Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຈະການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມ ສົກປີ 2020-2021

Posted on 03/02/202103/02/2021 By News No Comments on ໂຈະການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມ ສົກປີ 2020-2021

ກະຊວງສຶກສາທິການແລະກິລາ ອອກແຈ້ງການເລກທີ 367/ຫກ ລົງວັນທີ 2 ກຸມພາ 2021. ເລື່ອງ ໂຈະການສອບເສັງນັກຮຽນເກັ່ງລະດັບຊາດ 2020-2021. ເພື່ອປ້ອງກັນ ການລະບາດຂອງ ໂຄວິດ-19.

ນະຄອນຫຼວງ ໝັ້ນໃຈຈະຮັກສາມູນເຊື້ອ ຂະນະທີ່ ແຂວງອື່ນຫວັງຕິດ 1 ໃນ 3  ສອບເສັງນັກຮຽນເກັ່ງລະດັບຊາດ 2017-2018

ຫ້ອງການກະຊວງສຶກສາທິການ ແລະ ກິລາຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ຕາມແຜນວຽກຈຸດສຸມ ແລະ ບູລິມະສິດຂອງກົມສາມັນສຶກສາ ໃນລະຫວ່າງ ວັນທີ 23-26 ມີນາ 2021 ຈະໄດ້ມີການຈັດຕັ້ງການສອບເສັງ ແຂ່ງຂັນນັກຮຽນເກັ່ງລະດັບຊາດປະຈໍາສົກຮຽນ 2020-2021.

ແຕ່ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດອັກ ເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ coVID-19 ທີ່ກໍາລັງລະບາດ ໃນພາກພື້ນ ແລະ ແຜ່ຂະຫຍາຍຫຼາຍປະ ເຫດໃນໂລກ, ເພື່ອເປັນການປ້ອງກັນ, ຄວບຄຸມ ພະຍາດດັ່ງກ່າວ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ໂຈະການ ສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈໍາສົກຮຽນ 2020-2011 ນີ້ແລະ ສະເຫນີໃຫ້ ທ່ານ ປະຕິບັດດັ່ງລຸ່ມນີ້:

1. ໃຫ້ຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາພາຍໃນ ແຂວງ ຂອງຕົນ.

2. ປະຕິບັດນະໂຍບາຍຕໍ່ ນັກຮຽນເກັ່ງລະດັບແຂວງ ຕາມລະບຽບທີ່ກໍານົດຄື:

  • – ມອບໃບຍ້ອງຍໍ, ໃບຢັ້ງຢືນ, ເງິນລາງວັນ, ທຶນການສຶກສາ ແລະ ອື່ນໆ ຕາມຄວາມເຫມາະສົມ.
  • – ສັບຊ້ອນນັກຮຽນເກັ່ງຊັ້ນ ມ.4 ເຂົ້າຮຽນຊັ້ນມັດທະຍົມສຶກສາຕອນປາຍຫ້ອງພອນສະຫວັນ, ໂຮງຮຽນມັດທະຍົມສົມບູນພອນສະຫວັນ ຂອງແຂວງ, ມັດທະຍົມສົມບູນສັນຕິພາບ ແຂວງ ຫຼວງພະບາງ, ມັດທະຍົມສົມບູນວຽງຈັນ ນະຄອນຫຼວງ ວຽງຈັນ ,
  • – ສັບຊ້ອນນັກຮຽນເກັ່ງ ມ.7 ເຂົ້າຮຽນມະຫາວິທະຍາໄລ ໃນທຶນການສຶກສາຕາມການແບ່ງປັນຂອງແຂວງ.

3. ລາຍງານຜົນການສອບເສັງໃຫ້ກົມສາມັນສຶກສາຕາມເວລາອັນເຫມາະສົມ.ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ກະລຸນແຊບອກຕໍ່ໆກັນແດ່

.

ພິທີສະຫຼູບ ສອບເສັງນັກຮຽນເກັ່ງລະດັບຊາດ ສົກຮຽນ 2018-2019 - YouTube

.

แกลเลอรี่รูปภาพ ວັນ ວິ ໄລ ເພັດ ໄພ ວັນ ມັກ ຮຽນ ພາສາ ລາວ- ວັນນະ ດີ ເປັນ ພິ  ເສດພັດທະ ນາ ຕົນ ເອງກາຍ ເປັນ ນັກຮຽນ ເກັ່ງ
ຂ່າວສານບ້ານເມືອງ

Post navigation

Previous Post: ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົນທະນາທາງໂທລະສັບກັບສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ XIII
Next Post: ຄຳມ່ວນ ຢຶດໄມ້ເຖື່ອນ 7 ພັນກວ່າທ່ອນ

Related Posts

ປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661 ຂ່າວສານບ້ານເມືອງ
ຫ້ອງວ່າການເມືອງ ວິລະບູລີ ໄດ້ຈັດກອງປະຊຸມ ວຽກງານການປຸກລະດົມຂະບວນການແຂ່ງຂັນ ແລະ ຍ້ອງຍໍ ຂ່າວສານບ້ານເມືອງ
ນ້ຳຖ້ວມເມືອງເງິນ ເສຍຫາຍເປັນວົງກວ້າງ ຂ່າວສານບ້ານເມືອງ
ລົດປີ້ນເພເສຍຫາຍໜັກ ທີ່ບ້ານຫ້ວຍຂີງ ເມືອງໂພນໄຊ ຂ່າວສານບ້ານເມືອງ
ເກີດເຫດ ໄວລຸ້ນ ຖື ກ ຍິ ງ ເ ສ ຍ ຊີ ວິ ດ ທີ່ ນະຄອນ ຫລວງພຣະບາງ ຂ່າວສານບ້ານເມືອງ
ໂຮງຮຽນ ມຕ ຈຽງຕອງ ແລະ ມຕ ຫ້ວຍແສດ ສະເຫຼີມສະຫຼອງ ວັນເດັກຍິງສາກົນ ແລະ ວັນຄູແຫ່ງຊາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme