Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດີໃຈນໍາເດີ້ ປະຊາຊົນບ້ານໄຊດອນໂຂງ ເມືອງສະໜາມໄຊ ໄດ້ຊົມໃຊ້ໄຟຟ້າ 27 ຄອບຄົວ

Posted on 01/02/202101/02/2021 By News No Comments on ດີໃຈນໍາເດີ້ ປະຊາຊົນບ້ານໄຊດອນໂຂງ ເມືອງສະໜາມໄຊ ໄດ້ຊົມໃຊ້ໄຟຟ້າ 27 ຄອບຄົວ

ໃນວັນທີ 28 ມັງກອນ 2021 ນີ້, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ ຈັດພິທີມອບ-ຮັບ ແລະ ເປີດການນຳໃຊ້ໄຟຟ້າ ໃຫ້ແກ່ປະຊາຊົນບ້ານໄຊດອນໂຂງ ຄຸ້ມຫ້ວຍຂົມ ເມືອງສະໜາມໄຊ ແຂວງອັດຕະປື ຈຳນວນ 27 ຄອບຄົວ.

Image may contain: 7 people, people sitting, people on stage, hat and outdoor

ໂດຍເປັນກຽດເຂົ້າຮວ່ມຂອງທ່ານ ສົມໄຊ ສຸລິຍະວົງ ຮອງເຈົ້າເມືອງສະຫນາມໄຊ, ມີ ທ່ານ ສົມຫວັງ ສີລາເພັດ ຮອງຫົວຫນ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ເດດສຸວັນ ມະໄລທອງ ຫົວຫນ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ພ້ອມດ້ວຍຄະນະສາຂາ, ພະນັກງານ, ວິຊາການໄຟຟ້າລາວ ຕະຫລອດຮອດອຳນາດການປົກຄອງບ້ານເຂົ້າຮ່ວມ.

Image may contain: tree, sky, plant, outdoor and nature

ທ່ານ ເດດສຸວັນ ມະໄລທອງ ໃຫ້ຮູ້ວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ເລີ່ມຕິດຕັ້ງເສົາ ແລະ ຕາຂ່າຍໄຟຟ້າໃນວັນທີ 13 ຫາ ວັນທີ 22 ມັງກອນ 2021, ພ້ອມທັງຕິດຕັ້ງຕາຂ່າຍແຮງຕໍ່າ 0,4 ກິໂລວັດ ແລະ ຕິດຕັ້ງໝໍ້ແປງ 1 ໜ່ວຍ ລວມເປັນມູນຄ່າທັງໜົດ 250 ລ້ານກວ່າກີບຊຶ່ງໄດ້ສຳເລັດໃນເວລາ 10 ວັນ. ທົ່ວບ້ານໄຊດອນໂຂງ ຄຸ້ມຫ້ວຍຂົມ ມີ 39 ຫັລງຄາເຮືອນ, ມີ 49 ຄອບຄົວ, ມີພົນລະເມືອງ 203 ຄົນ, ຍິງ 92 ຄົນ.

Image may contain: one or more people, sky and outdoor

ຂ່າວ:ນາງ ສຸກວິໄລ ນັກຂ່າວໄຟ້າແຂວງອັດຕະປື

ຂ່າວສານບ້ານເມືອງ

Post navigation

Previous Post: ລົງສໍາຫຼວດເບິ່ງສິມນໍ້າບາດ ທີ່ມີອາຍຸຫຼາຍກວ່າ 200 ປີ
Next Post: ລາຍຊື່ຜູ່ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX

Related Posts

ແຍກໃຫ້ອອກ ຄວາມແຕກຕ່າງລະຫວ່າງ ດອກໝາກເຖື່ອນ(ຊາກຸລະ) ແລະ ດອກໝາກຄາຍ ຂ່າວສານບ້ານເມືອງ
ຊ່ວຍແມ່ຕູ້ແສງແດ່! ບໍ່ມີເຮືອນຢູ່ເລີຍມາອາໄສຢູ່ກ້ອງຂົວເກົ່າ ທີ່ເມືອງຊໍາເໜືອ (ມີຄລິບສໍາພາດ) ຂ່າວສານບ້ານເມືອງ
ໄວລຸ້ນ ເ ສ ບ ຢ າ ເ ສ ບ ຕິ ດ ຫຼາຍຈົນປະສາດຫຼອນ ກໍເຫດ ໃຊ້ ປື ນ ແ ກັ ບ ຍິ ງຄົນ ເ ສ ຍ ຊີ ວິ ດ ຂ່າວສານບ້ານເມືອງ
ສະມາຊິກສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ຂ່າວສານບ້ານເມືອງ
ພະທາດຈອມຈວງ ຢູ່ກຸ່ມບ້ານທາດ ເມືອງລອງ ແຂວງຫຼວງນໍ້າທາ ຂ່າວສານບ້ານເມືອງ
ກັກຕົວຕິດຕາມ 16 ຄົນ ຜູ່ພົວພັນ ກັບຜູ່ຕິດເຊື້ອທີ່ 11 ພະນັກງານ ພູເບ້ຍ ມາຍນິ່ງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme