Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມ 1 ຄົນ ເປັນແຮງງານມາຈາກໄທ

Posted on 03/02/202103/02/2021 By News No Comments on ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມ 1 ຄົນ ເປັນແຮງງານມາຈາກໄທ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວປະຈຳວັນທີ 3 ກຸມພາ 2021 ວ່າ: ການເກັບຕົວຢ່າງມາກວດເພື່ອຊອກຫາຜູ້ຕິດເຊື້ອພະຍາດ COVID-19 ໃນວັນທີ 2 ກຸມພາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 330 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ເຊື້ອໃໝ່ 1 ຄົນ, ລາຍລະອຽດ ດັ່ງລຸ່ມນີ້:

May be an image of 1 person

– ຜູ້ຕິດເຊື້ອນ້ຳເບີທີ 45 ເພດຍິງ, ອາຍຸ 20 ປີ, ສັນຊາດ: ລາວ, ອາຊີບ: ແມ່ບ້ານ ມາຈາກແຂວງສະມຸດປະການ, ປະເທດໄທ. ປັດຈຸບັນຢູ່ ເມືອງຊະນະສົມບູນ, ແຂວງຈຳປາສັກ ຜູ້ກ່ຽວບໍ່ມີອາການສະແດງຫຍັງອອກ.

No photo description available.

– ໃນວັນທີ 30 ມັງກອນ 2021 ຜູ້ກ່ຽວພ້ອມດ້ວຍໝູ່ 1 ຄົນ ໄດ້ນັ່ງລົດໂດຍສານຈາກສະຖານີໝໍຊິດ ມາ ດ່ານຊ່ອງເມັກ, ແຂວງອຸບົນລາດຊະທານີ.

– ວັນທີ 31 ມັງກອນ 2021 ໄດ້ຂ້າມດ່ານສາກົນວັງເຕົ່າ, ແຂວງຈໍາປາສັກ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ເດີນທາງດ້ວຍລົດໂດຍສານ ທັງໝົດ 36 ຄົນ (ລວມທັງຜູ້ກ່ຽວ) ເຂົ້າຈໍາກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກໍານົດໄວ້.

No photo description available.

– ວັນທີ 01 ກຸມພາ 2021 ຜົນກວດວິເຄາະຂອງໂຮງໝໍແຂວງຈໍາປາສັກ ແມ່ນກວດພົບເຊື້ອ COVID-19 ຈຶ່ງໄດ້ສົ່ງແຍກປ່ຽວ ແລະ ນອນຕິດຕາມອາການ ຢູ່ໂຮງໝໍແຂວງຈຳປາສັກ ແລະ ໄດ້ສົ່ງຕົວຢ່າງໃຫ້ ສູນວິເຄາະ ແລະ ລະບາດວິທະຍາ ກວດຢັ້ງຢືນ, ຜົນກວດຢັ້ງຢືນວ່າ ພົບເຊື້ອ COVID-19.

– ມີຜູ້ສຳຜັດໃກ້ຊິດທັງໝົດ 35 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ເຂົ້າຈຳກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກຳນົດໄວ້.

ສັງລວມການກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດ ວັນທີ 02 ກຸມພາ 2021ໄດ້ເກັບຕົວຢ່າງມາກວດທັງໝົດ104,542ຕົວຢ່າງ, ແລະມີຜົນບວກ 45 ຕົວຢ່າງ.

ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ :ມາຮອດປະຈຸບັນຍັງມີຄົນເຈັບຕິດເຊື້ອພະຍາດໂຄ ວິ ດ

19ຈຳນວນ 4 ຄົນທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ໄດ້ກຳນົດໄວ້

o ກໍລະນີ 42 ແລະ 45 ຕິດຕາມປິ່ນປົວ ຢູ່ ໂຮງໝໍແຂວງຈໍາປາສັກ

o ກໍລະນີ 43 ຕິດຕາມປິ່ນປົວ ຢູ່ ໂຮງໝໍແຂວງຫຼວງນໍ້າທາ

o ກໍລະນີ 44 ຕິດຕາມປິ່ນປົວ ຢູ່ນະຄອນຫຼວງວຽຈັນ ທັງ ສາມຄົນ ແມ່ນມີສຸຂະພາບແຂງແຮງດີ ,ບໍ່ມີອາການສົນຫຍັງ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງໄຊສົມບູນ ຈະແກ້ໄຂຄອບຄົວທຸກຍາກໃຫ້ເຫລືອບໍ່ເກີນ 2% ພາຍໃນປີ 2025
Next Post: ແຂວງບໍ່ແກ້ວ ໄດ້ອອກຄໍາແນະນໍາກ່ຽວກັບການຫັນປ່ຽນແບບແຜນດໍາລົງຊິວິດປົກກະຕິແບບໃໝ່ (New Normal Life)

Related Posts

5 ມື້ມີຜູ້ມາຊື້ປີ້ລົດໄຟລາວ-ຈີນ 5,512 ເທື່ອຄົນ ຂ່າວສານບ້ານເມືອງ
ມອບ-ຮັບໜ້າທີ່ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ເຕືອນໄພ ເຂດກ້ອງເຂື່ອນນໍ້າທາ 3 ຂ່າວສານບ້ານເມືອງ
ເຕືອນ 4 ແຂວງຮັບມືຝົນໜັກ ແລະ ກວດສອບລະດັບແມ່ນໍ້າ ຂ່າວສານບ້ານເມືອງ
ເຕືອນໄພ ໂຈນສວຍໂອກາດດຶງກະເປົາ ເຂດຕະຫຼາດຂົວດິນ (ມີຄລິບ) ຂ່າວສານບ້ານເມືອງ
ກຳມະການ ຄະນະປະຈໍາສະພາແຫ່ງຊາດ ລົງເຮັດວຽກຢູ່ ກອງບັນຊາການທະຫານແຂວງບໍ່ແກ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme