Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະສະເພາະກິດ ຂັ້ນແຂວງໄຊສົມບູນ ລົງຊຸກຍູ້ວຽກງານ ຕ້ າ ນ ແລະ ສ ະ ກັ ດ ກັ້ ນ ການແຜ່ລະບາດ ໂ ຄ ວິ ດ ຢູ່ເມືອງລ້ອງແຈ້ງ

Posted on 30/01/202130/01/2021 By News No Comments on ຄະນະສະເພາະກິດ ຂັ້ນແຂວງໄຊສົມບູນ ລົງຊຸກຍູ້ວຽກງານ ຕ້ າ ນ ແລະ ສ ະ ກັ ດ ກັ້ ນ ການແຜ່ລະບາດ ໂ ຄ ວິ ດ ຢູ່ເມືອງລ້ອງແຈ້ງ

ໃນຕອນບ່າຍຂອງວັນທີ 29 ມັງກອນ 2021 ນີ້ ທ່ານ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ຫົວໜ້າຄະນະສະເພາະກິດ ຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານ ຕ້ ານ ແລະ ສະ ກັ ດ ກັ້ ນ ການແຜ່ລະບາດຂອງພະຍ າ ດ ໂ ຄ ວິ ດ ຢູ່ເມືອງລ້ອງແຈ້ງ ທີ່ສະໂມສອນກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໂດຍການຕ້ອນຮັບຂອງທ່ານ ເຍ່ຍຊາງ ລ່ອງປາວຈັ້ງ, ຮອງເລຂາພັກເມືອງ, ຫົວໜ້າຄະນະສະເພາະກິດ ຂັ້ນເມືອງ, ມີຄະນະສະເພາະກິດ ຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ເຍ່ຍຊາງ ລ່ອງປາວຈັ້ງ, ຮອງເລຂາພັກເມືອງ, ຫົວໜ້າຄະນະສະເພາະກິດ ຂັ້ນເມືອງລ້ອງແຈ້ງ ໄດ້ລາຍງານກ່ຽວກັບການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍ າ ດ ໂ ຄ ວິ ດ ໃນໄລຍະຜ່ານມາ ຊຶ່ງເມືອງລ້ອງແຈ້ງ ໄດ້ລົງຊຸກຍູ້ ແລະ ປຸກລະດົມພໍ່ແມ່ປະຊາຊົນໃນຂອບເຂດທົ່ວເມືອງ ໃຫ້ມີສະຕິລະວັງຕົວຕໍ່ການແຜ່ລະບາດ ຂອງພະຍາ ດ ໂ ຄ ວິ ດ ທັງໄດ້ສຶກສາອົບຮົມໃຫ້ພະນັກງານ ທີ່ປະຈໍາແຕ່ລະດ້ານກວດກາຄົນເຂົ້າ-ອອກ ໃຫ້ມີຄວາມເຂັ້ມງວດ ໂດຍສະເພາະ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າ ຕະຫຼອດຮອດພໍ່ຄ້າ-ຊາວຂາຍ, ທະຫານ-ຕໍາຫຼວດ ແລະ ຄົນຕ່າງປະເທດ ທີ່ມີຈຸດປະສົງເດີນທາງເຂົ້າ-ອອກ ພາຍໃນເມືອງລ້ອງແຈ້ງ.

Image may contain: 1 person, table

ພ້ອມນີ້ ພາຍໃນເມືອງ ສາມາດເກັບກໍາຈໍານວນລົດເຂົ້າ-ອອກ ໄດ້ 165 ຄັນລົດ, ໃນນີ້ຕ່າງແຂວງ ຈໍານວນ 112 ຄັນ, ພາຍໃນແຂວງ 49 ຄັນ ແລະ ພາຍໃນເມືອງ 4 ຄັນ, ເກັບກໍາພົນລະເມືອງເຂົ້າ-ອອກ ໄດ້ທັງໝົດ 1.333 ຄົນ, ຍິງ 212 ຄົນ, ຄົນຕ່າງປະເທດ 29 ຄົນ ແລະ ໄດ້ກັກໂຕຜູ້ທີ່ມາຈາກຕ່າງແຂວງ ແລະ ມີອາການໄຂ້, ກັກໂຕຢູ່ສູນມີ 22 ຄົນ, ຍິງ 12 ຄົນ, ໃນນີ້ ຢູ່ສູນນາໄຊສະຫວ່າງ 20 ຄົນ, ຍິງ 10 ຄົນ ແລະ ສູນໜອງພູນໄຊ 2 ຄົນ, ຍິງ 2 ຄົນ.

Image may contain: 1 person, sitting

.

Image may contain: 1 person, indoor

ໂອກາດນີ້ ທ່ານ ແດງ ປະທຸມທອງ, ຮອງເລຂາພັກແຂວງ, ຫົວໜ້າຄະນະສະເພາະກິດ ຂັ້ນແຂວງ ໄດ້ເຜີຍແຜ່ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1414/ຫສນຍ, ລົງວັນທີ 23 ທັນວາ 2020 ໃນການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະ ຍ າ ດ ໂ ຄ ວິ ດ ໃນໄລຍະວັນທີ 23 ທັນວາ 2020 ຫາວັນທີ 31 ມັງກອນ 2021 ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນຮ້າຍ ຂອງພະຍາດດັ່ງກ່າວ ນີ້ວ່າ ໃນປັດຈຸບັນ ການແຜ່ລະບາດຂອງພະຍາດໂ ຄ ວິ ດ ກໍາລັງເປັນໄພຄຸກຄາມໃນທົ່ວໂລກ ລວມທັງປະເທດເຮົາ ແລະ ບໍ່ມີທ່າອຽງຫຼຸດລົງ ແລະ ບາງປະເທດ ມີການລະບາດຮອບໃໝ່, ສິ່ງທີ່ເປັນອັນຕະລາຍຍິ່ງກວ່ານັ້ນ ພະຍ າ ດ ໂ ຄ ວິ ດ ໄດ້ແຜ່ພັນທີ່ຮ້າຍແຮງຂຶ້ນກວ່າເກົ່າ ຊຶ່ງການແຜ່ເຊື້ອຈະມີຄວາມໄວຂຶ້ນ ແລະ ສະຫຼັບສັບຊ້ອນ ກວ່າສາຍພັນເດີມ.

Image may contain: 9 people, people standing

ດັ່ງນັ້ນ ຫ້ອງວ່າການສໍານັກງານນາຍຍົກລັດຖະມົນຕີ ຈຶ່ງໄດ້ອອກແຈ້ງການໃຫ້ສືບຕໍ່ໂຈະການອະນຸມັດຖ້ຽວບິນເໝົາຈາກຕ່າງປະເທດ, ໂຈະການອອກວິຊາທ່ອງທ່ຽວ ແລະ ຢ້ຽມຢາມ ໃຫ້ແກ່ຄົນຕ່າງປະເທດ, ປິດດ່ານສາກົນສໍາລັບຄົນເຂົ້າອອກ ຂອງບຸກຄົນທົ່ວໄປ, ບໍ່ອະນຸຍາດໃຫ້ຈັດງານຄອນເສີດ, ງານລາຕີສະໂມສອນ ແລະ ງານສະຫຼອງປີໃໝ່ສາກົນ ທີ່ເປັນງານໃຫຍ່ ພ້ອມທັງເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກຊັ້ນຄົນໃນສັງຄົມ ໄດ້ຮັບຮູ້-ເຂົ້າໃຈເຖິງຜົນຮ້າຍຂອງພະຍາດ ດັ່ງກ່າວ ພ້ອມນີ້ ຍັງໃຫ້ສືບຕໍ່ປະຕິບັດບັນດາມາດຕະການຕ່າງໆ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍຍົກລັດຖະມົນຕີ ຕື່ມອີກ. ສຳລັບແຂວງໄຊສົມບູນ ແມ່ນໃຫ້ສືບຕໍ່ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ສືບຕໍ່ລ້າງມືໃສ່ສະບູ ຫຼື ໃສ່ເຈວລ້າງມື, ສືບຕໍ່ໃສ່ຜ້າອັດປາກ-ດັງ ແລະ ວັດແທກອຸນຫະພູມ ຢ່າງເປັນປົກກະຕິ, ສືບຕໍ່ໂຄສະນາເຜີຍແຜ່ຄວາມອັນຕະລາຍຂອງພະຍາດ ດັ່ງກ່າວ ໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ພ້ອມທັງແນະນໍາວິທີປ້ອງກັນຢ່າງລະອຽດ ດ້ວຍຫຼາຍຮູບແບບ ໂດຍຜ່ານສື່ຕາ່ງໆ ຕາມຄວາມເໜາະສົມ.

Image may contain: 1 person, standing, on stage and indoor

ພ້ອມກັນນີ້ ຄະນະສະເພາະກິດ ຂັ້ນແຂວງ ຍັງໄດ້ມອບເງິນ ຈໍານວນ 10.000.000 ລ້ານກີບ ໃຫ້ຄະນະສະເພາະກິດ ຂັ້ນເມືອງລ້ອງແຈ້ງ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂ ຄ ວິ ດ ຕື່ມອີກ.

Image may contain: 1 person, text that says 'Cellox au'

ພາບ-ຂ່າວ ໂດຍ: ນາງ ຕູດ ຄໍາພໍໃຈ

ຂ່າວສານບ້ານເມືອງ

Post navigation

Previous Post: ນາຍົກເນັ້ນ 4ບັນຫາສໍາຄັນທີ່ສາທາຕ້ອງສືບຕໍ່ປະຕິບັດໃນຕໍ່ໜ້າ
Next Post: ເລືອກ ທ່ານ ທອງຕື ເກຍສະບົງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກເມືອງ ເຈົ້າເມືອງໆສຳພັນຄົນໃໝ່

Related Posts

ການແບ່ງເປີເຊັນ ໃຫ້ຄະນະບ້ານໃນການເກັບພາສີທີ່ດິນ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີ ຢ້ຽມຢາມສວນ ພຶດຜັກກຸ່ມປູກຜັກອິນຊີ ບ້ານທົ່ງມັ່ງ ຂ່າວສານບ້ານເມືອງ
3 ເມືອງໃນນະຄອນຫລວງວຽງຈັນກຽມໂຕ່ງນ້ຳໄວ້ໃຊ້ ກ່ອນວັນທີ 24 ມີນາ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ຝົນຈະຕົກໜັກ ໃນວັນທີ 23 ຫາ 26 ກໍລະກົດນີ້ ຂ່າວສານບ້ານເມືອງ
ສະຫຼົດໃຈ! ສາວອາຍຸ 26 ປີ ເສຍຊິວິດຄາຫ້ອງພັກ ໂດຍບໍ່ຮູ້ສາເຫດ ທີ່ບ້ານດອນກອຍ ຂ່າວສານບ້ານເມືອງ
ກົມລົດຕັງ-ຍານເກາະ ສຳເລັດບັ້ນອົບຮົມ-ຫັດແອບໄລຍະສັ້ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme