Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າແຂວງສະຫວັນນະເຂດຢ້ຽມຢາມການຜະລິດລະດູແລ້ງເມືອງສອງຄອນ ພ້ອມທັງຢ້ຽມຢາມສູນກັກກັນເມືອງສອງຄອນ ຂອງແຮງງານລາວທີ່ກັບຈາກປະເທດເພື່ອນບ້ານ

Posted on 02/02/202102/02/2021 By News No Comments on ເຈົ້າແຂວງສະຫວັນນະເຂດຢ້ຽມຢາມການຜະລິດລະດູແລ້ງເມືອງສອງຄອນ ພ້ອມທັງຢ້ຽມຢາມສູນກັກກັນເມືອງສອງຄອນ ຂອງແຮງງານລາວທີ່ກັບຈາກປະເທດເພື່ອນບ້ານ

ຕອນເຊົ້າວັນທີ 29 ມັງກອນ 2021ຜ່ານມານີ້ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດພ້ອມຄະນະພະແນກສາທາລະນະສຸກແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ກອງບັນຊາການປກຊ-ປກສ, ຫ້ອງວ່າການປົກຄອງແຂວງ ໄດ້ໄປຢ້ຽມຢາມການຜະລິດລະດູແລ້ງຂອງເມືອງສອງຄອນ ເຊິ່ງໄດ້ໄປທີ່ໂຄງການຊົນລະປະທານດົງສະຫວ່າງ.

Image may contain: one or more people, people standing, sky, outdoor and nature

ທ່ານ ທະວີສຸກ ໂພທິຈັກ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງສອງຄອນ ລາຍງານວ່າ: ສະເພາະໂຄງການຊົນລະປະທານດົງສະຫວ່າງ ແມ່ນທົດລອງປູກເຂົ້ານາແຊງເປັນປີທຳອິດໃນປີ 2021ນີ້ ມີແຜນປູກເຂົ້າໃຫ້ໄດ້ 600 ເຮັກຕາ ກວມເອົາເນື້ອທີ່ນາຂອງປະຊາຊົນ 3 ບ້ານຄື: ບ້ານວິໄຊສົງ, ດົງສະຫວ່າງ ແລະ ບ້ານສອງຄອນ, ມາຮອດປະຈຸບັນປະຊາຊົນສາມາດປັກດຳໄດ້ຕົວຈິງລື່ນຄາດໝາຍ ສ່ວນຫຼາຍແມ່ນນາຫວ່ານ ແລະ ນາຢອດ. ເວົ້າລວມໃນທົ່ວເມືອງສອງຄອນມີແຜນປັກດຳນາແຊງໃຫ້ໄດ້ 3.740 ເຮັກຕາ, ມາຮອດປະຈຸບັນປະຊາຊົນປັກດຳໄດ້ເກືອບ 100% ໃນນັ້ນສ່ວນຫຼາຍແມ່ນນາຫວ່ານ ກວມ 70% ແລະ 30%ແມ່ນການປັກດຳ, ເຂດທີ່ປູກເຂົ້ານາແຊງຫຼາຍກ່ອນໝູ່ແມ່ນໂຄງການຊົນລະປະທານດົງະຫວ່າງໜຶ່ງ, ດົງສະຫວ່າງສອງ, ສອງຄອນ, ທ່າຂາມລຽນ, ໜອງເດີ່ນ. ແຜນການປູກພືດລະດູແລ້ງ 2.800ເຮັກຕາ

Image may contain: 3 people, people standing, sky, outdoor and nature

ມາຮອດປະຈຸບັນປະຕິບັດໄດ້ 2.150 ເຮັກຕາ ເທົ່າ 77%ຂອງແຜນການ, ພືດທີ່ປູກຫຼາຍກ່າໝູ່ແມ່ນໝາກໂມ, ມັນຕົ້ນ, ສາລີ, ຄາມ, ໝາກແຕງ, ມັນດ້າງ, ຖົ່ວ ແລະ ພືດຜັກຕ່າງໆ.ໃນເວລາຕໍ່ມາ ທ່ານເຈົ້າແຂວງສະຫວັນະເຂດພ້ອມຄະນະ ກໍ່ໄດ້ໄປຢ້ຽມຢາມສູນກັກກັນແຮງງານລາວທີ່ມາຈາກປະເທດໄທໃນເຂດເມືອງສອງຄອນ ເຊິ່ງປະຈຸບັນແມ່ນມີ 1 ສູນ ຄືສູນໂຮງຮຽນທິດສະດີການເມືອງ-ການປົກຄອງຫ້ວຍສາງເຂົ້າ ເມືອງສອງຄອນ. ຕາມການລາຍງານຂອງທ່ານ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ໃຫ້ຮູ້ວ່າ: ປະຈຸບັນມີຜູ້ກັກກັນທັງໝົດ 19 ຄົນ ຍິງ 7 ຄົນ ເປັນຄົນແຂວງສາລະວັນ 1 ຄົນ ເຊິ່ງເຂົ້າມາຫຼ້າສຸດໃນວັນທີ 28 ມັງກອນ 2021 ມີ 1 ຄົນ. ສ່ວນຫຼາຍແມ່ນລັກລອບເຂົ້າມາຕາມຊາຍແດນແມ່ນ້ຳຂອງ ເຂົ້າມາເຂດທ່າປະຊຸມ, ດອນຫວາຍ ແລະ ບ້ານໜອງບົວທ່າ ເຊິ່ງເຈົ້າໜ້າທີ່ໄດ້ເກັບກຳຂໍ້ມູນລະອຽດ ແລະ ນຳສົ່ງສູນກັກກັນຂອງເມືອງ ທັງນີ້ກໍເພື່ອເປັນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ ຫຼື ໂຄວິດ 19 ທີ່ກໍາລັງແຜ່ລະບາດໃນທົ່ວໂລກ ສະເພາະກໍ່ແມ່ນປະເທດເພື່ອນບ້ານຂອງພວກເຮົາ.

Image may contain: 2 people, people standing, outdoor and nature

ໂອກາດລົງຢ້ຽມຢາມແຮງງານລາວທີ່ສູນກັກກັນຄັ້ງນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງ,ບ້ານ ຕ້ອງໄດ້ເອົາໃຈໃສ່ໃນການເຝົ້າລະວັງຢ່າງເຂັ້ມງວດນອກຈາກການເຮັດໜ້າທີ່ປ້ອງກັນຢູ່ສູນແລ້ວ ຕ້ອງໄດ້ຖືເອົາວຽກງານປ້ອງກັນຄວາມປອດໄພຢູ່ທາງບ້ານຕື່ມອີກ ຢ້ານມີຜູ້ສວຍໂອກາດກໍ່ເຫດຂີ້ລັກງັດແງະ,ກໍ່ຄວາມບໍ່ສະຫງົບສຸກພາຍໃນບ້ານ. ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ແນະນຳໃຫ້ທຸກຄົນຕ້ອງໄດ້ເອົາໃຈໃສ່ປ້ອງກັນຕົນເອງໃນຊ່ວງໄລຍະທີ່ເກີດການລະບາດຂອງເຊື້ອພະຍາດໂຄວິດ-19 ເພາະເຮົາບໍ່ສາມາດຮູ້ໄດ້ວ່າພະຍາດດັ່ງກ່າວຈະເກີດຂຶ້ນຢູ່ຈຸດໃດແດ່

Image may contain: 2 people, people standing and outdoor

ສະນັ້ນພວກເຮົາຕ້ອງຖືເອົາວຽກງານປ້ອງກັນເປັນບັນຫາສຳຄັນ ໂດຍການໃສ່ຜ້າອັດປາກ,ໝັ່ນອະນາໄມມືເປັນປະຈຳ.ຕໍ່ແຮງງານທີ່ກັບມາກໍ່ຕ້ອງມີລະບຽບການ ໃນຕໍ່ໜ້າຕ້ອງໄປລາມາຄອບ ບໍ່ລັກລອບຜິດກົດໝາຍ ປະຕິບັດຕາມການນຳພັກ-ລັດວາງອອກ ເພື່ອຄວາມປອດໄພຂອງປະເທດຊາດ ແລະ ໝົດທຸກຄົນ. ການນຳກໍ່ຕ້ອງເປັນເຈົ້າການຕໍ່ການປະຕິບັດຕາມແຈ້ງການເພີ່ມເຕີມ ຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ທີ່ຕິດພັນກັບການຂົນສົ່ງສິນຄ້າເຂົ້າ-ອອກຜ່ານດ່ານສາກົນທາງບົກທີ່ແຂວງສະຫວັນະເຂດ ແລະຂໍ້ຕົກລົງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງນຳໃຊ້ເຮືອປະເພດຕ່າງໆຕາມລຳແມ່ນ້ຳຂອງ ໃຫ້ອອກ 6ໂມງເຊົ້າ ແລະ ເຂົ້າ6ໂມງແລງ ສະເພາະກໍ່ແມ່ນເຈົ້າໜ້າທີ່ຕາມບໍລິເວນຊາຍແດນຕ້ອງເຂັ້ມງວດຂຶ້ນຕື່ມ.

Image may contain: one or more people, people standing and outdoor
ຂ່າວສານບ້ານເມືອງ

Post navigation

Previous Post: ສະຫາຍ ທ່ານ ນາງ ສີໃສ ລືເດດມູນສອນ ຮັບໜ້າທີ່ເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ ຜູ້ໃໝ່
Next Post: ໂຄງການໄຟຟ້າພະລັງງານລົມຂະໜາດ 600 ເມກາວັດ ແຫ່ງທຳອິດຂອງ ສປປ ລາວ ທີ່ ແຂວງອັດຕະປື ຄາດຈະເລີ່ມຜະລິດ ແລະ ສົ່ງຂາຍພາຍໃນປີ 2023

Related Posts

ກຸ່ມນາງຟ້າ M9 ຮີບໂຮມນໍ້າໃຈ ບໍລິຈາກເຄື່ອງຂອງ ແລະ ເງິນສົດ ແກ່ສູນພິການຕາ ທົ່ງປົ່ງ ຂ່າວສານບ້ານເມືອງ
ສະຫວັນນະເຂດຂໍແຈ້ງ! ຜູ້ທີ່ມີລາຍຊື່ໃຫ້ມາລາຍງານໂຕດ່ວນ ຂ່າວສານບ້ານເມືອງ
24 ປີ ຄົນລາວເສຍຊີວິດ 251 ຄົນຍ້ອນລະເບີດບໍ່ທັນແຕກ ຂ່າວສານບ້ານເມືອງ
ເປັນຕາອີ່ຕົນເດ່! ຕີນເຂົ້າໃນເຄື່ອງຈັກ ຈົນມຸ່ນ ທີ່ໂຮງງານເຂດຫຼັກ 29 ຂ່າວສານບ້ານເມືອງ
ຫຼາຍພາກສ່ວນຍັງສືບຕໍ່ໃຫ້ການອຸປະຖຳ ໃນການກໍ່ສ້າງຂົວຂ້າມນ້ຳພີດ ຂ່າວສານບ້ານເມືອງ
ທ່າທາຍ ລັ ກ ຕັດສາຍໄຟແຮງສູງທາງລົດໄຟຖືກໄຟຟ້າ ຊ໋ ອ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme