Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຳເລັດກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດແຂວງສະຫວັນນະ ເຂດຄັ້ງທີ VII ທ່ານ ຄຳແພງ ເພັດທຸມພອນ ໄດ້ຮັບເລືອກເປັນປະທານແນວລາວສ້າງຊາດແຂວງຊຸດໃໝ່

Posted on 01/02/202101/02/2021 By News No Comments on ສຳເລັດກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດແຂວງສະຫວັນນະ ເຂດຄັ້ງທີ VII ທ່ານ ຄຳແພງ ເພັດທຸມພອນ ໄດ້ຮັບເລືອກເປັນປະທານແນວລາວສ້າງຊາດແຂວງຊຸດໃໝ່

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງສະຫວັນນະເຂດ ຄັ້ງທີ VII ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າຜ່າເຜີຍໃນວັນທີ 26 ມັງກອນ 2021ນີ້ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ. ໂດຍການເປັນປະທານ ຂອງທ່ານ ສົມເພັດ ອິນທະທິລາດ ປະທານແນວລາວສ້າງຊາດແຂວງ. ເຂົ້າຮ່ວມມີທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍພຣະເຖຣານຸເຖຣະ, ບັນດາທ່ານຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.ໃນກອງປະຊຸມ, ພາຍຫຼັງ ທີ່ທ່ານ ສົມເພັດ ອິນທະທິລາດ ປະທານແນວລາວສ້າງຊາດແຂວງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ ຈາກນັ້ນ, ທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສ້າງຊາດແຂວງກໍ່ລາຍງານຄຸນລັກສະນະຜູ້ແທນ

ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງສະຫວັນນະເຂດ ຄັ້ງທີ VII ໃຫ້ຮູ້ວ່າ: ຕະຫຼອດໄລຍະຊຸມປີຜ່ານມາ ແນວລາວສ້າງຊາດແຂວງສະຫວັນນະເຂດໄດ້ຕັ້ງໜ້າປະຕິບັດແນວທາງສາມັກຄີບັນດາເຜົ່າ, ໂດຍການຫັນລົງວຽກງານກໍ່ສ້າງຮາກຖານ ພົບປະຢ້ຽມຢາມປະຊາຊົນຢູ່ຊົນນະບົດ, ເສີມຂະຫຍາຍບົດບາດຜູ້ຊົງຄຸນວຸດທິບັນດາເຜົ່າເປັນແບບຢ່າງໃນການສຶກສາອົບຮົມລູກຫຼານ, ສ້າງຄວາມຮັບຮູ້, ອະທິບາຍຊີ້ແຈງໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ,ແຜນພັດທະນາເສດຖະກິດ-ສັງຄົມຂອງລັດລວມທັງການສ້າງສາພັດທະນາປະເທດຊາດເວົ້າສະເພາະ ແມ່ນແຂວງສະຫວັນນະເຂດ, ພາຍໃຕ້ແສງສະຫວ່າງຂອງລະບອບໃໝ່, ປະຊາຊົນບັນດາເຜົ່າມີສິດເສລີພາບທາງດ້ານການເມືອງ,ເສດຖະກິດ ແລະວັດທະນະທຳສັງຄົມ, ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ຈາກໂຄງການພັດທະນາຂອງພັກລັດ ໂດຍສະເພາະແມ່ນໂຄງການພັດທະນາພື້ນຖານໂຄງລ່າງ: ໄຟຟ້າ, ເສັ້ນທາງຄົມມະນາຄົມ, ລະບົບການສື່ສານ, ຊົນລະປະທານ, ໂຮງຮຽນ, ໂຮງໝໍ-ສຸກສາລາ ແລະອື່ນໆ ຊຶ່ງໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການທຳການຜະລິດ, ໄປມາຄ້າຂາຍ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ.

Image may contain: 2 people, people standing, people on stage and indoor

ອັນພົ້ນເດັ່ນແມ່ນແນວລາວສ້າງຊາດແຂວງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ນຳເອົາຊື່ເອີ້ນເຜົ່າບຣູ ສະເໜີຕໍ່ສະພາປະຊາຊົນແຂວງ, ເພື່ອນຳສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ພິຈາລະນາຮັບຮອງເອົາຢ່າງເປັນທາງການ, ພ້ອມທັງ ລົງຈັດຕັ້ງເຜີຍແຜ່ການຮັບຮອງເອົາຊື່ເອີ້ນເຜົ່າບຣູ ໃຫ້ບັນດາພະແນກການອ້ອມຂ້າງແຂວງ, ບັນດາເມືອງໃນ 14 ເມືອງ ແລະນະຄອນໄກສອນ ພົມວິຫານໄດ້ 38 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 3.987 ຄົນ, ຍິງ 567 ຄົນ.

ຈາກການເຄື່ອນໄຫວດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າ ມີຄວາມເອກອ້າງທະນົງໃຈ ແລະ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ສ້າງຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ ໃນທຸກຊົນເຜົ່າ, ດັ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ໄດ້ຢືນຢັນເຖິງຄວາມສຳຄັນຕໍ່ການສ້າງຄວາມສາມັກຄີປອງດອງລະຫວ່າງເຜົ່າ: ເພີ່ມທະວີຄວາມສາມັກຄີປອງດອງລະຫວ່າງເຜົ່າ, ຊັ້ນຄົນ, ສາສະໜາ, ເພດໄວ ແລະ ການກໍ່ສ້າງກ້ອນກຳລັງສາມັກຄີອ້ອມຂ້າງພັກ, ແມ່ນຄວາມສຳຄັນຕັດສິນຕໍ່ໄຊຊະນະອັນສົມບູນຕໍ່ການປະຕິວັດຊາດ ປະຊາທິປະໄຕ ກໍ່ຄືຕໍ່ຄວາມໝັ້ນຄົງ ແລະ ການພັດທະນາທີ່ຍືນຍົງຂອງຊາດເຮົາ.

ສຳລັບແຜນຍຸດທະສາດການພັດທະນາວຽກງານແນວລາວສ້າງຊາດແຂວງສະຫວັນນະເຂດ 2021–2025 ປະກອບມີ 6 ແຜນງານຄື: ສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນພາຍໃນແຂວງ, ເປັນໃຈກາງປະສານສົມທົບກັບອົງການຈັດຕັ້ງພາຄີປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຕາມທິດສາມສ້າງ, ສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຂວງ, ເພີ່ມທະວີບົດບາດຂອງອົງການແນວລາວສ້າງຊາດ ກັບປະຊາຊົນ, ເສີມຂະຫຍາຍສິດເປັນເຈົ້າປະຊາຊົນ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ແລະບັນດາເຜົ່າ,ພົວພັນຮ່ວມມືກັບຕ່າງປະເທດ.

Image may contain: one or more people, people standing, people on stage and indoor

ພ້ອມນີ້ ກອງປະຊຸມຄັ້ງປະຖົມມະລຶກ ກໍ່ໄດ້ຄັດເລືອກເອົາເປົ້າໝາຍຜູ້ທີ່ສະໝັກເຂົ້າ ເປັນກຳມະການແນວລາວສ້າງຊາດແຂວງ ຊຶ່ງເປັນຕົວແທນໃຫ້ແກ່ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ປກຊ, ບັນດາພະແນກການອ້ອມຂ້າງແຂວງ, ຕົວແທນຊັ້ນຄົນບັນດາເຜົ່າ, ສາສະໜາ, ເພດ-ໄວ ໃນທົ່ວແຂວງ ຈຳນວນ 98 ທ່ານ, ຍິງ 18 ທ່ານ, ພຣະສົງ 15 ອົງ ເຊິ່ງປະກອບດ້ວຍຜູ້ເກົ່າ ແລະຜູ້ໃໝ່ໃນນີ້ໄດ້ເລືອກເອົາຄະນະປະຈຳ ຈຳນວນ 7 ທ່ານ ແລະໄດ້ຕົກລົງເຫັນດີເລືອກເອົາທ່ານ ຄຳແພງ ເພັດທຸມພອນ ກຳມະການປະຈຳພັກແຂວງ ເປັນປະທານແນວລາວສ້າງຊາດແຂວງ,ເລືອກເອົາທ່ານ ສິນໄຊ ວົງລະຄອນ, ທ່ານ ຄຳຕຸ່ນ ສົມສະນິດ, ທ່ານ ແກ້ວມະນີວອນ ຕານລະມະນີ ເປັນຮອງປະທານແນວລາວສ້າງຊາດແຂວງ, ທ່ານ ພັນມະຫາ ສຸລິຍະ, ທ່ານ ນາງ ແສງລະຄອນຄຳ ວໍລະສິນ, ທ່ານ ສຸກດາໄລ ໄຊຍະວົງສາ ເປັນຄະນະປະຈຳ ແລະ ອີກ 91 ທ່ານ,ຍິງ 17 ທ່ານ,ພຣະສົງ 15 ອົງ ເປັນກຳມະການແນວລາວສ້າງຊາດແຂວງ.

ນອກນີ້ກອງປະຊຸມຍັງໄດ້ເລືອກເອົາປະທານ, ຮອງປະທານກວດກາຕື່ມອີກຈຳນວນ 5 ທ່ານ ຄື: ທ່ານ ແກ້ວມະນີວອນ ຕານລະມະນີ ປະທານກວດກາ, ທ່ານ ນາງ ພອນເພັດ ເທບບູລີ, ທ່ານ ຈັນລະຄອນ ນິນທາ, ທ່ານ ສຸກກະເສມ ບຸດຕະເວດ, ທ່ານ ພັທ ສຸລິ ດວງປັນຍາ ເປັນຮອງປະທານກວດກາ.

ຂ່າວສານບ້ານເມືອງ

Post navigation

Previous Post: ຄົ້ນພົບແຫຼ່ງຜະລິດເຄື່ອງມືຍຸກຫີນ ອາຍຸ 6.000 ປີ
Next Post: ງາມແທ້ ຫໍແຈກຊົງຜູ້ໄທເກົ່າແກ່ບູຮານມີອາຍຸການ 100 ກວ່າປີ

Related Posts

ຂ່າວດ່ວນທີ່ສຸດປັບຂຶ້ນລາຄານໍ້າມັນ ຄັ້ງທີ 7 ທົ່ວປະເທດ ຂ່າວສານບ້ານເມືອງ
ຢືນຢັນຕິດເພີ່ມອີກ 2 ຄົນ ຢູ່ບໍ່ແກ້ວ ແລະ ຈໍາປາສັກ ຂ່າວສານບ້ານເມືອງ
ສໍ້ໂກງຕົ້ມຕຸນຊັບຄົນອື່ນຍ້ອນຕິດການພະນັນອອນລາຍແລະຫຼິ້ນກິນຟູມເຟືອຍ ຂ່າວສານບ້ານເມືອງ
ສຳນັກງານນາຍົກແຈ້ງ ກ່ຽວກັບມາດຕະການປ້ອງກັນໂຄວິດ ການກະກຽມເປີດແຫຼ່ງທ່ອງທ່ຽວສີຂຽວ ຂ່າວສານບ້ານເມືອງ
ເກີດເຫດ! ມີຄົນເສຍຊີວິດໂດຍບໍ່ຮູ້ສາຍເຫດ ເປັນຊາຍນິລະນາມ ບໍ່ຮູ້ຂໍ້ມູນສ່ວນຕົວຂອງຜູ້ກ່ຽວ ຂ່າວສານບ້ານເມືອງ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກວດເຂັ້ມປັບໃໝຜູ່ລະເມີດ ຂາຍເຄື່ອງຊະຊາຍຕາມແຄມທາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme