Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມາຮອດບ້ານຮອດເຮືອນແລ້ວເດີ ພໍ່ຕູ້ພວງ ຂໍໃຫ້ສູ່ສຸຄະຕິ

Posted on 02/02/202102/02/2021 By News No Comments on ມາຮອດບ້ານຮອດເຮືອນແລ້ວເດີ ພໍ່ຕູ້ພວງ ຂໍໃຫ້ສູ່ສຸຄະຕິ

ໃນຄືນວັນທີ 1 ກຸມພາ 2020, ທາງຄອບຄົວ ພໍ່ຕູ້ພວງ, ພຣະສົງ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ອາສາສະໝັກ ໄດ້ເດີນທາງ ຜ່າຄວາມມືດ ເດີນທາງໄປກັບ 7-8 ຊົ່ວໂມງ ເພື່ອ ໄປຮັບເອົາສົບ ພໍ່ຕູ້ພວງກັບບ້ານ.

ປະຈຸບັນ, ສົບໄດ້ມາຮອດບ້ານແລ້ວ ແລະ ນໍາໄປບໍາເພັນກຸສົນໄວ້ທີ່ ວັດສີບຸນເຮືອງ (ສີໃຄ) ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ເຮັດພິທີ ກ່ອນນໍາສົບພໍ່ຕູ້ພວງ ກັບບ້ານ

ເຮັດພິທີ ກ່ອນນໍາສົບພໍ່ຕູ້ພວງ ກັບບ້ານ

ເຮັດພິທີ ກ່ອນນໍາສົບພໍ່ຕູ້ພວງ ກັບບ້ານ

ເຮັດພິທີ ກ່ອນນໍາສົບພໍ່ຕູ້ພວງ ກັບບ້ານ

.

ສົບບໍາເພັນກຸສົນໄວ້ທີ່ ວັດສີບຸນເຮືອງ (ສີໃຄ) ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

.

.

ທາງຄອບຄົວຍາດພີ່ນ້ອງ ຂໍສະແດງຄວາມຂອບໃຈທຸກພາກສ່ວນ ທີ່ຊ່ວຍທຸກຊ່ອງທາງ ຈົນສາມາດ ພົ ບ ແລະ ນໍາພໍ່ຕູ້ກັບບ້ານ.

ຂ່າວກ່ອນໜ້ານີ້

ພາຍຫຼັງຂ່າວການພົບ ຊາກສົບ ພໍ່ຕູ້ພວງ ໃນບ່າຍວັນທີ 1 ກຸມພາ 2021. ໂດຍ ໃນວັນທີ 31/01/2021 ມີປະຊາຊົນບ້ານຊຽງແລທ່າແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ ໄດ້ເຂົ້າໄປຫາກິນໃນປ່າແລ້ວພົບຊົບຄົນ ເ ສ ຍ ຊີ ວິ ດ , ຊຶ່ງຄາດວ່າຈະເປັນພໍ່ຕູ້ພວງທີ່ສູນຫາຍແຕ່ວັນທີ 02/10/2020.

ດັ່ງນັ້ນຕອນເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ຈຶ່ງໄດ້ໄປກວດສອບເບິ່ງສະຖານທີ່ຕົວຈິງ, ຈຶ່ງຢືນຢັນວ່າເປັນຮ່າງກາຍເສຍຊີວິດຂອງພໍ່ຕູ້ພວງແທ້.

ເຊິ່ງຈຸດທີ່ພົບເຫັນຊາກສົບຂອງພໍ່ຕູ້ພວງແມ່ນຢູ່ນອກເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ ອອກໄປທາງທິດໃຕ້ ປະມານ 6 ກິໂລແມັດ.

ຫຼ້າສຸດ, ທາງຄອບຄົວພໍ່ຕູ້ພວງໄດ້ໂພດໃຫ້ຮູ້ອີກວ່າ : “ແຈ້ງຂ່າວເຖີງຍາດຕີພີ່ນ້ອງເດີ, ພໍ່ຕູ້ພວງເສຍຊີວິດແລ້ວເຫັນ ສົ ບ ເພີ່ນຢູ່ເທີງພູທີ່ກຳລັງທະຫານເຮົາເຄີຍຊອກຢູ່ບ່ອນນີ້ຕັ້ງຫລາຍຄັ້ງຫລາຍຫົນ, ຫລາຍລົບຫລາຍຕ່າວແຕ່ກະບໍ່ພົບເຫັນເພີ່ນ, ສົບເພີ່ນເຫັນຢູ່ໃກ້ໆປາຍສາຍສິນທີ່ສູດເພີ່ນໃຫ້ນຳສາຍສິນກັບເຮືອນກັບຊານໃນຕອນນັ້ນ 😭😭😭”

ພ້ອມດຽວກັນນີ້, ຕອນແລງມື້ນີ້ 1/2/2021 ພຣະອາຈານດວງຕາ ໄດ້ແຈ້ງໃຫ້ຮູ້ວ່າ: “ອາຈານ ພ້ອມ ການຈັດຕັ້ງ ແລະລູກຫລານພໍ່ຕູ້ ກຳລັງຈະເດີນທາງຢ່າງຂື້ນພູ ຈາກຈຸດທີ່ພໍ່ຕູ້ສູນຫາຍ ຫ່າງກັນ 6-7 ກມ ໄປ-ກັບ 7 ຊົ່ວໂມງ, ຈະຂຶ້ນໄປເທິງພູໄປຮັບ ຮ່າງທີ່ໄຮ້ວີນຍານ(ສົ ບ) ຂອງພໍ່ຕູ້ພວງ

ຂໍໃຫ້ການເດີນທາງໃນຄັ້ງນີ້ຈົ່ງຕະຫລອດປອດໄພສາທຸ…ຂໍໃຫ້ດວງວີນຍານຂອງພໍ່ຕູ້ພວງ ສຸວັນນະວົງ ຈົ່ງໄປສູ່ສຸຂະຕິສະຫວັນເທີ້ນ.”

.

.

ຂ່າວກ່ອນໜ້ານີ້

ຈາກກໍລະນີທີ່ ພໍ່ຕູ້ພວງ ອາຍຸ 95 ປີ ຫຼົງປ່າ ທີ່ແຫຼາງທ່ຽວ ນ້ຳປ່ຽນຢໍລະປາ ນະຄອນຫຼວງວຽງຈັນ ຕອນ 2 ໂມງແລງຂອງວັນທີ 3/10/2020 ທີ່ຜ່ານມາ.

ຮອດມື້ນີ້ 1 ກຸມພາ 2021 ເກືອບຮອດ 4 ເດືອນ. ຜູ່ເປັນຫຼານ ຊື່ Nick Metallick Dokkhaithong ໄດ້ຖືກແຈ້ງຜ່ານເຟສບຸກສ່ວນຕົວວ່າ ຕອນນີ້ໄດ້ພົບເຫັນ ສົບພໍ່ຕູ້ແລ້ວ.

ຂໍ້ມູນຈາກ Nam Pien Yolapa ໃຫ້ຮູ້ຄວາມຄືບໜ້າການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ໂດຍ ໃນວັນທີ 31/01/2021 ມີປະຊາຊົນບ້ານຊຽງແລທ່າແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ ໄດ້ເຂົ້າໄປຫາກິນໃນປ່າແລ້ວພົບຊົບຄົນເສຍຊີວິດ ຊຶ່ງຄາດວ່າຈະເປັນພໍ່ຕູ້ພວງທີ່ສູນຫາຍແຕ່ວັນທີ 02/10/2020,

ດັ່ງນັ້ນຕອນເຊົ້າຂອງມື້ຕໍ່ມາ ເຈົ້າໜ້າທີ່ຈຶ່ງໃດ້ໄປກວດສອບເບິ່ງສະຖານທີ່ຕົວຈິງ ຈຶ່ງຢືນຢັນວ່າເປັນຮ່າງກາຍເສຍຊີວິດຂອງພໍ່ຕູ້ພວງແທ້,

ເຊິ່ງຈຸດທີ່ພົບເຫັນຊົບຂອງພໍ່ຕູ້ພວງແມ່ນຢູ່ນອກເຂດສະຖານທີ່ທ່ອງທ່ຽວນໍ້າປຽນ ອອກໄປທາງທິດໃຕ້ ປະມານ 6 ກິໂລແມັດ.

ສ່ວນສາຍເຫດການເສຍຊີວິດແມ່ນທາງເຈົ້າໜ້າທີ່ຈະມີການຖະແຫຼງຂ່າວເປັນທາງການ.

ສະແດງຄວາມເສຍໃຈນໍາຄອບຄົວພໍ່ຕູ້. ແລະ ຂໍໃຫ້ສູ່ພູມພົບທີ່ດີ.

ສ່ວນລາຍລະອຽດເພີ່ມເຕີມ ທາງຄອບຄົວຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະຊາຊົນ 2ບ້ານ ໃນເມືອງພີນ ສາມັກຄີກໍ່ສ້າງຂົວ ດ້ວຍງົບຈາກ ທລຍ 250ລ້ານກີບ
Next Post: ເສົ້າໃຈ ສູ ນຫ າຍເກືອບ 4 ເດືອນ ພົ ບ ສົ ບ ພໍ່ຕູ້ພວງແລ້ວ

Related Posts

ຈາກເປັນຜູ້ ເ ສ ບ ແລ້ວຫັນມາເປັນຜູ້ຂາຍ ຖືກ ຈັ ບ ດຳເນີນຄະດີ ຂ່າວສານບ້ານເມືອງ
ໄຟໄໝ້ໂຮງງານຢາງພາລາ ທີ່ເມືອງປາກຊັນ ເສຍຫາຍໜັກ ຂ່າວສານບ້ານເມືອງ
ເຈົ້າແຂວງໄຊຍະບູລີ ມອບເງິນ 100 ກີບໃຫ້ເມືອງຊຽງຮ່ອນນໍາໄປຟື້ນຟູພື້ນຖານໂຄງລ່າງ ທີ່ຖືກນໍ້າຖ້ວມ ຂ່າວສານບ້ານເມືອງ
ເກີດເຫດ! ລົດໃຫຍ່ຕຳຮ້ານຄ້າຢູ່ເຂດ ບ້ານ ຕານມີໄຊ ຂ່າວສານບ້ານເມືອງ
ຖອດຖອນແລກປ່ຽນບົດຮຽນ ການກໍ່ສ້າງກອງວັດທະນະທຳ ຢູ່ກອງພັນ705 ຂ່າວສານບ້ານເມືອງ
ທີມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ມື້ນີ້ຈະຍ່າງ 7 ຊົ່ວໂມງໄປເຂດບ້ານຊົນເຜົ່າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme