ພິທີມອບ – ຮັບ ໜ້າທີ່ ລະຫ່ວາງ ທ່ານ ສົມຈິດ ຫັບລະກອນ ກຳມະການປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆສຳພັນຜູ້ເກົ່າ ແລະ ທ່ານ ທອງຕື ເກຍສະບົງ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆສຳພັນຜູ້ໃໝ່ ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 29 ມັງກອນ 2021 ຢູ່ທີສະໂມສອນໃຫຍ່ຂອງ ເມືອງສຳພັນ, ແຂວງຜົ້ງສາລີ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກພະນັກງານ ແລະ ວຽກງານແນວຄິດການເມືອງ, ຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການ ຈັດຕັ້ງຂັ້ນແຂວງ, ມີບັນທ່ານກຳມະການປະຈຳພັກແຂວງ, ເຈົ້າເມືອງໆໃໝ່, ຜູ້ຕ່າງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະພັກເມືອງ, ສອງກຳລັງ ປກຊ – ປກສ, ຫົວໜ້າ – ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີທ່ານ ໂນ ດວງສີປະເສີດ ຫົວໜ້າຂະແໜງປ້ອງກັນພັກ – ພະນັກງານ, ຄະນະຈັດຕັ້ງແຂວງ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 3454/ຈຂ.ຜລ ວ່າດ້ວຍການຍົກຍ້າຍພະນັກງານໄປປະຈຳ ການຢູ່ຂະແໜງການອື່ນ ໃນນີ້ໄດ້ຕົກລົງຍົກຍ້າຍທ່ານ ສົມຈິດ ຫັບລະກອນ ກຳມະການປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆສຳພັນ ໄປຮັບໜ້າທີໃໝ່ຢູ່ສະພາປະຊາຊົນແຂວງ, ເປັນຮອງປະທານສະພາປະຊາຊົນແຂວງ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 3721/ຈຂ.ຜລ ວ່າດ້ວຍການແຕ່ງຕັ້ງ ເຈົ້າເມືອງໆສຳພັນ ໃນນີ້ໄດ້ຕົກລົງແຕ່ງຕັ້ງທ່ານ ທອງຕື ເກຍສະບົງ ປະທານສະຫະພັນກຳມະບານແຂວງ, ເປັນເຈົ້າເມືອງໆສຳພັນ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 3371/ຄພຂ,ຜລ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະບໍລິຫານງານພັກເມືອງສຳພັນ ໃນນີ້ເຫັນດີບົ່ງຕົວແຕ່ງຕັ້ງ ທ່ານ ທອງຕື ເກຍສະບົງ ເປັນເລຂາຄະນະບໍລິຫານງານພັກເມືອງສຳພັນ.

.

ຈາກນັ້ນທ່ານ ສົມຈິດ ຫັບລະກອນ ກຳມະການປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆສຳພັນຜູ້ເກົ່າ ກໍ່ໄດ້ຂື້ນຜ່ານຮ່າງບົດບັນທືກມອບ – ຮັບ ໜ້າທີ່ ພ້ອມທັງລົງ ນາມເຊັນບົດບັນທືກມອບ – ຮັບ ຮ່ວມກັນລະ ຫ່ວາງ ທ່ານ ສົມຈິດ ຫັບລະກອນ ເລຂາພັກເມືອງ, ເຈົ້າເມືອງໆສຳພັນຜູ້ເກົ່າ ແລະ ທ່ານ ທອງຕື ເກຍສະບົງ ເລຂາພັກເມືອງ, ເຈົ້າເມືອງໆສຳພັນຜູ້ໃໝ່ ໂດຍຊ່ອງໜ້າຈາກທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກພະນັກ ງານ ແລະ ວຽກງານແນວຄິດການເມືອງ, ຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນັ້ນ ທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກພະນັກງານ ແລະ ວຽກງານແນວຄິດການເມືອງ, ຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ເຊີ່ງທ່ານໄດ້ກ່າວວ່າ: ການຍົກຍ້າຍຊັບປ່ຽນໜ້າທີ່ວຽກງານແມ່ນເປັນວຽກປົກກະຕິ ແລະ ເປັນຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານໄລຍະໃໝ່.

ພ້ອມນັ້ນທ່ານຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເຈົ້າເມືອງໆສຳພັນຜູ້ເກົ່າ ທີໄດ້ເອົາໃຈໃສ່ຊີ້ນຳວຽກງານຮອບດ້ານຂອງເມືອງ ໃນໄລຍະຜ່ານມາມີຜົນສຳເລັດໃນຫຼາຍດ້ານ ແລະ ຍັງໄດ້ຮຽກຮ້ອງມາຍັງເຈົ້າເມືອງຜູ້ໃໝ່ ຈົ່ງສືບຕໍ່ກຳແໜ້ນແນວທາງການປ່ຽນແປງຂອງພັກ – ລັດ ໃນໄລຍະໃໝ່ໃຫ້ຫຼາຍຂື້ນ, ເອົາໃຈໃສ່ສືກສາອົບຮົມວຽກງານການມືອງແນວຄິດໃຫ້ຖັນແຖວສະມາຊີກພັກ – ພະນັກງານລັດຖະກອນ ເຂົ້າໃຈຢ່າງເລີກເຊີ່ງ, ສືບຕໍ່ເອົາໃຈໃສ່ປູກລະດົມພະນັກງານ, ສະມາຊິກພັກ, ລັດຖະກອນໂດຍການເຕົ້າໂຮມຄວາມສາມັກຄີພາຍໃນເມືອງໃຫ້ເປັນປືກແຜນ, ປະຕິບັດວຽກງານຕາມຫຼັກການລວມສູນປະຊາທີປະໄຕແບ່ງບຸກຄົນຮັບຜິດຊອບທາງກຳແໜ້ນສິດ ແລະ ພາລະບົດບາດຂອງຕົນໃຫ້ລະອຽດ, ພ້ອມທັງຊີ້ນໍາ-ນໍາພາວຽກງານທຸກດ້ານໃຫ້ແທດເໝາະກັບສະພາບຈຸດພິເສດເງື່ອນໄຂທີ່ຕັ້ງຂອງເມືອງ, ໜ້າທີ່ອັນຮີບດ່ວນໃນສະເພາະໜ້າແມ່ນປະຊຸມຄົບຄະນະພັກເມືອງ ເພື່ອກວດກາ ແລະ ປັບປຸງການແບ່ງງານກັນພາຍໃນຄະນະຄືນໃໝ່

ພ້ອມທັງນໍາພາຈັດຕັ້ງປະຕິບັດໜ້າວຽກຕ່າງໆ ຕາມແຜນດໍາເນີນງານດັ່ງກ່າວ ແລະ ຕາມການແບ່ງງານກັນພາຍໃນ, ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ແລະ ຖືກທິດ, ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍການນໍາເມືອງ, ພະນັກງານ-ສະມາຊິກພັກ, ລັດຖະກອນ-ນັກ ຮົບ ຕະຫຼອດຮອດປະຊາຊົນບັນດາເຜົ່າ ສືບຕໍ່ເປັນເຈົ້າການໃນການປະກອບສ່ວນຮ່ວມໄມ້, ຮ່ວມມືກັບການຊີ້ນໍາ-ນໍາພາ ຂອງສະຫາຍເລຂາພັກເມືອງ ກໍ່ຄືການນໍາຂອງເມືອງ ທັງເປັນເຈົ້າການແຂ່ງຂັນກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ ລວມທັງວຽກງານປິ່ນອ້ອມຕ່າງໆ ໃຫ້ເປັນຂະບວນການຟົດຟື້ນ ພ້ອມນັ້ນຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ກອງປະຊຸມໃຫຍ່ ຄັ້ງທີ່ XIV ຂອງອົງຄະນະພັກເມືອງສຳພັນວາງອອກໃຫ້ບັນລຸຕາມລະດັບຄາດໝາຍ.