Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຈ້ງປັບຂຶ້ນລາຄານ້ຳມັນທົ່ວປະເທດເລີ່ມ 5 ກຸມພາເປັນຕົ້ນໄປ

Posted on 04/02/202104/02/2021 By News No Comments on ແຈ້ງປັບຂຶ້ນລາຄານ້ຳມັນທົ່ວປະເທດເລີ່ມ 5 ກຸມພາເປັນຕົ້ນໄປ

ກະຊວງອຸດສາຫະກຳ ແລະການຄ້າ ໄດ້ອອກແຈ້ງການປັບຂຶ້ນລາຄານ້ຳມັນເຊື້ອໄຟຂາຍຍ່ອຍໜ້າປ້ຳທົ່ວປະເທດ ເລີ່ມມີຜົນນັບແຕ່ເວລາ 6:00 ຂອງວັນທີ 5 ກຸມພາເປັນຕົ້ນໄປ ໃນນັ້ນແອັດຊັງພິເສດຂຶ້ນ 70 ກີບຕໍ່ລິດ, ແອັດຊັງທຳມະດາ ຂຶ້ນ 60 ກີບ, ກາຊວນຂຶ້ນ ລິດລະ 50 ກີບ ຕາມກົນໄກການຊື້-ຂາຍໃນຕະຫຼາດໂລກ.


ໂດຍກະຊວງອຸດສາຫະກຳ ແລະການຄ້າໄດ້ອອກແຈ້ງການສະບັບເລກທີ 008/ອຄ.ກຄພນ ລົງວັນທີ 4 ກຸມພາ 2021 ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະອາຍແກ໊ສ, ບັນຫາບໍລິສັດນ້ຳມັນເຊື້ອໄຟ ແລະປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍຍ່ອຍໃນເທດສະບານແຂວງ, ນະຄອນຫຼວງຕາມລາຄາທີ່ປັບຂຶ້ນໃໝ່ນີ້ ເປັນການປ່ຽນແທນແຈ້ງການຄັ້ງ 21 ມັງກອນ 2021.

.


ໃນນີ້ສຳລັບລາຄາຂາຍຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດແມ່ນ 9.860 ກີບຕໍ່ລິດ, ແອັດຊັງທຳມະດາ 9.190 ກີບ, ກາຊວນ 8.210 ກີບຕໍ່ລິດ, ແຂວງຜົ້ງສາລີ ແອັດຊັງທຳມະດາ 9.950 ກິບຕໍ່ລິດ, ກາຊວນ 8.970 ກີບ, ແຂວງອຸດົມໄຊ ແັອດຊັງພິເສດລິດລະ 10.340 ກີບ, ແອດັຊັງທຳມະດາ 9.670 ກີບ, ກາຊວນ 8.690 ກີບ, ແຂວງຊຽງຂວາງ ແອັດຊັງພິເສດ 10.050 ກີບຕໍ່ລິດ, ແອັດຊັງທຳມະດາ 9.390 ກີບ, ກາຊວນ 8.400 ກີບຕໍ່ໜຶ່ງລິດ.
ພາກໃຕ້ແຂວງສະຫວັນນະເຂດແອັດຊັງພິເສດ 9.890 ກິບ, ແອັດຊັງທຳມະດາ 9.220 ກີບ, ກາຊວນ 8.240 ກີບຕໍ່ລິດ, ແຂວງຈຳປາສັກ ແອັດຊັງພິເສດ 9.920 ກີບ, ທຳມະດາ 9.250 ກີບ ແລະນ້ຳມັນກາຊວນ 8.270 ກີບຕໍ່ລິດ.

ປັບຂຶ້ນຕື່ມໜ້ອຍໜຶ່ງ

ຂ່າວສານບ້ານເມືອງ

Post navigation

Previous Post: 5 ປີຜ່ານມາ ທົ່ວປະເທດມີຜູ້ລະເມີດຄໍາສັ່ງເລກທີ 15/ນຍ 1.119 ຄົນ
Next Post: ເຈົ້າເມືອງໄຊຍະບູລີ ລົງຊຸກຍູ້ວຽກງານກະສິກຳຢູ່ພາຍໃນເມືອງ

Related Posts

ທະຫານແຂວງອຸດົມໄຊ ສະຫຼຸບວຽກງານປ້ອງກັນພາຍໃນ 5 ປີ ຂ່າວສານບ້ານເມືອງ
ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕ້ອນຮັບ ລມຕ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ຂ່າວສານບ້ານເມືອງ
ເຈົ້າແຂວງຄຳມ່ວນ ລົງຕິດຕາມກວດກາສະພາບການບໍລິການ ແລະ ການຄຸ້ມຄອງຕະຫລາດ ຂ່າວສານບ້ານເມືອງ
ເຈົ້າແຂວງຈໍາປາສັກຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງປະທານອົງການກວດສອບແຫ່ງລັດ ຂ່າວສານບ້ານເມືອງ
ກອງພັນ 94 ປິດຊຸດອົບຮົມທະຫານໃໝ່ ປະຈຳປີ 2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme