Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫາຍ ຄຳພັນ ພົມມະທັດ ໄດ້ຮັບໜ້າທີ່ເປັນປະທານຄະນະກວດກາສູນກາງພັກຜູ່ໃໝ່

Posted on 08/02/202108/02/2021 By News No Comments on ສະຫາຍ ຄຳພັນ ພົມມະທັດ ໄດ້ຮັບໜ້າທີ່ເປັນປະທານຄະນະກວດກາສູນກາງພັກຜູ່ໃໝ່

ອີງ​ຕາມ​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XI ຂອງ​ພັກ ແລະ ຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ XI, ໃນ​ຕອນ​ແລງ ວັນ​ທີ 5 ກຸມພາ 2021 ທີ່​ສະໂມສອນ​ຄະນະ​ກວດກາ​ສູນ​ກາງ​ພັກ ໄດ້​ມີ​ພິທີ​ມອບ – ຮັບ ໜ້າທີ່​ລະຫວ່າງ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະ​ຈໍາ​ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ (ຜູ້​ເກົ່າ) ປະທານ​ອົງການ​ກວດກາ​ລັດຖະ ບານ ປະທານ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ແລະ ສະຫາຍ ຄຳພັນ ພົມ​ມະ​ທັດ ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ ຄະນະ​ ເລຂາທິການ​ສູນ​ກາງ​ພັກ ປະ ທານ​ຄະນະ​ກວດກາ​ສູນ​ກາງ​ພັກ (ຜູ້​ໃໝ່) ໂດຍ​ມີສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໂອກາດ​ເຂົ້າ​ຮ່ວມພິທີຄັ້ງ​ ນີ້, ສະຫາຍ ທອງ​ລຸນ ສີ​ສຸລິດ ໄດ້​ມີ​ຄໍາ​ເຫັນ​ໂອ້​ລົມ​ໃນ​ຫຼາຍ​ບັນ ຫາ​ທີ່​ສຳຄັນ ໂດຍ​ສະເພາະ​ຕໍ່​ສະຫາຍ​ປະທານຄະນະ​ກວດ ກາ​ສູນ​ກາງ​ພັກ (ຜູ້​ເກົ່າ ແລະ ຜູ້​ໃໝ່) ພ້ອມ​ທັງ​ໄດ້​ສະເໜີ​ບາງ​ວຽກ​ງານ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່ ທີ່​ມີ​ເນື້ອ​ໃນ​ສຳຄັນ​ບາງ​ຕອນ​ດັ່ງນີ້: ພາຍ​ໃຕ້​ການ​ນຳ​ພາ​-​ຊີ້​ນຳ​ຂອງ​ກົມ​ການເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ຕໍ່​ວຽກ​ງານ​ກວດກາ​​ ມີສະຫາຍ ບຸນ​ທອງ ຈິດ​ມະນີ ເປັນ​ປະທານ​ນັ້ນ, ໄດ້​ມີ​ການ​ປ່ຽນແປງ​ຫຼາຍ​ດ້ານ​ທີ່​ຕັ້ງໜ້າ ໄປ​ສູ່​ຄຸນ​ນະ​ພາບ​ໃໝ່. ອັນ​ພົ້ນ​ເດັ່ນ, ແມ່ນ​ການ​ສະເໜີ​ໃຫ້​ສູນ​ກາງ ອອກ​ທິດ​ຊີ້​ນໍາ​ກ່ຽວ​ກັບ​ການ​ແກ້​ໄຂ​ພະຍາດ​ອາດຍາ​ສິດ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ການປັບປຸງປົວ ແປງ​ໃນ​ທົ່ວ​ພັກກໍຄື​ການ​ແກ້​ໄຂ​ ບັນຫາຫຍໍ້ທໍ້ທີ່​ເກີດຂຶ້ນໃນກົງ ຈັກ​ພັກ​-​ລັດ ແລະ ສະມາຊິກພັກ ​-​ພະນັກ​ງານ. ອັນ​ນັ້ນແມ່ນຜົນ ສຳເລັດທີ່​ໜ້າຊື່ນຊົມ​ຂອງ​ຄະ ນະ​ກວດກາ​ແຕ່​ລະ​ຂັ້ນ ເວົ້າ​ລວມ, ເວົ້າ ສະເພາະແມ່ນຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ ໂດຍ​ແມ່ນ​ສະຫາຍ ບຸນທອງ ຈິດ​ມະນີ ເປັນ​ຫຼັກ​ແຫຼ່ງ​ນຳພາ ຊຶ່ງ​ແມ່ນ​ຜົນງານ, ການ​ປະ ກອບ ສ່ວນ​ຂອງ​ສະຫາຍ​ຕໍ່​ການ​ຕິດ ຕາມ​ກວດກາ, ການຈັດຕັ້ງ​ປະ ຕິບັດມະຕິ​ກອງ​ປະຊຸມ​ໃຫຍ່ ແລະ ກົດ​ລະບຽບ​ຂອງ​ພັກໃນ 2 ສະໄໝ​ທີ່​ຜ່ານ​ມາ. ຄວາມ​ຮັບ ຜິດຊອບ ແລະ ຜົນງານ​ການ​ນຳ​ພາ​-​ຊີ້​ນຳ​ຂອງ​ສະຫາຍ ຜ່ານ​ມາ​ນຳໄປ​ສູ່​ການ​ປັບປຸງ​ແບບແຜນ​ນຳພາ, ແບບແຜນ​ວິທີ​ເຮັດ​ວຽກ ຂອງ​ພັກ ແລະ ໄດ້​ເປັນ​ການ​ສ້າງ​ບາດກ້າວ ທີ່​ດີ​ຂຶ້ນເຖິງ​ການ​ຍົກ​ບົດບາດ​ອິດ​ທິ​ພົນຂອງ​ພັກ​ເຮົາ.ສຳລັບ ສະຫາຍ ຄຳ​ພັນ ພົມ​ມະ​ທັດ ມາ​ຮັບ​ໜ້າທີ່​ໃໝ່​ທີ່​ສຳຄັນ​ນີ້ແມ່ນ​ການ​ມອບ​ໝາຍ​ ໜ້າທີ່​ຄວາມ​ຮັບຜິດຊອບ​ອັນ​ໜັກໜ່ວງ ແລະ ມີ​ກຽດ. ເຊື່ອ​ໝັ້ນ​ວ່າດ້ວຍ​ມູນເຊື້ອ​ຄວາມ​ສາ ມັກຄີ​ເປັນ​ປຶກ​ແຜ່ນ​ຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ ແລະ ດ້ວຍ​ການ​ນຳພາ​ຂອງ ສະຫາຍຈະ​ເຮັດ​ໃຫ້​ວຽກ ງານກວດກາໄດ້ ຮັບການ​ປັບປຸງ, ຍົກ​ລະດັບ ແລະ ໄດ້​ຮັບ​ຜົນສຳເລັດ​ໃໝ່​ໃຫຍ່​ຫຼວງຫຼາຍ​ຂຶ້ນ​ກວ່າ​ເກົ່າ, ຕອບ​ສະ ໜອງ​ການ​ເລັ່ງ​ທວງ​ໃນ​ການ​ແກ້​ໄຂ​ບັນຫາ​ຢູ່​ພາຍ​ໃນ​ພັກ​-​ລັດ ກໍຄື​ຢູ່​ໃນ​ສັງຄົມ ໃຫ້​ຕົກ​ໄປ​ເປັນ​ກ້າວໆ ແລະ ມີ​ການ​ຫັນປ່ຽນ​ທີ່​ຈະ​ແຈ້ງ.

May be an image of 6 people and people standing

ສະຫາຍ ​ທອງ​ລຸນ ສີ​ສຸ​ລິດ ໄດ້​ສະເໜີ​ບາງ​ວຽກ​ງານ​ຈຸດ​ສຸມ ຂອງ​ວຽກ​ງານ​ກວດກາ​ຄື: ອັນ​ຮີບ​ດ່ວນ​ກວ່າ​ໝູ່​ແມ່ນ​ຕ້ອງສຸມ​ໃສ່​ກວດກາ ແລະ ແກ້​ໄຂ​ບັນຫາ​ການ​ເຊື່ອມ​ຖອຍ​ທາງ​ດ້ານ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດກໍຄື​ມານະ​ຈິດ​ປະຕິວັດ ໃນ​ຖັນ​ແຖວ​ສະມາຊິກ​ພັກ​-​ພະນັກງານ ແຕ່​ລະ​ຂັ້ນ (ພະນັກງານ​ກວດກາຕ້ອງເປັນ ​ແບບຢ່າງ ແລະ ຕັດສິນ​ໃຈ ​ໃນ​ການ​ນໍາ​ໜ້າ ເພື່ອ​ຈະ​ກວດກາ​ຜູ້​ອື່ນ​ໄດ້); ຍົກ​ສູງ​ຂີດຄວາມສາ ມາດ​ຂອງ​ຄະນະ​ພັກ, ສະມາ ຊິກ​ພັກ​ແຕ່​ລະ​ຂັ້ນໃນ​ການນໍາ​ ພາ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນຢູ່ ​ແຕ່​ລະ​ບ່ອນໃຫ້​ມີ​ການຫັນປ່ຽນ ທີ່​ຈະແຈ້ງ, ອັນ​ນີ້ແມ່ນ​ຄວາມ​ຮັບຜິດຊອບ ​ໂດຍ​ກົງ​ຂອງ​ຄະ ນະ​ພັກ​ແຕ່​ລະ​ຂັ້ນ; ຕ້ອງ​ກວດກາ ແລະ ແກ້​ໃຫ້​ໄດ້​ສະພາບການ​ຂະຫຍາຍ​ສະມາຊິກທີ່​ຂາດ​ແຫຼ່ງ​ຝຶກ​ຝົນ​ຫຼໍ່​ຫຼອມທີ່​ໜັກ​ແໜ້ນ ແລະ ບໍ່​ຖືກຕ້ອງ​ຕາມ​ກົດ​ລະບຽບ​ຂອງ​ພັກ. (ສິ່ງ​ຈູງ​ໃຈ​ເຂົ້າ​ພັກ, ຊ່ອງ​ວ່າງ​ໃຫ້​ຄົນ​ບໍ່​ດີ​ເລັດ​ລອດ​ເຂົ້າ​ໃນ​ການຈັດຕັ້ງ​ພັກ ໂດຍ​ບໍ່​ມີ​ອຸດົມ​ການ​ອັນ​ຈະແຈ້ງ, ມີ​ຜົນ​ປະໂຫຍດ​ແອບ​ແຝງ…); ຄົ້ນຄວ້າ, ກຳນົດກົນ​ໄກ, ວິທີ​ການ ແລະ ມາດ​ຕະ ການ​ຕົວ​ຈິງ​ໃນ​ການ​ປະ​ເມີນ​ຜົນ​ການ​ສ້າງ​ໜ່ວຍ​ພັກ ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ ໃຫ້​ຮັບປະ ກັນ​ຄຸນ​ນະ​ພາບ​ແທ້ (ບໍ່​ປະ​ໃຫ້​ເກີດ​ມີ​ສະພາບ​ໜ່ວຍ​ພັກ​ໃດ​ກໍ່​ແຂງ ແຕ່​ບັນຫາ​ຫຍໍ້ທໍ້​ກໍ່​ຫຼາຍ ແລະ ອາດ​ຫຼາຍ​ກວ່າເກົ່າ…ພວກ​ເຮົາ​ຈະ​ຕີ​ລາຄາ​ລົງ​ເລິກ​ແນວໃດໃຫ້​ບັນຫາ​ນີ້​ແຈ້ງ​ຂຶ້ນ).

ຕໍ່​ໄປ​ນີ້​ອົງການ​ກວດກາ ລັດຖະບານຈະ​ກາຍ​ມາ​ເປັນ​ຄະ ນະ​ກຳມະການ​ກວດກາ​ແຫ່ງ​ລັດ (ຂຶ້ນ​ກັບ​ກົມ​ການເມືອງ​ສູນ​ກາງ​ພັກ, ຂຶ້ນ​ກັບ​ເລຂາທິການ​ໃຫຍ່) ຊຶ່ງ​ຈະ​ຕ້ອງ​ໄດ້​ເອົາໃຈ​ໃສ​່ຕິດຕາມ, ກວດກາການປະ ຕິບັດ​ພາລະ​ບົດ ບາດ, ໜ້າ​ທີ່​-​ສິດ, ຄວາມ​ຮັບຜິດຊອບ, ການ​ປະຕິບັດ​ມະຕິ, ຄໍາ​ສັ່ງ​ຂອງ​ພັກ, ກົດໝາຍ ແລະ ລະບຽບການ​ຕ່າງໆ​ຂອງ​ລັດຢູ່​ບັນດາ​ກະ​ຊວງ​-​ອົງການ ແລະ​ທ້ອງຖິ່ນ (ບັນດາ​ຂອດ​ຂັ້ນ, ການ​ກົດ​ໜ່ວງ​ຖ່ວງ​ດຶງ, ການ​ກະທຳ​ທີ່​ເປັນ​ການ​ລະເມີດ​ກົດໝາຍ); ການ​ປະຢັດ​ຕ້ານ​ການ​ຟຸມ​ເຟືອຍຂອງ​ອົງການ​ບໍລິຫານ​ລັດ​ແຕ່​ລະ​ຂັ້ນ; ຕິດ​ຕາມ​-​ກວດກາ ໂຄງ ການລົງ ທຶນ​ຂອງ​ລັດ​ເລີ່ມ​ແຕ່​ຫົວທີ ລວມ​ທັງ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ​ລາວ​-​ຈີນ, ການ​ຄຸ້ມ​ຄອງ​-​ນຳໃຊ້​ ກອງ​ທຶນ​ປະເພດ​ຕ່າງໆທີ່ອົງ ການ​ລັດ​ຕັ້ງ​ຂຶ້ນ, ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ຊັບ ພະຍາກອນ​ຕ່າງໆ ເປັນຕົ້ນທີ່​ດິນ, ປ່າໄມ້, ແຮ່​ທາດ ແລະ ອື່ນໆ; ບັນຫາ​ສຳຄັນ​ທີ່​ມີ​ລັກສະ ນະ​ເລັ່ງ​ທວງ ຊຶ່ງ​ສັງຄົມ​ກໍຄື​ໃນ​ທົ່ວ​ພັກໃຫ້​ຄວາມ​ສົນໃຈ ແລະ ເປັນ​ຫ່ວງ​ຫຼາຍ​ແມ່ນການແກ້​ໄຂຜົນ​ຂອງ​ການ​ກວດ​ກາ​-​ກວດ​ສອບ ແລະ ການ​ຮ້ອງທຸກ, ຮ້ອງ​ ຟ້ອງ​ຂອງ​ພະນັກ ງານກໍຄືປະ ຊາຊົນໃຫ້​ທັນ​ການ, ເຂັ້ມ​ງວດ, ສັກສິດຕາມ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ. ບັນຫາ​ນີ້​ພົວພັນ​ເຖິງ​ການ​ປັບປຸງ​ກົນ​ໄກ ການ​ປະສານ​ງານ, ຄວາມ​ເປັນ​ເອກະ​ພາບ ລະຫວ່າງ ອົງການ​ກ່ຽວ​ຂ້ອງ​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງໆ.

ວຽກ​ງານ​ຕ້ານ ແລະ ສືບ​ສວນ​-​ສອບ​ສວນ​ຄະດີ​ສໍ້​ລາດ​ບັງ​ຫຼວງ ຕ້ອງ​ໄດ້​ສຸມ​ໃສ່​ຕິດ​ຕາມ​-​ກວດກາຂົງເຂດ​ທີ່ມີ​ຄວາມ​ສ່ຽງພາໃຫ້​ເກີດ​ມີ​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫຼວງເຊັ່ນ: ການ​ເກັບ​ລາຍ​ຮັບ​ພາ​ສີ​-​ອາກອນ, ການ​ຄຸ້ມ​ຄອງ​ລາຍ​ຮັບ​-​ລາຍ​ຈ່າຍ​ງົບປະມານ, ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສຳ ຫຼວດ​ອອກ​ແບບ, ການ​ປະມູນ, ການ​ຈັດ​ຊື້​-​ຈັດ​ຈ້າງ; ການ​ຄຸ້ມ​ຄອງ​-​ນຳ​ໃຊ້​ທີ່​ດິນ, ປ່າໄມ້, ແຮ່​ທາດ, ການ​ສືບ​ສວນ​-​ສອບ​ສວນ, ການ​ດຳເນີນ ແລະ ແກ້​ໄຂ​ຄະດີ, ການ​ຈັດ​ວາງສັບຊ້ອນ ​ພະນັກງານ, ການ​ຮັບ​ລັດຖະ ກອນ​ໃໝ່, ການ​ບໍລິການ​ຂອງ​ລັດ, ການ​ກວດກາ, ກວດ​ສອບ ແລະ ອື່ນໆ; ຕິດ​ຕາມ​-​ກວດກາ​ພະນັກງານ​ນຳ​ພາ​-​ຄຸ້ມ​ຄອງ, ສະມາຊິກ​ພັກ, ພະນັກ​ງານ​-​ລັດ ຖະ​ກອນ, ທະຫານ, ຕຳຫຼວດ, ພະນັກງານ​ລັດ​ວິ​ສາ​ຫະ​ກິດ ແລະ ນາຍບ້ານທີ່​ມີ​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫຼວງ, ຮັ່ງມີ​ຜິດ​ປົກກະຕິ, ມີ​ການ​ລາຍ​ງານ​-​ຮ້ອງ​ຟ້ອງ​ຈາກ​ສະມາຊິກ​ພັກ, ພະ​ນັກ​ງານ ແລະ ພົນລະເມືອງ; ເອົາໃຈໃສ່​ດຳເນີນ​ການ​ກວດກາ​ການ​ສືບ​ສວນ​-​ສອບ​ສວນ​ຄະດີ​ຕ່າງໆ​ທີ່​ເປັນ​ການ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ເລິກເຊິ່ງ, ພາວະ​ວິໄສ, ຖືກຕ້ອງ, ຊັດ​ເຈນ ແລະ ຍຸຕິ​ທຳ; ລົງ​ເລິກ​ບັນດາ​ລັດ​ວິ​ສາຫະ​ກິດ, ຊອກ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ, ຜູ້​ຮັບ​ຜິດຊອບ​ຕໍ່​ຜົນ​ເສຍ​ຫາຍ​ຂອງ​ຊັບ​ສິນ, ທຶນຮອນຂອງ​ພັກ​ຢ່າງ​ຫຼວງຫຼາຍ ຊຶ່ງ​ກາຍເປັນ​ການ​ສ້າງ​ໜີ້​ສິນ​ຈຳນວນມະຫາ ສານໃຫ້​ລັດ​ຕ້ອງ​ແບກ​ຫາບ ​ແທນ… ຕ້ອງ​ກວດ​ໃຫ້​ເຫັນ, ເຫັນ​ແລ້ວ ຕ້ອງ​ມີ​ມາດ​ຕະການ​ແກ້​ໄຂ​ໃຫ້​ຖືກ​ລະດັບ; ສືບຕໍ່ປະ ຕິບັດ​ການ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ​ຂອງ​ພະນັກ​ງານ​-​ລັດຖະກອນ, ທະຫານ, ຕຳຫຼວດ ຮອບ​ທີ 3 ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ດຳລັດ​ວ່າ​ດ້ວຍ​ການ​ແຈ້ງ​ຊັບ​ສິນ ແລະ ຕິດ​ຕາມ​-​ກວດກາ​ຕໍ່​ຜູ້​ລະເມີດ​ລະບຽບການ​ແຈ້ງຊັບ ​ສິນ​ທີ່​ກຳນົດ​ໄວ້; ສືບຕໍ່​ເພີ່ມທະ ວີ​ການ​ພົວພັນ​ຮ່ວມ​ມື ແລະ ແລກປ່ຽນ​ບົດຮຽນ​ວຽກ​ງານ​ກວດກາ, ສະກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ກັບ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດທະສາດ, ບັນດາ​ປະເທດ​ໃນ​ພາກ​ພື້ນ ແລະ ສາ​ກົນ.

ນອກ​ນີ້, ຍັງ​ມີ​ບັນຫາ​ທີ່​ຕ້ອງ​ເອົາໃຈໃສ່ ໃນ​ສະເພາະ​ໜ້າ​ເປັນຕົ້ນ​ແມ່ນ​ຕ້ອງ​ຮີບ​ຮ້ອນ ເປີດ​ກອງ​ປະຊຸມ​ໃຫຍ່ ຂອງ​ບັນດາ​ໜ່ວຍ​ພັກ ທີ່​ຂຶ້ນ​ກັບ​ຄະນະ​ກວດກາ​ສູນ​ກາງ​ພັກ ແລະ ອົງການ​ກວດກາ​ລັດຖະບານ​ໃຫ້​ສໍາ​ເລັດ​ໂດຍ​ໄວ ເພື່ອ​ກ້າວ​ເຂົ້າ​ສູ່​ການ​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງຄະ​ນະ​ພັກ ຄະນະ​ກວດກາ​ສູນ​ກາງ​ພັກ ໂດຍ​ຖື​ເອົາ​ບັ້ນ​ເຜີຍແຜ່ ແລະ ດຳເນີນ​ຜົນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ນີ້; ສືບຕໍ່​ປັບປຸງ​ສັບ​ຊ້ອນ​ກົງຈັກ​ການຈັດຕັ້ງ, ຈັດ​ວາງ​ພະນັກງານ​ຄືນໃໝ່ໄປ​ຄຽງ​ຄູ່​ກັບ​ການ​ປັບ ປຸງ​ກົງຈັກ​ການຈັດຕັ້ງ ແລະ ພາ ລະ​ບົດບາດ, ໜ້າທີ່, ຂອບເຂດ ສິດຂອງ​ຄະນະ​ກວດກາ​ແຕ່​ ລະ​ຂັ້ນ ຕາມ​ທິດ​ກະທັດ​ຮັດ, ສົມ​ເຫດ​ສົມ​ຜົນ, ສອດຄ່ອງ​ກັບ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ ແລະ ລະບຽບ​ການ​ຂອງ​ລັດ. ເພີ່ມ​ທະວີ​ຫັນ​ການ​ກວດກາ​ເປັນ​ທັນ​ສະໄໝ, ຫັນ​ເຕັກ​ໂນ​ໂລ​ຊີ​ໃໝ່ ເຂົ້າ​ໃນ​ການ​ກວດກາ ເພື່ອ​ຄວາມ​ສະດວກ, ວ່ອງໄວ ແລະ ຊັດ​ເຈນ.

(ຂ່າວ- ພາບ: ສຸກ​ສະຫວັນ)

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າເມືອງແກ່ນທ້າວ ຕິດຕາມຊຸກຍູ້ການກໍ່ສ້າງທາງເບຕົງບ້ານວັງປາ
Next Post: ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລົງຊຸກຍູ້ ແລະ ຊີ້ນໍາການກະກຽມປ່ອນບັດ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ແຂວງອັດຕະປື

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 13ຄົນ ຂ່າວສານບ້ານເມືອງ
ບໍ່ແກ້ວແຈ້ງການດ່ວນ! ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງວຽງຈັນ ມອບລົດຈັກຄືນເຈົ້າຂອງເດີມ ຂ່າວສານບ້ານເມືອງ
ຂໍແຈ້ງຂ່າວບຸນນະມັດສະການ ພຣະທາດຈອມສີ ປະຈຳປີ ພສ ໒໕໖໓ (ຄສ 2020 )ທີ່ນະຄອນຫລວງພຣະບາງ ຂ່າວສານບ້ານເມືອງ
ແຈ້ງຂ່າວ ພິທີຊາປະນະກິດ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ຂ່າວສານບ້ານເມືອງ
ລາວໄຟຂຽວບໍ່ຈຳກັດໂກຕ້ານຳເຂົ້າລົດໄຟຟ້າ, ເສຍພາສີ 0% ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme