ພຣະທາດອົງນີ້ເມື່ອເບິ່ງຕາມສີລາຈາລຶກທີ່ໄດ້ຂຽນ ເປັນໂຕ ທັມສະຫຼັກລົງໄວ້ຢູ່ໜ້າກ້ອນອິດກ່ອນດີນຈີ່ສະໄໝກ່ອນ ໂດຍ.ສາມະເນນອີ. ເຊິ່ງໄດ້ພົບເຫັນໃນເດີນມັງກອນປີ2015

ໂດຍທ່ານທິດໂທມ ສວນທອງຄຳ ຫົວໜ້າກອງຮ້ອຍກອງຫຼອນ ກຸ່ມບ້ານທີ08 ເຂດດົງທ່າ ຂະນະທີ່ດຳເນີນການ

ກໍ່ສ້າງປົວແປງກຳແພງແກ້ວ ກົມມະລຽນ)ອ້ອມອົງພຣະທາດ ຊັ້ນທີສອງຈຶ່ງຮູ້ໄດ້ວ່າ ພຣະທາດພະນົມນ້ອຍ ຫຼືວ່າ ພຣະທາດທ່າພະນົມ ປະຖົມລັດຕະນະເຈດີອົງນີ້ ແມ່ນຖືກສ້າງຂື້ນໃນປີ ພຸດທະສັກກະລາດ1238 ຖ້າຈະໄລ່ມາແຕ່ປີທີ່ໄດ້ທຳການກໍ່ສ້າງພຣະທາດມາຮອດປີພຸດທະສັກກະລາດ 2563ເຊິ່ງເປັນປີທີ່ຂ້າພະເຈົາຜູ້ຂຽນ ພ້ອມກັບທິມງານ ລົງມາສົມທົບຊາວບ້ານເພື່ອພ້ອມກັນຫວນຄືນ ໃນການຊອກຫາຂໍມູນດ້ານຕ່າງໆ ກ່ຽວກັບພຣະທາດອົງນີ້ ຈຶ່ງຮັບຮູ້ແລະຄຳນວນອອກມາໄດ້ວ່າ ພຣະທາດທ່າພະນົມ ປະຖົມລັດຕະນະເຈດີອົງນີ້ ມີອາຍຸ1325 ປີແລ້ວ

.

.

ຢູ່ບ້ານດົງໃນ ເຂດດົງທ່າ ເມືອງອຸທຸມພອນ(ເຊໂນ ແຂວງສະວັນນະເຂດ)

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

Cr.ຂຽນໂດຍ ທ່ານ ບຸນຍົງ ໄຊປັນຍາ