Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົງສໍາຫຼວດເບິ່ງສິມນໍ້າບາດ ທີ່ມີອາຍຸຫຼາຍກວ່າ 200 ປີ

Posted on 01/02/202101/02/2021 By News No Comments on ລົງສໍາຫຼວດເບິ່ງສິມນໍ້າບາດ ທີ່ມີອາຍຸຫຼາຍກວ່າ 200 ປີ

ໃນຕອນເຊົ້າວັນທີ 30 ມັງກອນ 2021 ຜ່ານມານີ້ ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງ ສະຫວັນນະເຂດ, ທ່ານ ນາງ ດາວວອນ ໄຊສຸລຽນ ກໍາມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ມີທ່ານປະທານສະຫະພັນແມ່ຍິງແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພະແນກການອ້ອມຂ້າງແຂວງ ພ້ອມດ້ວຍຄະນະ ແລະ ທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ວິລະບູລີ ພ້ອມຄະນະ, ມີພຣະເຖຣະ ນຸເຖຣະ ໄດ້ລົງສໍາຫຼວດເບິ່ງຮ່ອງຮອຍສິມນໍ້າບາດທີ່ເກົ່າແກ່ ຄາດວ່າມີອາຍຸຫຼາຍກວ່າ 200 ປີ ຢູ່ທີ່ບ້ານ ໃໝ່ ທີ່ຂຶ້ນກັບກຸ່ມບ້ານທີ 5 ຂອງເມືອງ ວິລະບູລີ

Image may contain: 4 people, people standing, tree, outdoor and nature

.

Image may contain: plant, tree, outdoor and nature

ເຊິ່ງວ່າສິມດັ່ງກ່າວແມ່ນໄດ້ມີການຜຸພັງເຈື່ອນເສຍຫາຍຕາມການເວລາຫຼາຍແລ້ວ ບວກກັບປະຊາຊົນໄດ້ເບີກເນື້ອທີ່ທໍາການຜະລິດເຂົ້າມາໃກ້ພໍສົມຄວນ, ເມື່ອເຫັນໄດ້ຄືແນວນັ້ນທາງພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ຂອງເມືອງ ກໍ່ໄດ້ເຫັນດີເປັນເອກະພາບກັນວາງແຜນ ເພື່ອຈະໄດ້ມີການອະນຸລັກປົກປັກຮັກສາ ບໍລິເວນທີ່ຕັ້ງຂອງສິມນໍ້າບາດນີ້ໄວ້ໃນອະນາຄົດ ເພື່ອໄວ້ໃຫ້ຄົນຮຸ່ນຫຼັງໄດ້ເຫັນ ແລະ ເປັນທີ່ສັກກາລະບູຊາຂອງຊາວພຸດທັງຫຼາຍ ແລະ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາທີ່ສໍາຄັນຂອງເມືອງ ສາມາດດຶງດູດເອົານັກທ່ຽວເຂົ້າມາທ່ອງທ່ຽວເມືອງວິລະບູລີໃຫ້ຫຼາຍຂຶ້ນ,​

Image may contain: plant, tree, outdoor and nature

.

Image may contain: 17 people, outdoor and nature

.

Image may contain: tree, sky, plant, outdoor and nature

ໃນໂອກາດກໍ່ໄດ້ມອບເງິນຈໍານວນ 5 ລ້ານກວ່າກີບ ( ທີ່ໄດ້ຈາກການບໍລິຈາກຂອງຄະນະທີມງານທີ່ໄປຮ່ວມ ແລະ ອອກຕົນຍາດໂຍມທາງແຂວງສະຫວັນນະເຂດ)​ໃຫ້ແກ່ອໍານາດການປົກຄອງບ້ານໃໝ່ ເພື່ອນໍາໃຊ້ເຂົ້າການບຸກເບີກບໍລິເວນທີ່ຕັ້ງຂອງສິມນໍ້າບາດໃຫ້ມີຄວາມສະອາດງາມຕາ ແລະ ໃນເວລາຕໍ່ມາທ່ານ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະກໍ່ໄດ້ເດີນທາງໄປທີ່ບ້ານ ໂພນຄໍາ ຈຸດສຸມເມືອງວັງ ຂອງເມືອງວິລະບູລີ ເພື່ອຊຸກຍູ້ຕິດຕາມເບິ່ງສະພາບການພັດທະນາພື້ນຖານໂຄງລ່າງ ເສດຖະກິດ – ສັງຄົມຂອງເຂດພັດທະນາຮອບດ້ານ ບ້ານໂພນຄໍາ ເຊິ່ງເປັນເຂດແດນເຊື່ອມຕໍ່ກັບເມືອງ ໄຊບົວທອງ ຂອງແຂວງ ຄໍາມ່ວນ.

Image may contain: 5 people, people standing, outdoor and nature

.

Image may contain: 3 people, people standing, outdoor and nature

.

Image may contain: mountain, outdoor and nature

ເຊິ່ງມາຮອດປະຈຸບັນນີ້ກໍ່ເຫັນໄດ້ວ່າມີຫຼາຍດ້ານໄດ້ຮັບການພັດທະນາ ເປັນຕົ້ນແມ່ນໄດ້ສໍາເລັດການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງເຂົ້າຫາບ້ານ, ປະຈຸບັນແມ່ນພວມເລັ່ງໃສ່ໃນການຕັດຕາຜ້າທີ່ຈະຕັ້ງຫ້ອງການກຸ່ມກໍ່ສ້າງຮາກຖານ, ສຸກສາລາ, ໂຮງຮຽນ, ຕະຫຼາດ, ເຂດຜະລິດກະສິກໍາ, ເຂດເຮືອນປະຊາຊົນ ແລະ ອື່ນໆ ຄາດວ່າຈະໃຫ້ສໍາເລັດໃນໄວໆນີ້.

Image may contain: mountain, tree, sky, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ມອບຄວາມອົບອຸ່ນສູ່ພາກເໜືອໃຫ້ແກ່ປະຊາຊົນຜູ້ທຸກຍາກໃນເຂດຊົນນະບົດ
Next Post: ດີໃຈນໍາເດີ້ ປະຊາຊົນບ້ານໄຊດອນໂຂງ ເມືອງສະໜາມໄຊ ໄດ້ຊົມໃຊ້ໄຟຟ້າ 27 ຄອບຄົວ

Related Posts

ໃຫ້ລາງວັນ 10 ລ້ານກີບ ແກ່ຜູ່ສາມາດນໍາຈັບຜູ່ກ່ຽວໄດ້ (ສໍ້ໂກງຊັບແລ້ວຫຼົບໜີ) ຂ່າວສານບ້ານເມືອງ
ແຈ້ງການເຕືອນ! ພະຍຸ ດີເປຣຊັ້ນ ຈະກໍ່ໃຫ້ເກີດໄພຝົນຕົກໜັກ ແຕ່ວັນທີ 31 ກໍລະກົດ – 04 ສິງຫາ 2020 ຂ່າວສານບ້ານເມືອງ
ໜາວຂ້າມປີ ກຽມສໍາພັດອາກາດໜາວເຄົ້າດາວນີ້ອາກາດຈະເຢັນລົງ 1-3 ອົງສາ ຂ່າວສານບ້ານເມືອງ
ຄະນະສະເພາະກິດ ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການຜ່ອນຜັນໃໝ່ຢ່າງເຂັ້ມງວດ ຂ່າວສານບ້ານເມືອງ
ການຄ້າໄທເຂົ້າຊີ້ແຈງຕໍ່ການຄ້າລາວ ຫຼັງມີຄຳສັ່ງຍົກເລີກນຳເຂົ້າອາຫານທະເລຈາກໄທ ຂ່າວສານບ້ານເມືອງ
ແຂວງອຸດົມໄຊ ປິ່ນປົວຜູ້ຕິດເຊື້ອ ໂ ຄ ວິ ດ ຫາຍດີຕື່ມອີກ 44 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme