ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນແລະ ການເງິນ ປະຈຳປີ 2020 ແລະ ທິດທາງປະຈຳປີ 2021 ຈັດຂຶ້ນລະຫວ່າງ ວັນທີ 4-5 ກຸມພາ 2021ໂດຍການເປັນປະທານກິດຕິມະສັກ ຂອງທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ແລະເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ບັນດາທ່ານ ລັດຖະມົນຕີ, ປະທານອົງການທຽບເທົ່າຂັ້ນສູນກາງ, ເຈົ້າແຂວງ, ຮອງເຈົ້າແຂວງ, ຮອງປະທານອົງການທຽບເທົ່າຂັ້ນສູນກາງ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າກົມ, ຮອງກົມ, ແລະ ພະນັກງານຫຼັກແຫຼ່ງຂອງ ຂະແໜງ ແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ ທົ່ວປະເທດ 998 ທ່ານ.

ກອງປະຊຸມຄັ້ງນີ້ເພື່ອ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 5 ປີ (2016-2020), ທິດທາງ 5 ປີ (2021-2025) ແລະ ກຳນົດວຽກງານຈຸດສຸມໃນປີ 2021. ນອກຈາກນັ້ນ, ຜູ້ແທນກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບວຽກງານຈຸດສຸມຈຳນວນໜຶ່ງເປັນຕົ້ນ ການຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 02/ນຍ, ຄໍາສັ່ງ ສະບັບເລກທີ 03/ນຍ, ການປັບປຸງຄໍາແນະນຳວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍການລົງທຶນຂອງລັດ, ແຜນງານການຫັນເປັນທັນສະໄໝຂອງຂະແໜງການເງິນ, ວຽກງານງົບປະມານ, ຄັງເງິນ, ວຽກສ່ວຍສາອາກອນ, ພາສີ, ວຽກງານຄຸ້ມຄອງຊັບສິນຂອງລັດ ແລະ ສະເໜີນິຕິກຳລຸ່ມກົດໝາຍຈໍານວນໜຶ່ງໃຫ້ກອງປະຊຸມປະກອບຄຳຄິດຄຳເຫັນ.

ກອງປະຊຸມໄດ້ຕີລາຄາວ່າ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 5 ປີ ຜ່ານມາໄດ້ດໍາເນີນໄປໃນສະພາບການທີ່ບໍ່ເອື້ອອໍານວຍເທົ່າທີ່ຄວນ ເນື່ອງມາຈາກສະພາບການຂອງສາກົນມີການປ່ຽນແປງໄປຢ່າງສັບສົນ ແລະຄາດຄະເນໄດ້ຍາກ ປະກອບກັບສະພາບພາຍໃນປະເທດ ທີ່ຍັງມີຄວາມຫຍຸ້ງຍາກຫຼາຍປະການໂດຍສະເພາະການລະບາດ ຂອງພະຍາດໂຄວິດ, ເຊິ່ງໄດ້ກາຍເປັນບັນຫາໃຫຍ່ຂອງໂລກ ທີ່ທໍາລາຍສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະເສດຖະກິດຂອງເກືອບທຸກປະເທດໃນໂລກ ລວມທັງ ສປປ ລາວ.ນອກຈາກນັ້ນ ການແກ້ໄຂບັນດາບັນຫາພື້ນຖານທາງດ້ານເສດຖະກິດຍັງບໍ່ທັນສ້າງການຫັນປ່ຽນຢ່າງຈະແຈ້ງ, ໄພທຳມະຊາດທີ່ເກີດຂື້ນຢ່າງຕໍ່ເນື່ອງໃນແຕ່ລະປີ ໄດ້ກາຍເປັນສິ່ງທ້າທາຍອັນສຳຄັນ ໃຫ້ແກ່ສະເຖຍລະພາບຂອງເສດຖະກິດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພວກເຮົາ. ແຕ່ຍ້ອນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດ ຂອງພັກ ແລະ ລັດຖະບານ ກໍ່ຄືຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດທີ່ໄດ້ອອກນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຮັບມືກັບສະພາບການເຫຼົ່ານັ້ນຢ່າງຕັ້ງໜ້າ ເປັນຕົ້ນບັນດາມາດຕະການ ເພື່ອກະຕຸ້ນ ແລະ ແກ້ໄຂ ສະພາບເສດຖະກິດ, ການປັບປຸງສະພາບແວດລ້ອມ ໃນການດໍາເນີນທຸລະກິດ. ອັນທີ່ພົ້ນເດັ່ນ ແມ່ນລັດຖະບານ ໄດ້ມີມາດຕະການຢ່າງທັນການໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິ ດ ແລະ ໄດ້ອອກນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຫຼຸດຜ່ອນຜົນກະທົບຕໍ່ກັບເສດຖະກິດ ແລະ ສັງຄົມ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ມີຄວາມຄືບໜ້າດີສົມຄວນ.

ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2021 ໄດ້ກຳນົດຄາດໝາຍສູ້ຊົນ ເຮັດໃຫ້ ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ປີ2021ເພີ່ມຂຶ້ນຢ່າງຕໍ່າຢູ່ໃນລະດັບ4%, ຮັບປະກັນສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ, ສູ້ຊົນປະຕິບັດແຜນລາຍຮັບງົບປະມານ ໃຫ້ໄດ້ 27.629 ຕື້ກີບ ຫຼື ທຽບເທົ່າ 15,13% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 31.583 ຕື້ກີບ ຫຼືເທົ່າກັບ 17,30% ຂອງ GDP ແລະ ບັນດາຄາດໝາຍອື່ນໆ ທີ່ໄດ້ກໍານົດໄວ້ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ຊາດປະຈໍາປີ 2021, ມະຕິຂອງສະພາແຫ່ງຊາດສະບັບເລກທີ12/ສພຊ, ລົງວັນທີ 4ພະຈິກ 2020 ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈໍາປີ 2020 ແລະທິດທາງແຜນການປະຈໍາປີ 2021 ແລະມະຕິສະພາແຫ່ງຊາດສະບັບເລກທີ13/ສພຊ, ລົງວັນທີ 4 ພະຈິກ 2020 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການສະຫຼຸບ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນປະຕິບັດໝົດປີ2020 ແລະແຜນການປະຈຳປີ 2021.

ໂອກາດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍທັງ 2 ຂະແໜງການ ທີ່ໄດ້ທຸ້ມເທເຮື່ອແຮງສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ກໍຄື ການພັດທະນາຂອງປະເທດ ໃຫ້ມີຄວາມຄືບໜ້າເປັນກ້າວໆ, ພ້ອມທັງ ຮຽກຮ້ອງໃຫ້ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ ແລະ ທຸກຂະແໜງການຕ້ອງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນພາລະກິດ ການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ມີຈິດໃຈຮັກຊາດ, ເສຍສະຫຼະເພື່ອສ່ວນລວມ, ຊື່ສັດບໍລິສຸດ ພ້ອມກັນສ້າງບາດລ້ຽວໃໝ່ຂອງການພັດທະນາ; ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປີ 2021 ໃຫ້ມີໝາກຜົນຕົວຈິງ ເພື່ອພ້ອມກັນຕັດສິນໃຈຜ່ານຜ່າສະພາບຂໍ້ຫຍຸ້ງຍາກຕ່າງໆ ແລະ ສ້າງພື້ນຖານການພັດທະນາເສດຖະກິດ-ສັງຄົມ ສູ່ທິດທີ່ມີຄຸນນະພາບ, ມີຈຸດສຸມ, ສີຂຽວ ແລະຍືນຍົງ ຕາມຈຸດໝາຍ ກ້າວຂຶ້ນສັງຄົມນິຍົມທີ່ພັກໄດ້ວາງໄວ້.