Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງສັງທອງ ເຂັ້ມງວດປ້ອງກັນການ ລັ ກ ລ ອ ບ ເດີນທາງກັບຄືນປະເທດຂອງແຮງງານລາວຈາກປະເທດໃກ້ຄຽງ

Posted on 04/02/202104/02/2021 By News No Comments on ເມືອງສັງທອງ ເຂັ້ມງວດປ້ອງກັນການ ລັ ກ ລ ອ ບ ເດີນທາງກັບຄືນປະເທດຂອງແຮງງານລາວຈາກປະເທດໃກ້ຄຽງ

ເມືອງສັງທອງ, ນະຄອນຫລວງວຽງຈັນ ເອົາໃຈໃສ່ປ້ອງ ກັນການ ລັ ກ ລ ອ ບເດີນ ທາງກັບຄືນປະເທດຂອງແຮງງານລາວຈາກປະເທດໃກ້ຄຽງຢ່າງເຂັ້ມງວດທີ່ສຸດ ເພື່ອແນໃສ່ປ້ອງກັນການລະບາດຂອງພະຍາດໂຄ ວິ ດ ເຊີ່ງມາ ຮອດປັດຈຸບັນ ກວດພົບແຮງງານລາວທີ່ລັກລອບເດີນທາງກັບມາຈາກປະເທດໃກ້ຄຽງແລ້ວ 26 ຄົນ, ຍິງ 24 ຄົນ ເຊີ່ງມີແຮງງານພາຍໃນເມືອງສັງທອງ ແລະ ແຮງງານຈາກທ້ອງຖິ່ນອື່ນ.

No photo description available.
ພາບປະກອບ

ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ໃຫ້ສໍາພາດວ່າ: ເນື່ອງຈາກສັງທອງເປັນເມືອງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ ມີຄວາມຍາວ 52,3 ກິໂລແມັດ ແລະ ມີ 13 ບ້ານຕັ້ງຢູ່ຕາມລຽບແຄມແມ່ນໍ້າຂອງເຂດຊາຍແດນ ເຮັດໃຫ້ເປັນເມືອງທີ່ມີຄວາມສ່ຽງສູງຕໍ່ການລັກລອບເດີນ ທາງກັບຄືນປະເທດຂອງແຮງງານລາວຈາກປະເທດໃກ້ ຄຽງ ໂດຍນໍາໃຊ້ເຮືອ ຫລື ຍ່າງຂ້າມຢູ່ບາງຈຸດທີ່ມີນໍ້າບົກແຫ້ງ ແລະ ແຄບ. ດັ່ງນັ້ນ ນອກຈາກປະຕິບັດຕາມແຈ້ງ ການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກໍຄື ບັນດາມາດຕະການທີ່ຄະນະສະເພາະກິດກ່ຽວຂ້ອງຂັ້ນສູນກາງວາງອອກ, ອົງການປົກຄອງເມືອງ ໄດ້ອອກແຈ້ງ ການສະເພາະບໍ່ອະນຸຍາດໃຫ້ບຸກຄົນ ຫລື ນິຕິບຸກຄົນລັກລອບຂ້າມໄປ-ມາຕາມຊາຍແດນຢ່າງເດັດຂາດ, ຖ້າພົບເຫັນແມ່ນປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ເຊັ່ນດຽວກັບແຮງງານລາວຢູ່ປະເທດໃກ້ຄຽງທີ່ລັກລອບຂ້າມມາ ຖ້າພົບເຫັນແມ່ນໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໄປກວດກາ ແລະ ສົ່ງໄປຈຳກັດຢູ່ສູນກັກກັນ ຫລັກ 27 ທັນທີ ໂດຍມອບໃຫ້ກໍາລັງ ປກຊ-ປກສ ຮ່ວມກັບອົງການປົກຄອງທັງ 13 ບ້ານກວດກາ ແລະ ລາດຕະເວນຕະ ຫລອດ 24 ຊົ່ວໂມງ, ໄປພ້ອມໆ ກັບການເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງ ເພື່ອໃຫ້ປະຊາຊົນຮັບຮູ້ຄວາມອັນຕະລາຍຂອງພະຍາດໂຄ ວິ ດ ເຮັດໃຫ້ປະຊາຊົນໃຫ້ການຮ່ວມມືທຸກວຽກງານເພື່ອປ້ອງກັນພະຍາດດັ່ງກ່າວເປັນຢ່າງດີ.

May be an image of 1 person, sitting and indoor

ເຈົ້າເມືອງສັງທອງ ໃຫ້ຮູ້ຕື່ມວ່າ: ພາຍໃນເມືອງສັງທອງ ມີແຮງງານເດີນທາງໄປເຮັດວຽກຢູ່ປະເທດໃກ້ຄຽງຫລາຍກວ່າ 360 ຄົນ, ໃນນີ້ ເດີນທາງກັບຄືນມາແລ້ວຈຳນວນໜຶ່ງ ແລະ ຄາດວ່າຍັງຈະມີອີກຫລາຍຄົນເດີນທາງກັບຄືນປະເທດ, ດັ່ງນັ້ນ ທ່ານໄດ້ຮຽກຮ້ອງມາຍັງຍາດພີ່ນ້ອງຂອງຜູ້ໄປອອກແຮງງານຢູ່ປະເທດໃກ້ຄຽງ ຈົ່ງແນະນໍາພີ່ນ້ອງຂອງຕົນ ຖ້າຕ້ອງການເດີນທາງກັບຄືນປະເທດໃຫ້ປະຕິບັດຖືກຕ້ອງຕາມລະບຽບການທີ່ຄະນະສະເພາະກິດກ່ຽວຂ້ອງຊອງລາວກໍານົດໄວ້ ເພື່ອຮັບປະກັນບໍ່ໃຫ້ນໍາເອົາເຊື້ອພະຍາດໂຄ ວິ ດ ເຂົ້າມາແຜ່ລະບາດພາຍໃນປະເທດເຮົາ.

May be an image of text that says 'ขาส บอ'
ພາບປະກອບ

ຂ່າວ: ບຸນຕຽງ ຈັນທະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງບໍ່ແກ້ວ ໄດ້ອອກຄໍາແນະນໍາກ່ຽວກັບການຫັນປ່ຽນແບບແຜນດໍາລົງຊິວິດປົກກະຕິແບບໃໝ່ (New Normal Life)
Next Post: ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ລົງຊຸກຍູ້ວຽກງານ ຖວທ ຢູ່ແຂວງອຸດົມໄຊ

Related Posts

ຄະນະສະເພາະກິດ ສະເໜີ ໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ອານຸບານ ຊົ່ວຄາວ ເພື່ອ ປ້ອງກັນ COVID-19 ຂ່າວສານບ້ານເມືອງ
ສຶກສາອົບຮົມເປົ້າໝາຍ ເ ສ ບ ຢ າ ເ ສ ບ ຕິ ດ 26 ຄົນ ຂ່າວສານບ້ານເມືອງ
ຊາວໜຸ່ມຕະລຸມບອນສ້າງຂະບວນການອອກແຮງງານລວມທາສີປະດັບປະດາຂົວອູ່ນ້ຳແອດ ຂ່າວສານບ້ານເມືອງ
ໄປບໍ່ລອດກັກໂຕເຈົ້າພໍ່ ຢ າ ເ ສ ບ ຕ ິ ດ ລາຍໃຫຍ່ຢູ່ສະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ປະທານາທິບໍດີ ສະຫະລັດອາເມຣິກາ ຕິດເຊື້ອ ໂຄວິດ-19 ຂ່າວສານບ້ານເມືອງ
ແຈ້ງການດ່ວນ! ໃຫ້ໂຈະງານບຸນຊ້າງ ປະຈຳປີ 2022 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme