Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອຍົກລະດັບການດໍາເນີນຄະດີສືບສວນ-ສອບສວນກ່ຽວກັບຊັບພະຍາກອນປ່າໄມ້.

Posted on 02/02/202102/02/2021 By News No Comments on ເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອຍົກລະດັບການດໍາເນີນຄະດີສືບສວນ-ສອບສວນກ່ຽວກັບຊັບພະຍາກອນປ່າໄມ້.

ຊຸດອົບຮົມການດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້ໃຫ້ແກ່ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອ ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2021 ນີ້ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸດສະກອນ ອິນທະລັງສີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້, ມີເຈົ້າໜ້າທີ່ປ່າໄມ້ຈາກກົມປ່າໄມ້ ແລະ ເຈົ້າໜ້າທີ່ຈາກກອງກວດກາປ່າໄມ້ 6 ແຂວງພາກເໜືອຄື: ແຂວງຜົ້າສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີເຂົ້າຮ່ວມ.

Image may contain: 1 person, table and indoor

ພາຍຫຼັງ ທ່ານ ບຸດສະກອນ ອິນທະລັງສີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ກ່າວຕ້ອນຮັບບັນດາທ່ານທີ່ເຂົ້າຮ່ວມຊຸດອົບຮົມໃນຄັ້ງນີ້ ພ້ອມທັງລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານກອງກວດກາປ່າໄມ້ແຂວງໄຊຍະບູລີໂດຍຫຍໍ້ແລ້ວ ທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້ ໄດ້ໃຫ້ຮູ້ວ່າ: ຊຸດອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມແມ່ນຈະໄດ້ຮຽນຮູ້ຂັ້ນຕອນການດໍາເນີນຄະດີອາຍາ ຂອງອົງການສືບສວນ-ສອບສວນເຈົ້າໜ້າທີ່ປ່າໄມ້, ລະບຽບການທົ່ວໄປກ່ຽວກັບການສືບສວນ-ສອບສວນ, ການໂຈະການຈັດມ້ຽນ ແລະ ການສິ້ນສຸດການສືບສວນ-ສອບສວນ, ການນໍາໃຊ້ແບບຟອມຂອງອົງການສືບສວນ-ສອບສວນເຈົ້າໜ້າທີ່ປ່າໄມ້, ການສ້າງບັນຊີສະເພາະເພື່ອຕິດຕາມ ແລະ ການເກັບຂໍ້ມູນການຄ້າຂາຍຊັບພະຍາກອນປ່າໄມ້ທາງສື່ອອນລາຍ, ການຊັນນະສູດສະຖານທີ່ເກີດເຫດ, ການແຕ່ງຕັ້ງຜູ້ຊ່ຽວຊານ ຫຼືຜູ້ຊໍານານງານທໍາການພິສູດ ແລະ ການທົດສອບຂໍ້ມູນຄືນໃໝ່, ເຕັກນິກການສອບສວນເອົາຄໍາໃຫ້ການຜູ້ຖືກສົງໄສຜູ້ຖືກຫາ, ເຕັກນິກການຈັບກຸມຜູ້ຖືກສົງໄສຜູ້ຖືກຫາ, ເຕັກນິກການໃຊ້ອາວຸດປືນ ແລະ ການໃສ່ກຸນແຈມື, ຫຼັກການພື້ນຖານໃນການດໍາເນີນຄະດີ, ການໄຈ້ແຍກອົງປະກອບຂອງການກະທໍາຜິດທາງອາຍາ, ຫຼັກຖານໃນຄະດີອາຍາ, ຄວາມຮູ້ທົ່ວໄປກ່ຽວກັບຫຼັກຖານ, ການເກັບໂຮມຂໍ້ມູນຫຼັກຖານ, ການເກັບຮັກສາຫຼັກຖານ, ການແກ້ໄຂຫຼັກຖານ ແລະ ການກວດກາຫຼັກຖານໃນຄະດີອາຍາ, ອົງການ ແລະ ຜູ້ດໍາເນີນຄະດີປ່າໄມ້, ສັດນໍ້າ ແລະ ສັດປ່າ, ຜູ້ເຂົ້າຮ່ວມໃນການດໍາເນີນຄະດີ, ສິດ ແລະ ໜ້າທີ່ຂອງອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້, ການເປີດການສືບສວນ-ສອບສວນ, ການນໍາໃຊ້ວິທີການສືບສວນ-ສອບສວນ, ການນໍາໃຊ້ມາດຕະການສະກັດກັ້ນ, ສິດ ແລະ ໜ້າທີ່ຂອງອົງການໄອຍະການໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້, ການສັ່ງຟ້ອງຂຶ້ນສານ.

Image may contain: 2 people, people sitting

ຈຸດປະສົງຂອງການອົບຮົມໃນຄັ້ງນີ້ ເພື່ອບໍາລຸງຍົກລະດັບຄວາມຮູ້ທາງດ້ານວຽກງານສືບສວນ-ສອບສວນດໍາເນີນຄະດີ ກ່ຽວກັບຊັບພະຍາກອນປ່າໄມ້ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ຮັບຮູ້ ແລະ ເຂົ້າໃຈ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ຊັດເຈນ, ວ່ອງໄວ ເພື່ອຫຼີກລ້ຽງການຈົ່ມວ່າຂອງສັງຄົມ. ຊຸດອົບຮົມຈະໃຊ້ເວລາ 4 ວັນຈຶ່ງສໍາເລັດ.

Image may contain: one or more people, people standing and indoor

ຂ່າວ: ບຸນທີ.

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ານພາສີສາກົນ ນໍ້າພາວ ບໍລິຄຳໄຊ ເກັບລາຍຮັບເຂົ້າງົບປະມານຫຼຸດແຜນ
Next Post: ພຣະທາດພະນົມນ້ອຍປະຖົມລັດຕະນະເຈດີ ມີອາຍຸ1325 ປີແລ້ວ

Related Posts

ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ​ແຂວງ​ ຄັ້ງ​ທີ VII ຂ່າວສານບ້ານເມືອງ
ເຊັນສັນຍາໂຄງການກໍ່ສ້າງຕາຂ່າຍ ໄຟຟ້າແຮງກາງ ແຕ່ບ້ານຫລັງຜາ ຫາສາມແຍກຜາງົວ ເມືອງລອງ ຂ່າວສານບ້ານເມືອງ
ຊາຍແດນທີ່ຕິດກັບປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດ ໂຄວິດ-19 ຂ່າວສານບ້ານເມືອງ
ຂົວຫັກແລ້ວ ຂົວຂ້າມນ້ຳເປັດນ້ອຍຫາບ້ານປາກເປັດເມືອງຊຽງຮ່ອນ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເດີນທາງເຖິງສະໜາມບິນສາກົນ ໂນຍບາຍ ສສ ຫວຽດນາມ ຢ່າງເປັນທາງການ ຂ່າວສານບ້ານເມືອງ
ດ່ວນ! ສປປລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ1 ຄົນເປັນກໍລະນີນຳເຂົ້າ ຈາກປະເທດທີ່ມີການລະບາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme