Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮັກສາສຸຂະພາບເດີ້! ອາກາດຍັງຈະໜາວເຢັນ ພ້ອມມີໝອກ

Posted on 02/02/202102/02/2021 By News No Comments on ຮັກສາສຸຂະພາບເດີ້! ອາກາດຍັງຈະໜາວເຢັນ ພ້ອມມີໝອກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0109/ກອຕທ, ນະຄອນຫຼວງວຽງຈັນ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 1 ຫາ 7 ກຸມພາ 2021 ວ່າ: ໃນໄລຍະວັນທີ 1 ຫາ 7 ກຸມພານີ້ ຄວາມກົດດັນສູງຂອງອາກາດໜາວໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ.

Image may contain: cloud, sky, mountain, outdoor and nature

ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ແຂວງພາກກາງ ແລະ ພາກໃຕ້ ໃນຕອນບ່າຍອາກາດຮ້ອນ, ສໍາລັບຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ອາກາດຍັງໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມຈະມີຝົນຕົກຄ່ອຍ ແລະ ລົມພັດແຮງເປັນບາງໂອກາດ.

ທັ້ງນີ້, ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາກເໜືອດ້ານຕາເວັນອອກ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ອຸນຫະພູມຕໍ່າສຸດ 8 – 12 ອົງສາ ແລະ ສູງສຸດ 26 – 28 ອົງສາ.

No photo description available.

ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າໂດຍສະເພາະຢູ່ເຂດພູດອຍ ແລະ ພູສູງ. ສ່ວນໃນຕອນບ່າຍອາກາດຮ້ອນ ໂດຍສະເພາະຢູ່ແຂວງ ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ, ອຸນຫະພູມຕ່ຳສຸດ 10 – 14 ອົງສາ ແລະ ສູງສຸດ 29 – 31 ອົງສາ.

ພາກກາງ: ອາກາດໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ ແລະ ໃນຕອນບ່າຍອາກາດຮ້ອນ. ອຸນຫະພູມຕ່ຳສຸດ 14 – 18 ອົງສາ ແລະ ສູງສຸດ 30 - 32 ອົງສາ.

ສະເພາະແຂວງໄຊສົມບູນ: ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ໍາສຸດ 7 – 9 ອົງສາ ແລະ ສູງສຸດ 21 - 23 ອົງສາ.

ພາກໃຕ້: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ອາກາດຈະຮ້ອນຂື້ນໃນຕອນບ່າຍ. ອຸນຫະພູມຕ່ຳສຸດ 16 – 19 ອົງສາ ແລະ ສູງສຸດ 31 – 34 ອົງສາ. ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນຫຼາຍ ແລະ ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 7 – 9 ອົງສາ ແລະ ສູງສຸດ 21 – 23 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ໃນຕອນບ່າຍອາກາດຈະຮ້ອນ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 14 – 18 ອົງສາ ແລະ ສູງສຸດ 31 -33 ອົງສາ.

Image may contain: sky, mountain, plant, outdoor and nature

.

Image may contain: sky, plant, outdoor and nature

.

Image may contain: mountain, sky, outdoor and nature

.

Image may contain: sky, cloud, mountain, tree, outdoor and nature

.

Image may contain: mountain, cloud, sky, plant, outdoor and nature

.

Image may contain: tree, plant, sky, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ພຣະທາດພະນົມນ້ອຍປະຖົມລັດຕະນະເຈດີ ມີອາຍຸ1325 ປີແລ້ວ
Next Post: ສະຫາຍ ທ່ານ ນາງ ສີໃສ ລືເດດມູນສອນ ຮັບໜ້າທີ່ເປັນຫົວໜ້າ ຄະນະຈັດຕັ້ງສູນກາງພັກ ຜູ້ໃໝ່

Related Posts

​ເກີດ​ເຫດແຜ່ນ​ດິນ​ໄຫວ ​ຢູ່ເມືອງໄຊສະຖານ ຄວາມແຮງສັ່ນສະເທືອນວັດໄດ້ 2.1 ຮິກເຕີ ຂ່າວສານບ້ານເມືອງ
ລາມໄປ 73 ປະເທດແລ້ວ! ຍອດຜູ່ເສຍຊີວິດ 3118 ຄົນ! ຕິດເຊື້ອ 90980 ຄົນ – Covid-19 ວັນທີ 3 ມີນາ 2020 ຂ່າວສານບ້ານເມືອງ
ສະລົດໃຈລົດກະບະເສຍຫຼັກຕົກຂົວ ທີ່ເມືອງຫຼາ (ມີຄລິບ) ຂ່າວສານບ້ານເມືອງ
ເປີດການນໍາໃຊ້ແອບ “ລາວ ສູ້ສູ້” ຕ້ານ ໂ ຄ ວິ ດ ຂ່າວສານບ້ານເມືອງ
ທ່ານຮອງເຈົ້າແຂວງໆຄຳມ່ວນ ລົງຕິດຕາມຊຸກຍູ້ຂະບວນການກໍ່ສ້າງທາງເບຕົງເສີມເຫຼັກຜ່ານພູຊ້າງນ້ອຍ ຂ່າວສານບ້ານເມືອງ
ຂ່າວດ່ວນ! ກະບະຂົນສົ່ງ 6 ລໍ້ນ້ອຍ ປະທະກັນ ສາຫັດ ທາງ 13 ໃຕ້ ເມືອງທ່າພະບາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme