Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄຳມ່ວນ ຢຶດໄມ້ເຖື່ອນ 7 ພັນກວ່າທ່ອນ

Posted on 03/02/202103/02/2021 By News No Comments on ຄຳມ່ວນ ຢຶດໄມ້ເຖື່ອນ 7 ພັນກວ່າທ່ອນ

ພິທີສະຫຼຸບຂະບວນການແຂ່ງຂັນ “ຮັກຊາດ ແລະພັດທະນາ” ຂອງກອງກວດກາປ່າໄມ້ທີ່ຂຶ້ນກັບພະແນກກະສິກຳ ແລະປ່າໄມ້ແຂວງຄຳມ່ວນຈັດຂຶ້ນໃນວັນທີ 29 ມັງ ກອນ 2021 ໂດຍເຂົ້າຮ່ວມຂອງທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້,ທ່ານ ສອນໄຊ ພົມຫຼວງສີ ຫົວໜ້າກອງກວດກາປ່າໄມ້,ມີບັນດາຂະແໜງການອ້ອມຂ້າງ ແລະພະນັກງານວິຊາການເຂົ້າຮ່ວມ.

 ກອງປະຊຸມແມ່ນໄດ້ສະຫຼຸບຜົນການເຄື່ອນໄຫວວຽກງານແຂ່ງຂັນ “ຮັກຊາດ ແລະພັດທະນາ” ປະຈຳປີ 2020 ຊຶ່ງໄດ້ຕີລາຄາໃຫ້ເຫັນເຖິງວຽກງານທີ່ພົ້ນເດັ່ນໃນແຕ່ ລະດ້ານຂອງຂະບວນການແຂ່ງຂັນເປັນຕົ້ນແມ່ນດ້ານແບບແຜນວິທີນຳພາ-ວິທີເຮັດວຽກ,ດ້ານວຽກງານວິຊາສະເພາະ,ດ້ານວຽກງານປ້ອງກັນ ແລະດ້ານຂະບວນການ, ຊຶ່ງໃນປີ 2020 ກອງກວດກາປ່າໄມ້ໄດ້ຈັດຕັ້ງປະຕິບັດວຽກງານກວດກາລາດຕະເວນສະກັດກັ້ນການລັກລອບເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງແລະສັດນໍ້າ-ສັດປ່າ ທີ່ຜິດຕໍ່ລະບຽບກົດໝາຍສາມາດຢຶດໄມ້ໄດ້ທັງໝົດ 7.012 ທ່ອນ, ລວມບໍລິມາດ 371 ແມັດກ້ອນ, ໃນນີ້ກອງກວດກາປ່າໄມ້ ແຂວງຍຶດໄດ້ 150 ແມັດກ້ອນ, ກວດກາປ່າໄມ້ເມືອງບົວລະພາຢຶດໄດ້ 201 ແມັດກ້ອນ, ປກສ ແຂວງຢຶດໄດ້ 2 ແມັດກ້ອນ ແລະ ສະເພາະກິດແຂວງຢຶດໄດ້ 18 ແມັດກ້ອນ ຊຶ່ງເປັນປະເພດໄມ້ຫວງຫ້າມຈຳນວນ 85 ແມັດກ້ອນ ແລະປະເພດໄມ້ຄຸ້ມຄອງ 286 ແມັດກ້ອນ.

  ນອກນີ້ຍັງໄດ້ລົງເຄື່ອນໄຫວສະກັດກັ້ນ ແລະຕ້ານການລັກລອບຄ້າ-ຂາຍ ສັດນໍ້າ-ສັດປ່າ ຢູ່ແຕ່ລະເມືອງຕາມສາຍທາງ ແລະຈຸດຫຼໍ່ແຫຼມຕ່າງໆຊຶ່ງພົບເຫັນປະເພດສັດຫວງຫ້າມ ແລະສັດຄຸ້ມຄອງລວມມີນໍ້າໜັກ 241  ກິໂລກຣາມ ໃນນີ້ສັດທີ່ຍັງມີຊີວິດແມ່ນໄດ້ນຳໄປປ່ອຍຄືນສູ່ທຳມະຊາດສ່ວນປະເພດຊິ້ນສ່ວນຂອງສັດ ແລະສັດທີ່ຕາຍແລ້ວແມ່ນໄດ້ນຳໄປທຳລາຍດ້ວຍການຝັງດິນ.

 ທັງໝົດນັ້ນໃນປີຜ່ານມາລວມເປັນຄະດີເກີດຂຶ້ນທັງໝົດ 49 ຄະດີໃນນີ້ຄະດີກ່ຽວກັບໄມ້ 42 ຄະດີ, ໄກ່ເກ່ຍສຳເລັດແລ້ວ 16 ຄະດີ, ຄະດີເຄື່ອງປ່າຂອງດົງ 5 ຄະດີ, ໄກ່ເກ່ຍສຳເລັດ 4 ຄະດີ ແລະຄະດີກ່ຽວກັບສັດນໍ້າ-ສັດປ່າ 2 ຄະດີ, ໄກ່ເກ່ຍສຳເລັດ 1 ຄະດີ.

ຂ່າວ: ເສດຖະກິດ-ສັງຄົມ

ຂ່າວສານບ້ານເມືອງ

Post navigation

Previous Post: ໂຈະການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມ ສົກປີ 2020-2021
Next Post: ແຂວງໄຊສົມບູນ ຈະແກ້ໄຂຄອບຄົວທຸກຍາກໃຫ້ເຫລືອບໍ່ເກີນ 2% ພາຍໃນປີ 2025

Related Posts

ກອງທັບ ລາວ-ຣັດເຊຍ ສຳເລັດການຮ່ວມມືວຽກງານ ກວດກູ້ ແລະ ທໍາລາຍ ລ ະ ເ ບີ ດ ບໍ່ ທັ ນ ແຕ ກ ເພື່ອມະນຸດສະທຳ ຂ່າວສານບ້ານເມືອງ
ຫ້ອງການສາທາລະນະສຸກ ເມືອງວຽງວຽງ ອອກຂໍ້ຕົກວ່າດ້ວຍການຈ່າຍຄ່າລົດອຳບຸຍລັງສົ່ງຄົນເຈັບຂື້ນທາງດ່ວນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 722ຄົນ ຂ່າວສານບ້ານເມືອງ
ເນື້ອທີ່ທໍາການຜະລິດ ຂອງປະຊາຊົນເມືອງຕົ້ນເຜິ້ງ ຖືກນໍ້າຖ້ວມເສຍຫາຍ ຂ່າວສານບ້ານເມືອງ
ກໍ່ເຫດລັກຊັບຂອງລັດ ໃນຂະນະເຈົ້າໜ້າທີ່ອອກກວດກາລາດຕະເວນ ຂ່າວສານບ້ານເມືອງ
ເກີດອຸປະຕິເຫດ ລົດຈັກຕຳເຮືອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme