Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນ 2ບ້ານ ໃນເມືອງພີນ ສາມັກຄີກໍ່ສ້າງຂົວ ດ້ວຍງົບຈາກ ທລຍ 250ລ້ານກີບ

Posted on 02/02/202102/02/2021 By News No Comments on ປະຊາຊົນ 2ບ້ານ ໃນເມືອງພີນ ສາມັກຄີກໍ່ສ້າງຂົວ ດ້ວຍງົບຈາກ ທລຍ 250ລ້ານກີບ

ທ່ານເຈົ້າເມືອງເມືອງພີນລົງຕິດຕາມການສ້າງຂົວ ບ້ານນາທູ້ ແລະ ບ້ານໜອງຫຼວງ (ກຸ່ມບ້ານທີ9) ຂອງເມືອງພີນ, ເຊິ່ງຂົວດັ່ງກ່າວແມ່ນປະຊາຊົນທັງ 2ບ້ານຮ່ວມໃຈກໍ່ສ້າງເອງ ໂດຍໄດ້ວັດຖຸອຸປະກອນທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ສະໜອງໃຫ້ ລວມມູນຄ່າ 250 ລ້ານກີບ.

Image may contain: 3 people, people standing and outdoor

ວັນທີ 28 ມັງກອນ 2021ຜ່ານມານີ້ ທ່ານ ສາລີ ວິນລາວັນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງພີນ ພ້ອມດ້ວຍທີມງານວິຊາການກອງທຶນຫຼຸດຜ່ອນຄວາມທຸກຍາກຂອງເມືອງ ແລະ ຜູ້ຊີ້ນໍາກຸ່ມບ້ານທີ 9 ໄດ້ລົງຕິດຕາມກວດກາ ແລະ ຊີ້ນໍາ-ນໍາພາ ການກໍ່ສ້າງຂົວຂອງປະຊາຂົນ 02ບ້ານຄື ບ້ານນາທູ້ ແລະ ບ້ານໜອງຫຼວງ.

ເຊິ່ງ ບ້ານນາທູ້ ໄດ້ກໍ່ສ້າງແລະສ້ອມແປງຂົວ 2ແຫ່ງ ຄື: ຂົວຫ້ວຍລະຕົງ ແມ່ນກໍ່ສ້າງທໍ່ 2 ຟີ 100 ແລະ ຂົວຫ້ວຍລະຊົມ ແມ່ນ ກໍ່ສ້າງທໍ່ດັນໂລ 4, ເຊິ່ງແມ່ນປະຊາຊົນເປັນຜູ້ຈັດຕັ້ງປະຕິບັດກໍ່ສ້າງ ໂດຍກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ເປັນຜູ້ສະໜອງວັດຖຸອຸປະກອນ ໃນມູນຄ່າ 125.000.000ກີບ.

Image may contain: 3 people, outdoor

ບ້ານໜອງຫຼວງ ກໍ່ສ້າງຂົວໄມ້ ຫ້ວຍຕໍາ, ຍາວ 20 ແມັດ, ກວ້າງ 3,5 ແມັດ, ສູງ 4,5 ແມັດ, ຊິ່ງແມ່ນປະຊາຊົນເປັນຜູ້ຈັດຕັ້ງປະຕິບັດກໍ່ສ້າງ ໂດຍກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ເປັນຜູ້ສະໜອງວັດຖຸອຸປະກອນ ໃນມູນຄ່າ 125.000.000ກີບ.

Image may contain: one or more people, people standing, outdoor and nature

.

Image may contain: 1 person, standing and outdoor

.

Image may contain: one or more people, people standing, people walking, tree, sky, outdoor and nature

.

Image may contain: 5 people, people standing, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ໂຄງການໄຟຟ້າພະລັງງານລົມຂະໜາດ 600 ເມກາວັດ ແຫ່ງທຳອິດຂອງ ສປປ ລາວ ທີ່ ແຂວງອັດຕະປື ຄາດຈະເລີ່ມຜະລິດ ແລະ ສົ່ງຂາຍພາຍໃນປີ 2023
Next Post: ມາຮອດບ້ານຮອດເຮືອນແລ້ວເດີ ພໍ່ຕູ້ພວງ ຂໍໃຫ້ສູ່ສຸຄະຕິ

Related Posts

ແຂວງຈໍາປາສັກ ໄດ້ຮັບການອະໄພຍ ະ ໂ ທ ດ ແລະ​ ຜ່ ອ ນ ໂ ທ ດ ໃນໂອກາດວັນຊາດທີ 2​ ທັນວາ​ ຄົບຮອບ​ 46​ ປີ ຂ່າວສານບ້ານເມືອງ
ເກີດເຫດ ລົດໃຫຍ່ຟອດຕຳລົດເຄນ ເ ສ ຍ ຊີ ວິ ດ ຄ າ ທີ່ຕິດພາຍໃນລົດ ຂ່າວສານບ້ານເມືອງ
ເຕືອນໄພ ໂຈນສວຍໂອກາດດຶງກະເປົາ ເຂດຕະຫຼາດຂົວດິນ (ມີຄລິບ) ຂ່າວສານບ້ານເມືອງ
ອ່ານດ່ວນ! ຄຳແນະນຳສຳລັບຜູ້ປະກອບການໂຮງແຮມ ລີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ຮ້ານເສີມສວຍ ຂ່າວສານບ້ານເມືອງ
ພະແນກແຮງງານ ແລະ ສະຫວັດດີການ – ສັງຄົມແຂວງຫຼວງນໍ້າທາ ມອບເງິນອຸດໜູນໃຫ້ຄອບຄົວຜູ້ທີ່ເສຍສະລະຊີວິດໃນປາງສົງຄາມ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວ ທີ່ແຂວງໄຊຍະບູລີ ຄວາມແຮງສັ່ນສະເທືອນວັດແທກໄດ້ 1.7 ຣີກເຕີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme