Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທະຫານຊາຍແດນລ າ ດ ຕ ະ ເ ວ ນ ພົ ບຢ າ ເ ຊື່ ອ ງ ໄວ້ຢູ່ແຄມນ້ຳຂອງ 1.500.000 ກວ່າເ ມັ ດ

Posted on 05/02/202105/02/2021 By News No Comments on ທະຫານຊາຍແດນລ າ ດ ຕ ະ ເ ວ ນ ພົ ບຢ າ ເ ຊື່ ອ ງ ໄວ້ຢູ່ແຄມນ້ຳຂອງ 1.500.000 ກວ່າເ ມັ ດ

ເຈົ້າໜ້າທີ່ທະຫານຊາຍແດນ 324 ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປະຕິບັດໜ້າທີ່ອອກເຄື່ອນໄຫວກວດກາລາດຕະເວນໃນ ວັນທີ 25 ມັງກອນ 2021, ຢູ່ ຂອບເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພົບເຫັນເປົາສີຂາວ ຈໍານວນ 7 ເປົາ ຊຸກເຊື່ອງໄວ້ໃນປ່າກ້ອງກົກໄຄ້ ແຄມນ້ຳຂອງ ) ຈຶ່ງໄດ້ທໍາການກວດຄົ້ນ ພົບເຫັນຢ າ ປະເພດຢ າ ເ ສ ບ ຕິ ດ ຈໍານວນ 788 ມັດ ມີ 1.500.000 ກວ່າເ ມັ ດ ແລະ ຢ າ ໄ ອ ສ໌ 9 ຖົ ງ.

ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ ວ່າ: ໃນວັນທີ 25 ມັງກອນ 2021, ໃນເວລາ 8:00 ໂມງ ທະຫານຊາຍແດນ 324 ກອງ ບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ອອກກວດກາລ າດ ຕ ະເ ວນປະຕິບັດໜ້າທີ່ໃນຂອບເຂດຄວາມຮັບຜິ ດຊ ອບ, ເຊິ່ງໃນຂະນະລາ ດຕ ະເວ ນຮອດຂອບເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ພົົບເຫັນກະເປົາສີຂາວ ຈໍານວນ 7 ເປົາ ຊຸກເຊື່ອງໄວ້ ໃນກ້ອງກົກໄຄ້ ຫ່າງຈາກແຄມນ້ຳຂອງປະມານ 5 ແມັດ. ຜ່ານການກວດກາ ພົບເຫັນ ຢ າ ຈໍານວນ 788 ມັ ດ ເທົ່າກັບ 1. 576.000 ເ ມັ ດ ແລະ ຢ າ ໄ ອ ສ໌ ຈໍານວນ 9 ຖົງ ນ້ອຍ, ຈຶ່ງໄດ້ນໍາເອົາຢ າ ຈໍານວນດັ່ງກ່າວ ມາທີ່ກອງບັນຊາການທະຫານແຂວງ ພ້ອມທັງປະສານຫາພາກ ສ່ວນກ່ຽວຂ້ອງມາກວດກາສະຖານທີ່ດັ່ງກ່າວ.

ໃນວັນດຽວກັນ, ພົຈວ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ສະ ຫວັນນະເຂດ ໄດ້ນໍາເອົາຢ າ ຈໍານວນດັ່ງກ່າວມອບໃຫ້ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າກົມຊາຍແດນ, ຄະນະຫ້ອງ ປກຊ-ປກສ ແຂວງ, ພະແນກຕຳຫຼວດສ ະກັ ດ ກັ້ ນ ແລະ ຕ້ າ ນ ຢ າ ເ ສ ບ ຕິ ດ, ເຈົ້າໜ້າທີ່ທະຫານຊາຍແດນ 324 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ສົມໝາຍ ພົມມະຈັນ ໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ໄດ້ຮັບລາຍຈາກທະຫານຊາຍແດນທີ່ ພົບເຫັນຢ າ ຈໍານວນດັ່ງກ່າວ, ປກສ ແຂວງ ຈຶ່ງໄດ້ຈັດກໍາລັງວິຊາສະເພາະລົງປະສານສົມທົບກັບເຈົ້າໜ້າທີ່ທະຫານຊາຍ ແດນ ເພື່ອສືບຄົ້ນຫາທີ່ມາ ແລະ ເຈົ້າຂອງຢ າ ມາຮັ ບໂ ທ ດຕາມລະບຽບກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ພົນເອກ ຈັນສະຫມອນ ຈັນຍາລາດ ເຄື່ອນໄຫວກວດກາ ແລະ ຊີ້ນໍາການຫ້າງຫາກະກຽມເລືອກຕັ້ງ ສສຊ ຊຸດທີ 9 ແລະ ສສຂ ຊຸດທີ 2 ຢູ່ແຂວງຫົວພັນ
Next Post: ຊາວສວນຢາງພາລາເມືອງລ້ອງຊານມີລາຍຮັບກວ່າ 7 ຕື້ກີບ

Related Posts

ນຶກວ່າສະກົດຜິດ! ເຈົ້າຂອງລິຂະສິດຍັງເຈັບຫົວນໍາ ຂ່າວສານບ້ານເມືອງ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ປະຈຳວັນທີ ວັນທີ 21 ມີນາ 2021 ຂ່າວສານບ້ານເມືອງ
ທ່ານທູດອາເມຣິກາ ເຕືອນ ລະວັງຄົນທີ່ແອບອ້າງສາມາດແລ່ນຂໍ VISA ຂ່າວສານບ້ານເມືອງ
ດ່ວນ! ກະຊວງສາທາລະນະສຸກ ສະເໜີໃຫ້ພິຈາລະນາເລື່ອນ ຫຼື ໂຈະຊົ່ວຄາວການຈັດຄອນເສີດ ແລະ ການຊຸມນຸມຕ່າງໆ ຂ່າວສານບ້ານເມືອງ
ຕິດຢາບ້າຄາດຕະກໍາເອື້ອຍໃພ້ ຂ່າວສານບ້ານເມືອງ
ຂໍອໍາລາຊີວິດເສເພ ມາພ້ອມກັນສ້າງຄອບຄົວທີ່ອົບອຸ່ນ – ບົດຮຽນທີ່ດີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme