Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາວສວນຢາງພາລາເມືອງລ້ອງຊານມີລາຍຮັບກວ່າ 7 ຕື້ກີບ

Posted on 05/02/202105/02/2021 By News No Comments on ຊາວສວນຢາງພາລາເມືອງລ້ອງຊານມີລາຍຮັບກວ່າ 7 ຕື້ກີບ

ປະຊາຊົນເມືອງລ້ອງຊານ ແຂວງໄຊສົມບູນໂດຍສະເພາະຊາວສວນຢາງ ໄດ້ມີລາຍຮັບທີ່ໝັ້ນຄົງຈາກການຜະລິດເປັນສິນຄ້າສົ່ງອອກ ຊຶ່ງພົ້ນເດັ່ນແມ່ນການປາດຢາງພາລາໂດຍປີຜ່ານມາ, ສາມາດສ້າງລາຍຮັບກວ່າ 7 ຕື້ກີບ ແລະ ນີ້ໄດ້ກາຍເປັນສ່ວນສຳຄັນຕໍ່ການແກ້ໄຂຄວາມທຸກຍາກຂອງປະຊາ ຊົນທີ່ນັບມື້ຫລຸດລົງ.

ທ່ານ ພຸດຊົ່ງ ຕົງນາມະວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງລ້ອງຊານແຂວງໄຊສົມບູນ ກ່າວວ່າ: ເພື່ອ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຕ່າງໆ​ທີ່​ວາງ​ໄວ້​ໃຫ້​ສຳ​ເລັດ ​ແລະ ບັນລຸ​ຕາມ​ເປົ້າ​ໝາຍ​ນັ້ນ, ພວກເຮົາ ​ໄດ້ເອົາໃຈໃສ່ປະສານ​ສົມທົບນຳພາ​ກສ່ວນ​​ກ່ຽວຂ້ອງຕາມຄວາມ​ຮັບຜິດຊອບສົ່ງຜົນເຮັດໃຫ້ປີຜ່ານມາ, ການຜະລິດເປັນສິນຄ້າທົ່ວເມືອງຂະຫຍາຍຕົວ ກາຍເປັນທ່າແຮງແກ້ໄຂຄວາມທຸກຍາກທີ່ນັບມື້ຫລຸດລົງ ຊຶ່ງສິ່ງພົ້ນເດັ່ນໄດ້ແກ່ຂະບວນການປາດຢາງພາລາໂດຍໄດ້ຮັບຜົນຜະລິດກວ່າ 1,3 ລ້ານກິໂລໃນເນື້ອທີ່ກວ່າ 7.600 ເຮັກຕາ ສາມາດສ້າງລາຍຮັບໃຫ້ຊາວສວນໄດ້ກວ່າ 7 ຕື້ກີບ.

May be an image of outdoors

ນອກນີ້,​ ປະຊາຊົນຍັງໄດ້ປູກມັນຕົ້ນ ແລະ ພືດຜັກຕ່າງໆເປັນສິນຄ້າສ້າງລາຍຮັບໄດ້ຫລາຍ 10 ຕື້ກີບ. ຂະ ນະທີ່ໄດ້ສົ່ງອອກງົວ 140 ໂຕ ແລະ ຄວາຍ 96 ໂຕໄປຂາຍຕ່າງເມືອງ ແລະ ຕ່າງແຂວງ.

ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງລ້ອງຊານ ກ່າວຕື່ມວ່າ: ໃນການຜະລິດເປັນສິນ ຄ້າ ແລະ ການສ້າງເສດຖະກິດຄອບຄົວນັ້ນກໍ່ໄດ້ສົ່ງເສີມຢ່າງຕັ້ງໜ້າ ແລະ ສາມາດສ້າງຄອບຄົວຕົວລ້ຽງປາ 3 ຄອບຄົວ, ລ້ຽງໄກ່ພັນໄຂ່ 2 ຄອບຄົວ, ກຸ່ມລ້ຽງໝູພັນ ແລະ ລ້ຽງງົວ 2 ຄອບຄົວ ຊຶ່ງສາ ມາດຕອບສະໜອງໃຫ້ແກ່ການບໍລິໂພກພາຍໃນເມືອງໄດ້ໂດຍພື້ນຖານ.

ຂ່າວສານບ້ານເມືອງ

Post navigation

Previous Post: ທະຫານຊາຍແດນລ າ ດ ຕ ະ ເ ວ ນ ພົ ບຢ າ ເ ຊື່ ອ ງ ໄວ້ຢູ່ແຄມນ້ຳຂອງ 1.500.000 ກວ່າເ ມັ ດ
Next Post: ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021

Related Posts

ກະຊວງປ້ອງກັນປະເທດມອບເງິນ 350 ລ້ານກີບ ໃຫ້ສາມພາກສ່ວນ ຢູ່ແຂວງຜົ້ງສາລີ ຂ່າວສານບ້ານເມືອງ
ຄວາມຮູ້ສຶກຂອງພະນັກງານນຳທ່ຽວ ທີ່ຜ່ານການອົບຮົມຈາກໂຄງການ LaoSafe ຂ່າວສານບ້ານເມືອງ
ສົດໆ! 10ລໍ້ຢຽບລົດຈັກ ທີ່ໄຟແດງຄິວລົດສາຍເໜືອ ຂ່າວສານບ້ານເມືອງ
ສະຖິຕິໃໝ່! ລາວພ​ົບຜູ້ຕິດເຊື້ອໃໝ່ 278ຄົນ ຂ່າວສານບ້ານເມືອງ
ຄໍາແນະນໍາການໄຂໂຮງຮຽນຄືນໃໝ່ ປ5 ມ4 ແລະ ມ7 ຂ່າວສານບ້ານເມືອງ
ເຈົ້າໄຊຍະເສດຖາທິຣາຊ ຮອດອັດຕະປືພ້ອມຄວາມຊຸ່ມເຢັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme