໃຊ້ໃຫ້ໄດ້ຍາວນານ ແລະ ເກີດປະໂຫຍດສູງສຸດ ພ້ອມທັງເຊັນບົດບັນທຶກມອບ-ຮັບ ເຮືອ ຈຳນວນດັ່ງກ່າວຢ່າງເປັນທາງການ.

May be an image of 10 people, people standing and military uniform


ໂດຍ: ສົມໄຊ ສີລາຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ
Next Post: ເຕືອນໄພ! ກຽມຮັບມືຝົນຕົກໜັກພ້ອມລົມພັດແຮງ 8-9 ກຸມພານີ້

Related Posts

ດ່ວນ…! ຄຳສັ່ງຂອງເຈົ້າແຂວງສະຫວັນນະເຂດວ່າດ້ວຍການປ້ອງກັນ ແລະ ຄວບຄຸມການລະບາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ລັດຖະບານ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ກັບວຽກງານຄຸ້ມຄອງໄພພິບັດ ຂ່າວສານບ້ານເມືອງ
ເຈັບ 24 ເສຍຊີວິດ 5 ຄົນ ລົດທົວຕໍາກັບລົດບັນທຸກ ທີ່ສະຫວັນນະເຂດ ຂ່າວສານບ້ານເມືອງ
ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ຂ່າວສານບ້ານເມືອງ
ຂ່າວດ່ວນ ບ້ານນາລາ ເມືອງໄຊຍະບູລີ ນ້ຳຖ້ວມແລ້ວ ຂ່າວສານບ້ານເມືອງ
ກັກຕົວເປົ້າໝາຍ ຄ້ າ ຂ າ ຍ ແລະ ເ ສ ບ ຢ 4 ຄົນຄາຫ້ອງແຖວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme