Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າເມືອງໄຊຍະບູລີ ລົງຊຸກຍູ້ວຽກງານກະສິກຳຢູ່ພາຍໃນເມືອງ

Posted on 04/02/202104/02/2021 By News No Comments on ເຈົ້າເມືອງໄຊຍະບູລີ ລົງຊຸກຍູ້ວຽກງານກະສິກຳຢູ່ພາຍໃນເມືອງ

ແຫລ່ງຂ່າວຈາກໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານກະສິກຳຢູ່ພາຍໃນເມືອງ ໂດຍສະເພາະແມ່ນລົງຕິດຕາມການປູກເຂົ້ານາແຊງ, ການປູກໝາກຖົ່ວເຫລືອງ ຢູ່ທົ່ງນາລາ ແລະ ທົ່ງນາຫລາ ຂອງບໍລິສັດຫລົງເຊີນ ແລະ ບໍລິສັດລຸຍເຊີນ, ເຊິ່ງໃນປີນີ້ ເມືອງໄຊຍະບູລີ ໄດ້ປູກເຂົ້ານາແຊງໃນເນື້ອທີ່ 130 ເຮັກຕາ, ມາຮອດປະຈຸບັນແມ່ນສຳເລັດ 100%

May be an image of standing, grass and tree

ສ່ວນການປູກໝາກຖົ່ວເຫລືອງ ມີເນື້ອທີ່ແຜນການທັງໝົດ 432,79 ເຮັກຕາ, ມີ 769 ຄອບຄົວ, ມີເນື້ອທີ່ດິນ 919 ຕອນ ໂດຍມີສອງບໍລິສັດ ຄື: ບໍລິສັດຫລົງເຊີນ ໃນເນື້ອທີ່ 170,49 ເຮັກຕາ ມີທັງ 305 ຄອບຄົວ ມີເນື້ອທີ່ດິນ 339 ຕອນ. ມາຮອດປະຈຸບັນ ການກະກຽມດີນປັ່ນດີນສໍາເລັດ 100% ຍົກໜານສໍາເລັດ 150 ເຮັກຕາ ແລະ ການປູກສໍາເລັດ 90 ເຮັກຕາ ແລະ ບໍລິສັດລຸຍເຊີນ ເຂົ້າມາລົງທຶນຮ່ວມກັບປະຊາຊົນໃນຮູບແບບ 2+3 ໃນເຂດ 3 ໂຄງການໃຫຍ່ຄື: ໄດສູບນໍ້າບ້ານນາລາ ແລະ ຊົນລະປະທານຫ້ວຍແຄ່ນບ້ານນາຫລາ ແລະ ຄອງເໝືອງ 6R ຊົນລະປະທານອ່າງນໍ້າຕຽນ ມີເນື້ອທີ່ການປູກທັງໝົດ 262,30 ເຮັກຕາ, ມີ 464 ຄອບຄົວ, ມີເນື້ອທີ່ດິນ 580 ຕອນ, ການກະກຽມດີນປູກສໍາເລັດ 100% ໄດສູບນໍ້າບ້ານນາລາ, ມີເນື້ອທີ່ທັງໝົດ 42,97 ເຮັກຕາ, ມີ 42 ຄອບຄົວ, ມີເນື້ອທີ່ດິນ 47 ຕອນ ປູກສໍາເລັດ 10 ເຮັກຕາ ໃນນີ້ມີ: ທົ່ງນາແລງ ປູກສໍາເລັດ 10 ເຮັກຕາ, ທົ່ງນາລາ ແມ່ນບໍ່ສາມາດປູກໄດ້ເນື່ອງຈາກນໍ້າບໍ່ພຽງພໍ ໃນເນື້ອທີ 16,80 ເຮັກຕາ, ເຂດບ້ານນາຫລາ ມີເນື້ອທີ່ປູກທັງໝົດ 119,72 ເຮັກຕາ, ມີ 211 ຄອບຄົວ, ມີເນື້ອທີດິນ 244 ຕອນ ໃນນີ້ມີ: ທົ່ງນາຂົມ, ທົ່ງນາຄູນ, ທົ່ງນາດອນ ແລະ ທົ່ງນາຫລວງ.

May be an image of standing, mountain, grass and tree

ມາຮອດປະຈຸບັນແມ່ນປູກສໍາເລັດ 75 ເຮັກຕາ, ທົ່ງນາໄໝ ມີເນື້ອທີ່ 99,61 ເຮັກຕາ, ມີ 211 ຄອບຄົວ, ມີເນື້ອທີ່ດິນ 289 ຕອນ. ມາຮອດປັດຈຸບັນ ແມ່ນສໍາເລັດ 59 ເຮັກຕາ, ສາມາດສ້າງລາຍຮັບໃຫ້ປະຊາຊົນໃນຊ່ວງການກຽມດິນ ແລະ ປູກຖົ່ວເຫລືອງໄດ້ 800 ຄົນຕໍ່ວັນ, ພ້ອມນີ້ບໍລິສັດຍັງໄດ້ເຊົ່າດິນຂອງປະຊາຊົນ 1 ເຮັກຕາຕໍ່ 3 ລ້ານ5ແສນກີບຕໍ່ລະດູການໃນໂອກາດດຽວກັນ, ທ່ານເຈົ້າເມືອງໄຊຍະບູລີ ພ້ອມດ້ວຍຄະນະ ກໍໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງໄດສູບນໍ້າ ບ້ານນາຍາວ ຕື່ມອີກ.

May be an image of nature

ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງປັບຂຶ້ນລາຄານ້ຳມັນທົ່ວປະເທດເລີ່ມ 5 ກຸມພາເປັນຕົ້ນໄປ
Next Post: ກະຊວງແຜນການ ແລະ ການລົງທຶນ ສະຫລຸບວຽກງານ ປີ 2020

Related Posts

ປອມເຟສບຸກຄົນອື່ນ ຕົວະເອົາເງິນ ຖືກຈັບເຂົ້າຄຸກ ຂ່າວສານບ້ານເມືອງ
ສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ I ຂ່າວສານບ້ານເມືອງ
ກະບະປີ້ນລົງທົ່ງນາ ທີ່ເມືອງຈໍາພອນ ຂ່າວສານບ້ານເມືອງ
ປກສ ເມືອງຕົ້ນເຜິ້ງ ເຂົ້າມ້າງເປົ້າໝາຍ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ຢຸດປິດເມືອງແລ້ວ!!! ຈີນອະນຸຍາດໃຫ້ຄົນຕ່າງຖິ່ນອອກຈາກ ‘ອູ່ຮັ່ນ’ ໄດ້ແລ້ວ ຂ່າວສານບ້ານເມືອງ
ການນໍາເມືອງເຊໂປນພ້ອມຄະນະສືບຕໍ່ລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃຫ້ບ້ານປະຊາຊົນຢູ່ລຽບຕາມສາຍນໍ້າຕ່າງໆ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme