ວັດສີໃສບຸນເຮືອງບ້ານບຶງທະເລເມືອງພະລານໄຊແຂວງສະຫວັນນະເຂດຫໍແຈກຊົງຜູ້ໄທເກົ່າແກ່ບູຮານມີອາຍຸການ໑໐໐ກວ່າ ບ້ານບຶງທະເລ ເດີມເປັນບ້ານສ່ວຍ (ລາວເທິງ) ຕັ້ງຢູ່ຕິດກັບນ້ຳເຊຊຳຊ້ອຍ ຕາມການສົນທະນາກັບແນວໂຮມບ້ານ ພໍບຸນເຮືອງ ອາຍຸ77 ປີ ໄດ້ຄວາມໝາຍວ່າ ບ້ານບຶງທະເລ ເດີມຊື່ບ້ານບຶງຕະເຣ໊ຍ ແລະ ກາຍມາເປັນບຶງທະເລ. ການປ່ຽນຊື່ມີຂຶ້ນໃນໄລຍະປົດປ່ອຍຊາດນີ້.

.

.

.

ບຶງຕະເຣ໊ຍ ແມ່ນຊື່ເປັນພາສາສ່ວຍ(ລາວເທິງ) ແປຄວາມ ຄື ບຶງ+ຕະເຣ໊ຍ ເປັນ ບຶງທະເລ.ບ້ານນີ້. ສ້າງມາໄດ້ 350 ປີແລ້ວ ຄັນຊິເວົ້າແນວໜຶ່ງກາວ່າ ບ້ານບວກຄວາຍ ເພາະວ່າບຶງ = ໜອງນ້ຳ,ຕະເຣ໊ຍ = ຄວາຍ ສະນັ້ນຈຶ່ງວ່າ ບຶງຄວາຍແມບນ້ຳກາໄດ້ ນັ້ນເອງ ແຕ່ບໍ່ຮູ້ເຫດຜົນຜູ້ປ່ຽນຊື່ເດີມດ້ວຍເຫດຜົນໃດ ແຕ່ອາດເປັນເຫດຜົນທາງພາສາ ແລະຄວາມຄ່ອງໂຕໃນດານເອີ້ນຊື່ ແຕ່ບໍ່ຖືກກັບຄວາມໝາຍເດີມປານໃດ.

.

.

.

.

ສ່ວຍ ແມ່ນເຜົ່າເດີມທີ່ອາໄສຢູ່ດິນແດນນີ້ກ່ອນແລະຕໍ່ມາ ຊາວຜູ້ໄທຈາກບຶງຊ້າງ-ຊຽງຮົ່ມຍ້າຍຂຶ້ນມາຢູ່ເປັນກຸ່ມໃຫຍ່ ແລະກາຍເປັນບ້ານໃຫຍ່ຂຶ້ນມາອີກ. ປັດຈຸບັນບັນຖືວ່າປະຊາກອນຜູ້ໄທຂຍາຍຫຼາຍກວ່າປະຊາກອນສ່ວຍ ມີພໍ່ບ້ານຄົນດຽວກັນ ແຕ່ມີຫໍມະເຫສັກຄົນລະຫໍ. ສ່ວຍຢູ່ຝາກວັດເບື້ອງຖຮງຮຽນສ່ວນຫຼາຍແລະຍັງທີ 41 ຄຄ. ສຳນຽງການເວົ້າຂອງ ປຊ ຮຸ່ນໃໝ່ແມ່ນປົນກັນ ແບບຜູ້ໄທປົນສ່ວຍ ສຳນຽງຢາກຄ້າຍຊາວເມືອງພະລານທົ່ວໄປ.

.

.

.

ສ່ວນຫໍແຈກນີ້ສ້າງຂຶ້ນໃນປີ ພສ 2460 ຕາການບັນທຶກຢູ່ຂື່ຫໍແຈກ ແລະຕາມການໃຫ້ຂໍ້ມູນຂອງແນວໂຮມບ້ານ ຫຼື ປະມານ 104 ປີ ຜ່ານມາແລ້ວ.

.

.

.

ຂຽນທີ່ວັດບ້ານນາທົ່ມ ເມືອງອາດສະພອນ ສະຫວັນນະເຂຕ ໓໑/໑/໒໐໒໑
ພາບໂດຍ:Bounpheng Duangmala