Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນ້ຳໃຈຈາກ ສປ ຈີນ ສົ່ງ-ມອບວັກແຊັງປ້ອງກັນໂຄວິດ ແກ່ ສປປ ລາວ 3 ແສນໂດສ

Posted on 08/02/202108/02/2021 By News No Comments on ນ້ຳໃຈຈາກ ສປ ຈີນ ສົ່ງ-ມອບວັກແຊັງປ້ອງກັນໂຄວິດ ແກ່ ສປປ ລາວ 3 ແສນໂດສ

ໃນວັນທີ 8 ກຸມພາ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີ ມອບ-ຮັບວັກແຊັງປ້ອງກັນໂຄວິດ ໂດຍການຊ່ວຍເຫຼືອລ້າຈາກ ລັດຖະບານ ສປ ຈີນ ໃຫ້ແກ່ ສປປ ລາວ, ຕາງໜ້າ ສປ ຈີນ ມອບໂດຍທ່ານ ຈ່ຽງ ຈ່າຍຕູ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ຕາງໜ້າຮັບຝ່າຍລາວ ໂດຍທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ໂດຍມີບັນດາຄະນະນໍາ ວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ໃນພິທີ ທ່ານ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວຂອບໃຈ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍມີບາງຕອນກ່າວວ່າ: ຮູ້ສຶກປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມພິທີມອບ-ຮັບ ຢາວັກແຊັງປ້ອງກັນໂຄວິດ ຈໍານວນ 300.000 ໂດສ, ເຊີແລງຈໍານວນ 300.800ອັນ ຈາກ ສປ ຈີນ ພ້ອມທັງຊ່ວຍດ້ານການຂົນສົ່ງມາມອບໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ ຢູ່ ສປປ ລາວ ໃນຄັ້ງນີ້.

ທັ້ງນີ້ ທ່ານ ພັນຄໍາ ວິພາວັນ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ແລະ ທັນການ ບໍ່ວ່າຈະເປັນທາງດ້ານການແພດ, ໜ້າກາກອະນາໄມ, ນໍ້າຢາກວດເຊື້ອພະຍາດ ລວມທັງຢາວັກແຊັງ ເພື່ອປ້ອງກັນໂຄວິດ ໃນໄລຍະຜ່ານມາ ກໍ່ຄືການຊ່ວຍເຫຼືອເພີ່ມໃໝ່ໃນຄັ້ງນີ້, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຮັດໃຫ້ລັດຖະບານລາວ ມີຜົນສໍາເລັດໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ ໃນລະດັບສູງຄືປັດຈຸບັນນີ້.

ທ່ານ ຮອງປະທານປະເທດ ແຫ່ງ ສປປ ລາວຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ວັກແຊັງທີ່ໄດ້ຮັບມາໃນຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ ຢູ່ ສປປ ລາວ.

ນອກຈາກນີ້, ໃນຕອນທ້າຍຂອງພິທີມອບຮັບວັກແຊັງປ້ອງກັນໂຄວິດ ໃນຄັ້ງນີ້ ທ່ານ ພັນຄໍາວິພາວັນກໍ່ໄດ້ຕາງໜ້າ ສປປ ລາວ ມອບຈົດໝາຍຂອບໃຈໄປເຖິງລັດຖະບານ ສປ ຈີນ ອີກດ້ວຍ.

ຂ່າວ-ພາບ: ເອຢິບ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລົງຊຸກຍູ້ ແລະ ຊີ້ນໍາການກະກຽມປ່ອນບັດ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ແຂວງອັດຕະປື
Next Post: ລົງສໍາຫຼວດພະທາດເກົ່າແກ່ ຢູ່ແຫຼ່ງທ່ອງທ່ຽວລ່ອງເຮືອແມ່ນໍ້າເນີນເພື່ອຈະປັບປຸງ ແລະ ປະຕິສັງຂອນຄືນ

Related Posts

ເກີດເຫດເຈົ້າໜ້າທີ່ໄປຮັບຄົນຕິດເຊື້ອໂຄວິດແລ້ວແລ່ນຂຶ້ນຕົ້ນໄມ້ ຂ່າວສານບ້ານເມືອງ
ຂັ້ນຕອນລະອຽດ ໃນການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 239ຄົນ ຂ່າວສານບ້ານເມືອງ
ປີ2021 ລັດຖະບານມີນະໂຍບາຍສະເໜີອະໄພຍະ ໂ ທ ດ ໃຫ້ແກ່ ນັ ກ ໂທ ດ ຜູ້ທີ່ມີຜົນງານດີຈຳນວນ 2.017 ຄົນ ຂ່າວສານບ້ານເມືອງ
ຈີນສືບຕໍ່ສົ່ງທີມແພດມາຊ່ວຍປະເທດລາວກໍາຈັດໂຄວິດ ຂ່າວສານບ້ານເມືອງ
ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme